ນີ້ແມ່ນການຢ້ຽມຢາມ ແຟງລັງ ຄັ້ງທຳອິດຂອງການນຳຂັ້ນສູງສຸດຂອງຫວຽດນາມ, ເຊິ່ງໄດ້ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ຖືການພົວພັນກັບ ແຟງລັງ ເປັນສຳຄັນ
(ທ່ານ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ພັນລະຍາ)
ຕອນທ່ຽງວັນທີ 20 ຕຸລາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ໄປຢ້ຽມຢາມ ແຟງລັງ ຢ່າງເປັນທາງການ, ແຕ່ວັນທີ 20 – 22 ຕຸລາ, ຕາມຄຳເຊີນຂອງທ່ານປະທານາທິບໍດີ ສ.ແຟງລັງ Alexander Stubb.
ນີ້ແມ່ນການຢ້ຽມຢາມ ແຟງລັງ ຄັ້ງທຳອິດຂອງການນຳຂັ້ນສູງສຸດຂອງຫວຽດນາມ, ເຊິ່ງໄດ້ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ຖືການພົວພັນກັບ ແຟງລັງ ເປັນສຳຄັນ, ແມ່ນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ມີທີ່ຕັ້ງແຖວໜ້າໃນສະຫະພາບ ເອີລົບ (ອີຢູ) ກ່ຽວກັບນະວັດຕະກຳ, ການສຶກສາ, ການຫັນເປັນສີຂຽວ ແລະ ເສດຖະກິດພູມປັນຍາ.
(ແຫຼ່ງຄັດຈາກ VOV)