• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່າຢາງ

ຕອນເຊົ້າວັນທີ 6 ກຸມພາ, ຢູ່ແຂວງ ຮ່າຢາງ, ທ່ານເລຂາທິການໃຫຍ່ ໂຕເລິມໄດ້ເປັນປະທານການເຮັດວຽກກັບຄະນະບໍລິຫານງານຄະນະພັກແຂວງ ກ່ຽວກັບໝາກຜົນຂອງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ມະຕິກອງປະຊຸມໃຫຍ່ຄະນະພັກແຂວງ ແລະ ທິດທາງຈຸດສຸມໃນປີ 2025.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ

ທ່ານເລຂາທິການໃຫຍ່ໂຕເລິມ ໄດ້ສະເໜີວ່າໃນໄລຍະຈະມາເຖິງທາງແຂວງສຸມໃສ່ພັດທະນາເສດຖະກິດສັງຄົມ, ເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນ, ລຸລ່ວງທຸກແຫຼ່ງກຳລັງ, ນຳຮ່າຢາງພັດທະນາຢ່າງຮອບດ້ານສູ້ຊົນນຳການເຕີບໂຕບັນລຸລະດັບຢ່າງນ້ອຍສຸດແມ່ນເທົ່າກັບລະດັບສະເລ່ຍຂອງທົ່ວປະເທດ. ຕາມທ່ານ ໂຕເລິມແລ້ວ, ຮ່າຢາງມີຄວາມສາມາດບົ່ມຊ້ອນກ່ຽວກັບ 3 ຂົງເຂດເສົາຄ້ຳແມ່ນການທ່ອງທ່ຽວ, ເສດຖະກິດຄ້າຂາຍຢູ່ເຂດຊາຍແດນ, ກະສິກຳປ່າໄມ້ ແລະ ຢາສະໝູນໄພທີ່ມີຄຸນນະພາບ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:

 ການພັດທະນາເສດຖະກິດກະສິກຳແບບຍືນຍົງ, ຫຼາຍບົດບາດໜ້າທີ່: ສຸມໃສ່ພັດທະນາກະສິກຳແບບອັດສະລິຍະ, ສິນພິເສດ, ອົງຄະທາດ, ປອດໄພຕິດພັນກັບການພັດທະນາການທ່ອງທ່ຽວ. ສຸມໃສ່ພັດທະນາການທ່ອງທ່ຽວແບບຍືນຍົງ, ຮ່າຢາງຕ້ອງເອົາໃຈໃສ່ເປັນພິເສດເຖິງການລົງທຶນເຂົ້າພື້ນຖານໂຄງລ່າງຄົມມະນາຄົມ, ພື້ນຖານໂຄງລ່າງດ່ານຊາຍແດນ, ພັດທະນາການບໍລິການ logicstic, ພື້ນຖານໂຄງລ່າງການແພດ, ການສຶກສາ ແລະ ພື້ນຖານໂຄງລ່າງອັດສະລິຍະ. ພັດທະນາເສດຖະກິດດີຈີຕອນ ແລະ ການຄ້າເອເລັກໂຕນິກ ຍິ່ງມີຄວາມສຳຄັນສຳລັບບັນດາທ້ອງຖິ່ນຢູ່ເຂດຫ່າງໄກຄືຮ່າຢ່າງ. ເອົາໃຈໃສ່ເປັນພິເສດເຖິງການຄຸ້ມຄອງການພັດທະນາປ່າ ແລະ ຊັບພະຍາກອນນ້ຳ, ນີ້ແມ່ນສອງຊັດບະຍາກອນອັນລ້ຳຄ່າມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ອະນາຄົດແຫ່ງການພັດທະນາແບບຍືນຍົງຂອງຮ່າຢາງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ຮອດ​ ສິງ​ກະ​ໂປ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​​ຢ້ຽມ​ຢາມ ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ຮອດ​ ສິງ​ກະ​ໂປ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​​ຢ້ຽມ​ຢາມ ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜຸ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Changi, ເລີ່ມຕົ້ນບັນດາການເຄື່ອນໄຫວຢ້ຽມຢາມ ສ.ສິງກະໂປ ແຕ່ວັນທີ 11 – 13 ມີນາ ຢ່າງເປັນທາງການ.

Top