• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ກຳປູເຈຍ ເຂົ້າຢ້ຽມອຳລາ

ທ່ານເຊື່ອໝັ້ນວ່າ ເມື່ອກັບເມືອ ກຳປູເຈຍ, ທ່ານນາງຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ, ເພີ່ມພູນຄູນສ້າງການພົວພັນຂອງ 2 ປະເທດ.
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຕ້ອນຮັບທ່ານນາງ Chea Kimtha, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ (ພາບ: TTXVN)

 ຕອນບ່າຍວັນທີ 14 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Chea Kimtha, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ, ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ນາງ Chea Kimtha ແລະ ສະຖານທູດ ກຳປູເຈຍ ໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການພັກ, ລັດ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ເຊື່ອມຕໍ່ການພົບປະແລກປ່ຽນປະຊາຊົນຂອງ 2 ປະເທດ; ທ່ານເຊື່ອໝັ້ນວ່າ ເມື່ອກັບເມືອ ກຳປູເຈຍ, ທ່ານນາງຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ, ເພີ່ມພູນຄູນສ້າງການພົວພັນຂອງ 2 ປະເທດ.

        ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ແລະ ກຳປູເຈຍ ລ້ວນແຕ່ມີເປົ້າໝາຍທີ່ຄ້າຍຄືກັນໃນການພັດທະນາ; ທ່ານສະເໜີໃຫ້ 2 ປະເທດຕ້ອງຍູ້ແຮງການເຊື່ອມຕໍ່ດ້ານພື້ນຖານໂຄງລ່າງ, ພັດທະນາພື້ນຖານໂຄງລ່າງການຄ້າຊາຍແດນ; ນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 20 ຕື້ USD ຄືເປົ້າໝາຍທີ່ໄດ້ວາງອອກໂດຍໄວ. ພ້ອມກັນນັ້ນ, 2 ປະເທດຕ້ອງສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ປັບປຸງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຂອງ 2 ປະເທດ ແລະ ພາກພື້ນ.

​(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ຕາມບົດລາຍງານແລ້ວ, ໃນຈຳນວນບັນດາປະເທດຖືກຜົນສະທ້ອນລວມມີ ໂຊມາລີ, ລັດເຊຍ, ອີຣານ, ອາບການິດສະຖານ, ບຣາຊິນ, ນີເຊລີ ແລະ ໄທ.

Top