ວັນທີ 28 ກຸມພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກ່າວເຕືອນ ເລື່ອງລັດຖະບານ ອາເມລິກາ ຫລຸດຜ່ອນການຊ່ວຍເຫລືອຕ່າງປະເທດ ອາດຈະເຮັດໃຫ້ໂລກ “ອ່ອນແອລົງ, ຫນ້ອຍສຸດແມ່ນຄວາມປອດໄພ ແລະ ວັດທະນາຖາວອນກໍ່ຫລຸດລົງ”
ທ່ານເລຂາທິການໃຫຍ່ ສປຊAntonio Guterres ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ນິວຢອກ. (ພາບ: Kyodo/TTXVN)
ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ສຳນັກງານຂອງ ສປຊ ທີ່ນະຄອນ ນິວຢອກ ອາເມລິກາ, ທ່ານເລຂາທິການໃຫຍ່ ສປຊ ໄດ້ກ່າວເຕືອນ ເລື່ອງ ອາເມລິກາ ຫລຸດຜ່ອນຫລາຍສົມຄວນບັນດາບ້ວງຊ່ວຍເຫລືອມະນຸດສະທຳ ແລະ ພັດທະນາ ຈະກໍ່ຜົນຕາມມາຢ່າງຫນັກຫນ່ວງໃຫ້ແກ່ຜູ້ມີຄວາມສ່ຽງນັບລ້ານໆຄົນຢູ່ທຸກແຫ່ງໃນໂລກ. ທ່ານຍັງເນັ້ນຫນັກວ່າ: ຄວາມຕັດສິນຂອງອາເມລິກາ ກ່ຽວກັບເລື່ອງຫລຸດຜ່ອນການຊ່ວຍເຫລືອ ພວມສົ່ງຜົນສະທ້ອນເຖິງຫລາຍໂຄງການສຳຄັນ”, ໃນນັ້ນ ພົ້ນເດັ່ນແມ່ນບັນດາການເຄື່ອນໄຫວຫນູນຊ່ວຍມະນຸດສະທຳ, ບັນດາໂຄງການພັດທະນາ, ຄວາມມານະພະຍາຍາມຕ້ານການກໍ່ການຮ້າຍ ແລະ ຂໍ້ລິເລີ່ມຕ້ານການຄ້າຂາຍຢາເສບຕິດ.
ທ່ານເລຂາທິການໃຫຍ່ ສປຊ ເລັ່ງລັດ ລັດຖະບານ ອາເມລິກາ ຕີລາຄາຄືນ ຂໍ້ຕົກລົງຫລຸດຜ່ອນການຊ່ວຍເຫລືອ ແລະ ຖືວ່າ: ສິ່ງນັ້ນ ຈະເຮັດໃຫ້ບົດບາດມະນຸດສະທຳຂອງ ອາເມລິກາ ລົງ ແລະ ພາໄປເຖິງຜົນຕາມມາຢ່າງເລິກເຊິ່ງກວ້າງຂວາງ ບໍ່ພຽງແຕ່ສຳລັບບັນດາຜູ້ມີຄວາມຕ້ອງການເທົ່ານັ້ນ ຫາກຍັງສຳລັບສະຖຽນລະພາບຂອງທົ່ວໂລກອີກດ້ວຍ. ທ່ານ Antonio Guterres ກໍ່ຢືນຢັນ ສປຊ ຈະສືບຕໍ່ມານະພະຍາຍາມເພື່ອສະຫນອງການຊ່ວຍເຫລືອທີ່ຈຳເປັນ ແລະ ເປັນຫລາຍຮູບແບບບັນດາແຫລ່ງການອຸປະຖຳຂອງຕົນ.
(ແຫຼ່ງຄັດຈາກ VOV)