• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຫວຽດນາມ- ສັງກາດໃໝ່

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ການາດາ ຢ່າງຈົບງາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຕີລາຄາສູງຕໍ່ການພົວພັນ ຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ການາດາ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ຢູ່​ສະ​ໜາມ​ບິນ Macdonald-Cartier, ນະ​ຄອນ​ຫຼວງ Ottawa. (ພາບ: VNA)

ຕອນຄ່ຳວັນທີ 25 ກັນຍາ (ຕາມເວລາທ້ອງຖິ່ນ), ເຮືອບິນພິເສດທີ່ນຳ​ສົ່ງທ່ານ ໂຕເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນ​ທາງອອກຈາກນະຄອນຫຼວງ Ottawa, ສິ້ນສຸດການຢ້ຽມຢາມທາງ​ລັດ​ຖະ​ກິດ ການາດາ ຢ່າງຈົບ​ງາມ, ຕາມຄຳເຊີນຂອງ ທ່ານນາງ Louise Arbour ຜູ້ສຳ​ເລັດ​ລາດ​ຊະ​ການ ການາດາ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການໂອ້ລົມສົນທະນາຂັ້ນສູງວິສາຫະກິດ ຫວຽດນາມ-ການາດາ (ພາບ: VNA)

ກ່ອນໜ້ານັ້ນ, ​ໂດຍການເຂົ້າຮ່ວມ ແລະ ກ່າວຄຳເຫັນ​ທີ່​ການໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງວິສາຫະກິດ ຫວຽດນາມ-ການາດາ ຈັດ​ຂຶ້​ນ​ໃນ​ວັນ​ດຽວ​ກັນ​ຢູ່ Ottawa, ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ໄດ້ຕີລາຄາສູງຕໍ່ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ການາດາ, ພ້ອມ​ກັນ​ນັ້ນກໍ່​ໄດ້ເນັ້ນໜັກເຖິງບົດບາດຂອງສັນຍາຄູ່ຮ່ວມມື​ຮອບ​ດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ. ທ່ານເລຂາທິການໃຫຍ່, ປະທານປະ​ເທດ ໂຕເລີມ ຢືນຢັນວ່າ:

“ຫວຽດນາມ ບໍ່ພຽງແຕ່ຊອກຫານັກລົງທຶນ​ໃຫ້​ແກ່ບັນ​ດາໂຄງການທີ່ມີຢູ່ແລ້ວເທົ່ານັ້ນ. ພວກ​ຂ້າ​ພະ​ເຈົ້າ​ພວມຊອກຫາຄູ່ຮ່ວມງານທີ່ສາມາດພ້ອມກັບ ຫວຽດນາມ ສ້າງ​ບັນ​ດາໂຄງການທີ່ດີພໍ​ເພືື່ອ​ສາ​ມາດລົງທຶນ ແລະ ​ລະ​ດົມ​ແຫຼ່ງທຶນໄລຍະຍາວ. ​ພ້ອມ​ກັນ​ນັ້ນ, ຂ້າພະເຈົ້າກໍ່​ມີ​ຄວາມ​ປ​າດ​ຖະ​ໜາເປັນພິເສດ​ຢາກເພີ່ມທະວີການຮ່ວມມືດ້ານເຕັກໂນໂລຢີສູງ. ພວກ​ຂ້າ​ພະ​ເຈົ້າ​ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ ການາດາ ລົງທຶນບໍ່ພຽງແຕ່ເຂົ້າໃນຊັບສິນທີ່ເປັນຮູບປະທຳເທົ່ານັ້ນ, ​ຫາກຍັງ​ເຂົ້າໃນດ້ານ ເຕັກໂນໂລຢີ, ການຄົ້ນຄວ້າ ແລະ ພັດທະນາ, ຂໍ້ມູນ, ​ບັນ​ດາ​ຂະ​ແໜງອຸດສາຫະກຳທີ່ມີຄວາມສາມາດ​ຍົກ​​ສະ​ມັດ​ຕະ​ພາບ​ຂອງ​ພື້ນ​ຖານເສດຖະກິດອີກ​ດ້ວຍ”.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຕ້ອນຮັບ ທ່ານ Ian L. Edwards, ປະທານ, ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຂອງ AtkinsRéalis (ພາບ: VNA)

ແລະ​ກໍ່​ໃນ​ຂອບ​ເຂດການຢ້ຽມຢາມທາງ​ລັດ​ຖະ​ກິດ ການາດາ, ຕອນບ່າຍວັນທີ 25 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຕ້ອນ​ຮັບ​ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ, ​ກຸ່ມບໍລິສັດ ແລະ ຄູ່ຮ່ວມ​ຮ່ວມ​ມືຈຳນວນໜຶ່ງ​ຢູ່ ການາດາ.

ທີ່​ການ​ຕ້ອນ​ຮັບທ່ານ Ian L. Edwards, ປະທານ, ທັງ​ເປັນຜູ້ອຳນວຍການໃຫຍ່​ຝ່າ​ຍ​ບໍ​ລິ​ຫານຂອງ AtkinsRéalis, ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ສະ​ເໜີໃຫ້ກຸ່ມບໍລິສັດ​ເຮັດແຈ້ງ​ຄວາມ​ສາ​ມາດການຮ່ວມມື, ການ​ຖ່າຍ​ທອດເຕັກໂນໂລຊີ, ​ການຫັນ​ເປັນ​ພາຍ​ໃນ ແລະ ​ບຳ​ລຸງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດໃນໂຄງການໄຟ​ຟ້ານິວເຄຼຍຂອງ ຫວຽດນາມ, ບົນ​ຫຼັກ​ການຄວາມປອດໄພ​ແມ່ນ​ຄວາມ​ຮຽກ​ຮ້ອງສູງສຸດ.

ທີ່​ກາ​ນ​ຕ້ອ​ນ​ຮັບທ່ານສາດສະດາຈານ Graham Carr, ຜູ້ອຳນວຍການມະຫາວິທະຍາໄລ Concordia, ທ່ານເລຂາທິການໃຫຍ່, ປະທານ​ປະ​ເທດ ໂຕເລີມ ປາດຖະໜາຢາກນຳການສຶກສາ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກໍາ ໃຫ້​ກາຍ​ເປັນເປັນເສົາຄໍ້າຂອງການຮ່ວມມືລະຫວ່າງ ຫວຽດນາມ ແລະ ການາດາ.

ກ່າວຄຳເຫັນທີ່ການຕ້ອນຮັບສະມາຄົມມິດຕະພາບ ການາດາ-ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເໜີໃຫ້ສະມາຄົມເສີມ​ຂະ​ຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງປະຊາຊົນສອງປະເທດ, ເພີ່ມທະວີ​ການແນະນຳ​ໂຄ​ສະ​ນາ​ກ່ຽວ​ກັບ ຫວຽດນາມ ຢູ່ ການາດາ ແລະ ການາດາ ຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຂີດ​ໝາຍ ITLOS 2026: ຄວາມ​ໄວ້​ວາງ​ໃຈຕໍ່​ແນວ​ທາງ​ການ​ທູດ​ທີ່​ຖືກ​ຕ້ອງ ແລະ ມີ​ປະ​ສິດ​ທິ​ຜົນ

ຂີດ​ໝາຍ ITLOS 2026: ຄວາມ​ໄວ້​ວາງ​ໃຈຕໍ່​ແນວ​ທາງ​ການ​ທູດ​ທີ່​ຖືກ​ຕ້ອງ ແລະ ມີ​ປະ​ສິດ​ທິ​ຜົນ

ເຫດ​ການ ວັນ​ທີ 18 ມິ​ຖຸ​ນາ ຜ່ານ​ມາ,  ທ່ານ​ ຮ​ສ​.ປອ. ນາງ ຫງວຽນ​ທິ​ລານ​ແອັງ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ຜູ້​ພິ​ພາກ​ສາ​ສານ​ກົດ​ໝາຍ​ທະ​ເລ​ສາ​ກົນ (ITLOS) ສະ​ໄໝ 2026 – 2035 ດ້ວຍ​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ​ສູງ​ທີ່​ສຸດນັ້ນ ບໍ່​ພຽງ​ແຕ່​ແມ່ນ​ຜົນ​ງານ​ທາງ​ການ​ທູດ​ຂອງ​ບຸກ​ຄົນ​ເທົ່າ​ນັ້ນ.

Top