• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຫວຽດນາມ- ສັງກາດໃໝ່

ຕາ​ແສງ ຮ່າ​ຕຽນ, ແຂວງ ອານ​ຢາງ: ຈຸດ​ພ​ົ້ນ​ເດັ່ນ​ຢູ່​ເຂດ​ຊາຍ​ແດນ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ ຫວຽດນາມ

ຕາ​ແສງ ຮ່າ​ຕຽນ, ແຂວງ ອານ​ຢາງ, ຫວຽດນາມ ແມ່ນ​ຕົວ​ເມືອງ​ດ່ານ​ສາ​ກົນ, ມີ​ທີ່ຕັ້ງ​ພິ​ເສດ​ກ່ຽວ​ກັບ​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບຢູ່ເຂດ​ຊາຍ​ແດນ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະ​ເທດ​ຊາດ. ເພື່ອ​ຂຸດ​ຄົ້ນ​​ທ່າ​ໄດ້​ປຽບ​ຂອງ​ຕົວ​ເມືອງ​ດ່ານ​ສາ​ກົນໃຫ້ໄດ້ສູງສຸດ, ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ການ​ຄ້າ​ຊາຍ​ແດນນັ້ນ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ໄດ້​ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ຮັກ​ສາ​ຄວາມ​ສະຫງົບ​ໃຫ້​ໝັ້ນ​ຄົງ, ຜັນ​ຂະ​ຫຍາຍ​ການ​ບໍ​ຫານ​ພາກ​ລັດ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ.

ຕາ​ແສງ ຮ່າ​ຕຽນ ມີ​ພູມ​ສັນ​ຖານທຸ​ລະ​ກັ​ນ​ດານ​ດ້ວຍຫຼາຍ​ເສັ້ນ​ທາງ​ນ້ອຍທາງລັດ, ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ​ໄດ້​ຈັດການ​ໄປ​ລາດ​ຕະ​ເວນ​ເປັນຫຼາຍຊັ້ນ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ສະ​ພາບ​ຄ້າ​ຂາຍ​ເຖື່ອນ, ການ​ເຂົ້າ​ອອກ​ເມືອງ​ແບບ​ຜິດ​ກົດ​ໝາຍ. ໃນ​ຂະ​ນະ​ນັ້ນ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ໄດ້​ຕັ້ງ​ໜ້າ​ໜູນ​ຊ່ວຍ ປ​ຊ​ຊ ປະ​ຕິ​ບັດ​ບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ. ທ່ານ ຟ້າມ​ຄັກ ຟາ​ຣາ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ປ​ຊ​ຊ ຕາ​ແສງ ຮ່າ​ຕຽນ ໃຫ້​ຮູ້​ວ່າ:

ຕາ​ແສງ ຮ່າ​ຕຽນ ມີ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ດຳ​ລົງ​ຊີ​ວິດຢູ່ເປັນຈຳນວນຫຼາຍ, ສ່ວນຫຼາຍ​ແມ່ນ​ຊາວ​ເຜົ່າ ຂະ​ແມ ແລະ ຊາວ​ ຈີນ. ດັ່ງນັ້ນ, ຄະ​ນະ​ກຳ​ມະ​ການ ປ​ຊ​ຊ ຕາ​ແສງ ໄດ້​ຈັດ​ບັນ​ດາ​ພະ​ນັກ​ງານທີ່​ຮູ້​ພາ​ສາ​ຊົນ​ເຜົ່າ​ຢູ່​ເຂດ​ບໍ​ລິ​ຫານ​ແຫ່ງ​ລັດ ເພື່ອ​ໜູນ​ຊ່ວຍ ປ​ຊ​ຊ ໃນ​ວິ​ວັດ​ການ​ຈົດ​ທະ​ບຽນ​ເຮັດ​ລະ​ບຽບ​ການ​ບໍ​ລິ​ຫານ​ລັດ.

ທ່ານພັນ​ຕີ ເຈົາ​ວັນ​ນາດ ຕຳຫຼວດ​ເຂດ​ຖະ​ໜົນ ຊ່າ​ເຊຍ ຕາ​ແສງ ຮ່າ​ຕຽນ ໃຫ້​ຮູ້​ວ່າ:

ເຂດ​ຖະ​ໜົນ ຊ່າ​ເຊຍ ແມ່ນ​ບ່ອນ​ດຳ​ລົງ​ຊີ​ວິດ​ຂອງ ປ​ຊ​ຊ ຊາວ​ເຜົ່າ ຂະ​ແມ ຫຼາຍ​ຄົນ, ກວມ​ເອົາ​ປະ​ມານ 70% ຊື່ງ​ສ່ວນຫຼາຍບໍ່​ຮູ້​ພາ​ສາ ຫວຽດ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ລົງ​ບໍ​ລິ​ເວນ​ ເພື່ອ​ສົມ​ທົບ​ກັບ​ບັນ​ດາ​ຄະ​ນະ, ຂະ​ແໜງ​ການ, ສະ​ມາ​ຄົມ​ໝູ່​ຄະ​ນະ​ຢູ່​ເຂດ​ຖະ​ໜົນເປັນ​ປະ​ຈຳ ​ເພື່ອ​ໂຄ​ສະ​ນາ​ໃຫ້ ປ​ຊ​ຊ ເຂົ້າ​ໃຈ ແລະ ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ລັດ…

ພ້ອມ​ກັນ​ນັ້ນ, ບັນ​ດາ​ກຳ​ລັງ​​ທີ່​ມີ​ໜ້າ​ທີ່​ກ່ຽວ​ຂ້ອງກໍ່​ໄດ້​ຕັ້ງ​ໜ້​າເຂົ້າ​ຮ່ວມ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ. ເອື້ອຍ ໂງ​ທິ​ຮົ່ງ​ດ່າວ, ຫົວ​ໜ້າໜ່ວຍ​ສະ​ຫະ​ພັນ​ແມ່​ຍິງເຂດ​ຖະ​ໜົນ ມີ້​ໂລ້, ຕາ​ແສງ ຮ່າ​ຕຽນ ໃຫ້​ຮູ້​ວ່າ:

ພວກ​ຂ້າ​ພະ​ເຈົ້າ​ໄດ້ແນະ​ນຳໃຫ້​ເອື້ອຍ​ນ້ອງ​ເຂົ້າ​ແອັບ VNeID ເພື່ອ​ເຮັດລະ​ບອບ​ລະ​ບຽບ​ການ​ບໍ​ລິ​ຫານ, ຈົດ​ທະ​ບຽນ​ບ່ອນ​ຢູ່​ອາ​ໄສ…. ໃນ​ໂທ​ລະ​ສັບ​ມື​ຖື. ພວກ​ຂ້າ​ພະ​ເຈົ້າໄດ້​ສົມ​ທົບ​ກັບ​ຕຳຫຼວດ​ຕາ​ແສງ​ເພື່ອ​ໂຄ​ສະ​ນາ​ໃຫ້​ເອື້ອຍ​ນ້ອງ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ.

ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຢູ່​ຕາ​ແສງ ຮ່າ​ຕຽນ ບໍ່​ພຽງ​ແຕ່​ອີງ​ໃສ່​ກຳ​ລັງ​​ຫຼວງ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຮູບ​ແບບ “ໜ່ວຍພົນລະເຮືອນປ້ອງກັນເຄື່ອນທີ່ໂຄ​ສະ​ນາເຜີຍແຜ່, ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ, ໄພ​ສັງ​ຄົມ​ເຂດເສັ້ນ​ຊາຍ​ແດນ​” ອີກ​ດ້ວຍ. ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ນັບ​ແຕ່​ເດືອນ​ມີ​ນາ ​ປີ 2021, ທຳ​ອິດ, ກອງ​ກຳ​ລັງ​ດັ່ງ​ກ່າວ​ມີ​ໜ້າ​ທີ່​ຕົ້ນ​ຕໍ​ແມ່ນ​ໜູນ​ຊ່ວຍ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 ໃນເຂດເສັ້ນ​ຊາຍ​ແດນ. ເມື່ອ​ໂລກ​ລະ​ບາດ​ໄດ້​ຮັບການຄວບ​ຄຸມ, ຮູບ​ແບບນີ້​ໄດ້​ຫັນ​ປ່ຽນ​ໄປ​ໜ້າ​ທີ່​ຈຸດ​ສຸມ​ແມ່ນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກອນ, ໄພ​ສັງ​ຄົມ. ທ່ານ ສີ​ພອນ, ຫົວ​ໜ້າ​ໜ່ວຍພົນລະເຮືອນປ້ອງກັນເຄື່ອນ​ທີ່​ເຂດ​ຖະ​ໜົນ ຊ່າ​ເຊຍ, ຕາ​ແສງ ຮ່າ​ຕຽນ ໃຫ້​ຮູ້​ວ່າ:

ໜ່ວຍພົນລະເຮືອນປ້ອງກັນເຄື່ອນ​ທີ່ ໄດ້ໂຄ​ສະ​ນາ​ແຜນ​ນະໂຍ​ບາຍ, ແນວ​ທາງ, ນະ​ໂຍ​ບາຍ​ຂອງ​ພັກ, ກົດ​ໝາຍ​ຂອງ​ລັດ ໄປ​ຍັງ ປ​ຊ​ຊ ເຂດ​ຊາຍ​ແດນ. ຊ່ວຍ​ໃຫ້ ປ​ຊ​ຊ ມີ​ສະ​ຕິ​ລະ​ວັງ​ຕົວຕໍ່​ບັນ​ດາ​ກົນ​ອຸ​ບາຍຫຼອກ​ລວງ​ຂອງ​ບັນ​ດາ​ເປົົ້າ​ໝາຍບໍ່​ດີ, ຄົ້ນ​ພົບ​ບັນ​ດາ​ເປົ້າ​ໝາຍ​ເຂົ້າ​ເມືອງ​ແບບ​ຜິດ​ກົດ​ໝາຍ, ແຈ້ງ​ໃຫ້​ກຳ​ລັງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ຢ່າງ​ທັນ​ການ. ທີ​ສອງ​ແມ່ນ ໜ່ວຍພົນລະເຮືອນປ້ອງກັນ​ເຄື່ອນ​ທີ່ໄດ້​ໂຄ​ສະ​ນາ​ເຜີຍແຜ່ໃຫ້ ປ​ຊ​ຊ ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ເຜົ່າ ຂະ​ແມ.

ຍ້ອນ​ການ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຄົບ​ຊຸດ​ຂອງ​ບັນ​ດາ​ອົງ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ກໍ່​ຄື​ສະ​ຕິ​ຕື່ນ​ຕົວ, ບືນ​ຕົ​ວ​ຂຶ້ນ​​ຜ່າ​ນຜ່າຄວາມ​ຫຍຸ້ງ​ຍາກ​ຂອງ ປ​ຊ​ຊ, ຕາ​ແສງ ຮ່າ​ຕຽນ, ແຂວງ ອານ​ຢາງ ໄດ້​ກາຍ​ເປັນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ປ້ອງ​ກັນ​ຄວາມສະຫງົບ, ຊີ​ວິດ​ສັງ​ຄົມ​ຢູ່​ເຂດ​ທາງທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະ​ເທດ​ຊາດ. ຕາມ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ຮອດ​ປີ 2030, ຕາ​ແສງ ຮ່າ​ຕຽນ ໄດ້​ວາງ​ເປົ້າ​ໝາຍ​ກາຍ​ເປັນ​ສູນ​ເສດ​ຖະ​ກິດ​ທະ​ເລ, ການ​ທ່ອງ​ທ່ຽວ ແລະ ການ​ຄ້າ​ຢູ່​ແຂວງ ອານ​ຢາງ./.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ສະໜັບສະໜູນນະໂຍບາຍ ຈັດການຢ່າງເຂັ້ມງວດ ຕໍ່ການລະເມີດ ຊັບສິນທາງປັນຍາ

ຫວຽດນາມ ສະໜັບສະໜູນນະໂຍບາຍ ຈັດການຢ່າງເຂັ້ມງວດ ຕໍ່ການລະເມີດ ຊັບສິນທາງປັນຍາ

ໃນສະພາບການ ລະເມີດຊັບສິນທາງປັນຍາ ມີທ່າອ່ຽງຜັນແປ ຢ່າງຊັບຊ້ອນ ແລະ ທັນສະໄໝ ຫຼາຍຂຶ້ນເລື້ອຍໆ ດ້ວຍຫຼາຍຮູບແບບ, ຄືກັບຫຼາຍປະເທດໃນໂລກ, ຫວຽດນາມ ເດັດດ່ຽວຕ້ານ ແລະ ຈັດການຢ່າງເຂັ້ມງວດ ຕໍ່ບັນດາການ ລະເມີດຊັບສິນທາງປັນຍາ. ນີ້ທັງ ແມ່ນບຸລິມະສິດສູງ, ທັງແມ່ນແຜນນະໂຍບາຍ ແລະ ນະໂຍບາຍ ທີ່ ສະເໝີຕົ້ນສະເໝີປາຍ ຂອງ ຫວຽດນາມ ແນໃສ່ສ້າງສະ ພາບແວດລ້ອມແຫ່ງການດຳເນີນທຸລະກິດ ທີ່ໂປ່ງໃສ ແລະ ຫັນປ່ຽນຮູບແບບ ການເຕີບໂຕ ໂດຍ ຖືເອົາ ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນ ດີຈີຕອນ ເປັນກຳລັງໜູນຕົ້ນຕໍ.

Top