• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ການຮ່ວມມືລະຫວ່າງ ຫວຽດນາມ ແລະ ມຽນມາ ຈະມີບາດກ້າວພັດທະນາໃໝ່, ແທດຈິງກວ່າ

ຕອນຄ່ຳວັນທີ 5 ກັນຍາ, ທີ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ ໄດ້ເປັນປະທານຈັດງານລ້ຽງຕ້ອນຮັບ ທ່ານ Min Aung Hlaing, ປະທານາທິບໍດີ ມຽນມາ ແລະ ທ່ານນາງ Kyu Kyu Hla ພັນລະຍາ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
  ທ່ານ ໂຕນເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານນາງ ໂງເຟືອງລີ ພັນລະຍາແລະ ທ່ານ Min Aung Hlaing, ປະທານາທິບໍດີ ມຽນມາ ແລະ ທ່ານນາງ Kyu Kyu Hla, ພັນລະຍາ (ພາບ: VNA)  

ກ່າວຄຳປາໄສໃນງານລ້ຽງ, ທ່ານເລຂາທິການໃຫຍ່, ປະທານປະ​ເທດ ໂຕເລີມ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈ ແລະ ຄວາມພະຍາຍາມ​ລວມຂອງ​ການ​ນຳ ແລະ ປະຊາຊົນ 2 ປະເທດ, ການພົວພັນຄູ່ຮ່ວມມືຮ່ວມ​ມື​ຢ່າງຮອບດ້ານລະຫວ່າງ ຫວຽດນາມ-ມຽນມາ ຈະບັນລຸໄດ້ບາດ​ກ້າວພັດທະນາໃໝ່, ຮອບດ້ານ, ມີປະສິດທິ​ຜົນ ແລະ ແທດຈິງກວ່າເກົ່າ, ປະກອບສ່ວນຢ່າງແທດຈິງຕໍ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

ສ່ວນທ່ານປະທານາທິບໍດີມຽນມາ Min Aung Hlaing ເນັ້ນໜັກວ່າ ມຽນມາ ຈະພະຍາຍາມຈົນ​ສຸດ​ຄວາມ​ສາ​ມາດເພື່ອ​ເພີ່ມ​ພ​ູນ​ຄູນ​ສ້າງສາຍພົວພັນທີ່ເປັນ​ມູນ​ເຊື້ອ, ເສີມສ້າງການເຊື່ອມຕໍ່ທາງ​ວິ​ສ​າ​ຫະ​ກິດລະຫວ່າງສອງປະເທດ, ​ມຸ່ງ​ໄປ​ເຖິງ​ພິ​ທີສະເຫຼີມສະຫຼອງ 10 ປີ​ແຫ່ງວັນສ້າງຕັ້ງຄູ່ຮ່ວມມືການຮ່ວມ​ມື​ຮອບດ້ານໃນປີ 2027.

ກ່ອນໜ້ານັ້ນໃນຕອນບ່າຍວັນ​ດຽວ​ກັນ, ທີ່ຮ່າໂນ້ຍ, ທ່ານ ເລ​ມິນ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ກໍ່ໄດ້​ໂອ້​ລົມ​ສົນ​ທະ​ນາ​ກັບ ທ່ານປະທານາທິບໍດີ ມຽນມາ Min Aung Hlaing.

ທີ່ການພົບປະ, ​ການ​ນຳ 2 ທ່ານ​ໄດ້​ເປັນ​ເອກ​ກະ​ພາບກັນເພີ່ມທະວີການຮ່ວມມືດ້ານປ້ອງກັນປະເທດ, ປ້ອງ​ກັນ​ຄວາມ​ສະ​ຫງົບໃຫ້​ກາຍ​ເປັນເສົາຄ້ຳຂອງການຮ່ວມມືສອງຝ່າຍ. ການ​ນຳ 2 ທ່ານກໍ່​ເຫັນ​ດີ​ເປັນ​ເອກ​ກະ​ພາບຈະ​ຊຸກ​ຍູ້ການຮ່ວມມືຢ່າງຮອບດ້ານໃນຂົງເຂດອື່ນໆ, ​ພິ​ເສດ​ແມ່ນການເຊື່ອມຕໍ່ພື້ນຖານໂຄງລ່າງ, ​ຄົມມະ​ນາ​ຄົມທາງອາກາດ, ການສຶກສາ, ວັດທະນະທຳ, ການແລກປ່ຽນປະຊາຊົນ, ເຊື່ອມຕໍ່ທ້ອງຖິ່ນ.

ຕອນບ່າຍວັນທີ 06 ກັນຍາ, ທ່ານ Min Aung Hlaing, ປະ​ທາ​ນາ​ທິ​ບໍ​ດີ ມຽນມາ​ ແລະ ທ່ານນາງ Kyu Kyu Hla, ພັນລະຍາ ໄດ້​ເດີນ​ທາງອອກຈາກຮ່າໂນ້ຍ, ​ສິ້​ນ​ສຸດການຢ້ຽມຢາມ ຫວຽດນາມ ເປັນທາງການຢ່າງ​ຈົບ​ງາມ, ແຕ່ວັນທີ 04 ຫາ 06 ກັນຍາ 2026, ຕາມຄຳເຊີນຂອງ ທ່ານ ໂຕນເລິມ ເລຂາທິການໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກ​ອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ: ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຍັງໃຫຍ່ຫຼວງຢູ່

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ: ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຍັງໃຫຍ່ຫຼວງຢູ່

ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສອງປະເທດເອົາໃຈໃສ່ເປັນພິເສດຕໍ່ປະຊາຄົມຊາວ ສ.ເກົາຫຼີ ອາໃສຢູ່ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ

Top