ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງບັນດາໝາກຜົນທີ່ບັນລຸໄດ້ໃນການປະຕິບັດຂໍ້ສະຫຼຸບເລກທີ 21 ກ່ຽວກັບການກໍ່ສ້າງ, ປັບປຸງພັກແມ່ນມີຄວາມສຳຄັນຍິ່ງ ແລະ ມີຄວາມໝາຍຢ່າງຍາວນານ.
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນທີ່ການເຮັດວຽກ. (ພາບ: VNA)
ຕອນບ່າຍວັນທີ 27 ກໍລະກົດ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບຄະນະຈັດຕັ້ງສູນກາງ ແລະ ບັນດາອົງການທີ່ກ່ຽວຂ້ອງ ປະກອບຄຳເຫັນກ່ຽວກັບການສະຫຼຸບເບື້ອງຕົ້ນການປະຕິບັດຂໍ້ສະຫຼຸບເລກທີ 21 ສູນກາງ, ລົງວັນທີ 25 ຕຸລາ 2021 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 13 ກ່ຽວກັບແຜນການເພີ່ມທະວີ, ກໍ່ສ້າງປັບປຸງພັກ ແລະ ບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ, ຕອບສະໜອງຄວາມຮຽກຮ້ອງໃນການພັດທະນາຂອງປະເທດຊາດໃນໄລຍະໃໝ່.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງບັນດາໝາກຜົນທີ່ບັນລຸໄດ້ໃນການປະຕິບັດຂໍ້ສະຫຼຸບເລກທີ 21 ກ່ຽວກັບການກໍ່ສ້າງ, ປັບປຸງພັກແມ່ນມີຄວາມສຳຄັນຍິ່ງ ແລະ ມີຄວາມໝາຍຢ່າງຍາວນານ. ໃນນັ້ນ, ໝາກຜົນສູງສຸດແມ່ນປະຕິບັດສຳເລັດໜ້າທີ່ນຳປະເທດຊາດໃຫ້ພັດທະນາ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ. ຕາມທ່ານແລ້ວ, ສິ່ງດັ່ງກ່າວເປັນການສະແດງໃຫ້ເຫັນກຳລັງຊີ້ນຳ, ກຳອຳນາດຂອງພັກ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງຕ້ອງສ້າງມະຕິໃຫ້ຖືກລະດັບ, ມີຄວາມເປັນໄປໄດ້, ສ້າງການຫັນປ່ຽນຢ່າງແຮງ, ຍົກສູງກຳລັງຄວາມສາມາດຊີ້ນຳກຳນາດຂອງພັກ, ຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດໃນໄລຍະໃໝ່.
(ແຫຼ່ງຄັດຈາກ VOV)