• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ນິວຊີແລນ

ພາຍຫຼັງໄປຮອດນະຄອນ Auckland, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕ້ອນຮັບທ່ານ Steven Joyce, ຜູ້ຮັກສາການປະທານສະມາຄົມມິດຕະພາບ ນິວຊີແລນ - ຫວຽດນາມ ແລະ ສະມາຊິກດີເດັນຈຳນວນໜຶ່ງຂອງສະມາຄົມ.

ພ​າຍ​ຫຼັງ​ສິ້ນ​ສຸດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່ Canberra, ອົດ​ສ​ະ​ຕາ​ລີ, ຕອນ​ບ່າຍ​ວັນ​ທີ 12 ສິງ​ຫາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ Auckland, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ນິວ​ຊີ​ແລນ ແຕ່​ວັນ​ທີ 12 – 14 ສິງ​ຫາ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ Cindy Kiro, ຜູ້​ສຳ​ເລັດ​ລາດ​ຊະ​ການ​ແຫ່ງ ອົດ​ສະ​ຕາ​ລີ.

  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕ້ອນຮັບທ່ານ Steven Joyce, ຜູ້ຮັກສາການປະທານສະມາຄົມມິດຕະພາບ ນິວຊີແລນ - ຫວຽດນາມ. (ພາບ: VNA)  

ພາຍ​ຫຼັງ​ໄປ​ຮອດ​ນະ​ຄອນ​ Auckland, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຕ້ອນ​ຮັບ​ທ່ານ Steven Joyce, ຜູ້​ຮັກ​ສາ​ການ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ນິວ​ຊີ​ແລນ - ຫ​ວຽດ​ນາມ ແລະ ສະ​ມາ​ຊິກ​ດີ​ເດັນ​ຈ​ຳ​ນວນ​ໜຶ່ງ​ຂອງ​ສະ​ມາ​ຄົມ.

ທີ່​ການ​ຕ້ອ​ນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​​ການ​ຮ່ວມ​ມືທີ່​ຍັງ​ໃຫຍ່​ຫຼວງ​ຢູ່​ລະ​ຫວ່າງ 2 ປະ​ເທດ, ປາດ​ຖະ​ໜາ​ວ່າ ສະ​ມາ​ຄົມ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ; ສືບ​ຕໍ່​ຖື​ການ​ສຶກ​ສາ - ບຳ​ລຸງ​ສ້າງ​ແມ່ນ​ຈຸດ​ສຸມ​ຂອງ​ການ​ຮ່ວມ​ມື, ພ້ອມ​ກັນ​ນັ້ນ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ເສດ​ຖະ​ກິດ... ທ່ານກໍ່​ຫວັງ​ວ່າ, ສະ​ມາ​ຄົມ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ນິວ​ຊີ​ແລນ

ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ນະ​ຄອນ Auckland, ​ນິວ​ຊີ​ແລນ, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ ແລະ ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ນິວ​ຊີ​ແລ​ນ.

ທີ່​ການ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລ​ມ ຕີ​ລ​າ​ຄາ​ສູງ​ຈິດ​ໃຈ​ອ​ວາຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ, ບັນ​ດາ​ການ​ປະ​ກອ​ບ​ສ່​ວນ​ຂອງ​ປະ​ຊາ​ຄົມ​ຊາ​ວ ຫວຽດ​ນາມ ອາ​ໄສ​ຢູ່ ນິວ​ຊີ​ແລນ, ໂດຍ​ສະ​ເພາະ​ແມ່ນ​ບົດ​ບາດ​ຂອງ​ສະ​ມາ​ຄົມ, ເຄືອ​ຂ່າຍ​ປັນ​ຍາ​ຊົນ​ໃນ​ການ​ເຊື່ອມ​ຕໍ່​ປະ​ຊາ​ຄົມ ແລະ ໂຄ​ສະ​ນາ​ພາບ​ພົດ​ຂອງ ຫວຽດ​ນາມ. ທ່ານ​ຫວັງ​ວ່າ ພໍ່​ແມ່ນ​ປະ​ຊາ​ຊົນ​ຈະ​ສືບ​ຕໍ່​ສາ​ມັກ​ຄີ​ກັນ, ສ້າງ​ປະ​ຊາ​ຄົມ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ, ຮັກ​ສາ​ສີ​ສັນ ແລະ ພາ​ສາ ຫວຽດ, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ພັດ​ທະ​ນາ, ປະ​ກອ​ບ​ສ່ວນ​ໃຫ້​ແກ່​ບ້ານ​ເກີດ​ເມືອງນອນ, ພ​້ອມ​ກັນ​ນັ້ນ, ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ນິວ​ຊີ​ແລນ ແລະ ບັນ​ດາ​ປະ​ເທດ​ເກາະ ປາ​ຊີ​ຟິກ​ໃຕ້.

(ແຫຼ່ງຄັດຈາກ VOV)

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃຫ້ສົມກັບການພົວພັນ ຫວຽດນາມ - ອົດສະຕາລີ

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃຫ້ສົມກັບການພົວພັນ ຫວຽດນາມ - ອົດສະຕາລີ

ທ່ານພົນເອກ ຟານວັນຢາງ ປາດຖະໜາຢາກພ້ອມກັບກະຊວງປ້ອງກັນປະເທດ ອົດສະຕາລີ ຫັນບັນດາຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດກ່ຽວກັບການຮ່ວມມືດ້ານປ້ອງກັນຊາດເປັນລະອຽດ

Top