ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕລິມ ໄດ້ເນັ້ນໜັກເຖິງບັນດາເນື້ອໃນພື້ນຖານຂອງກົດລະບຽບຂອງພັກ ທີ່ພວມປະກາດໃຊ້ຍັງມີຄຸນຄ່າເໝືອນເດີມ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕລິມ, ກ່າວຄຳເຫັນທີ່ວາລະປະຊຸມ (ພາບ: VNA)
ຕອນເຊົ້າວັນທີ 05 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການສະຫຼຸບສະພາບການຕົວຈິງ ແລະ ຄົ້ນຄວ້າປັບປຸງ, ເພີ່ມເຕີມກົດລະບຽບຂອງພັກ (ຄະນະຊີ້ນຳ) ໄດ້ເປັນປະທານວາລະປະຊຸມຄັ້ງທີ 1 ປະກອບຄຳເຫັນກ່ຽວກັບແຜນການ, ການກຳນົດທິດຜັນຂະຫຍາຍໜ້າທີ່ຂອງຄະນະຊີ້ນຳ.
ກ່າວຄຳເຫັນສະຫຼຸບວາລະປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕລິມ ໄດ້ເນັ້ນໜັກເຖິງບັນດາເນື້ອໃນພື້ນຖານຂອງກົດລະບຽບຂອງພັກ ທີ່ພວມປະກາດໃຊ້ຍັງມີຄຸນຄ່າເໝືອນເດີມ; ແຕ່ກໍ່ບໍ່ຫຼີກລ່ຽງບັນຫາໃໝ່ໂດຍຕົວຈິງໄດ້ວາງອອກ. ເປົ້າໝາຍແມ່ນສ້າງກົດລະບຽບຂອງພັກໃຫ້ມີວິທະຍາສາດ, ແໜ້ນແຟ້ນ, ກະທັດລັດ, ປະຕິບັດຢ່າງງ່າຍດາຍ ແລະ ມີກຳລັງຊີວິດຍາວນານ; ເຮັດໃຫ້ອົງການເຂັ້ມແຂງກວ່າ, ກົງຈັກລຸລ່ວງກວ່າ, ໜ້າທີ່ຮັບຜິດຊອບຈະແຈ້ງກວ່າ, ການພົວພັນລະຫວ່າງພັກ ກັບປະຊາຊົນແໜ້ນແຟ້ນກວ່າ. ທ່ານຍັງຮຽກຮ້ອງປ່ຽນແປງໃໝ່ວິທີການຄົ້ນຄວ້າ ແລະ ຈັດຕັ້ງການປະຕິບັດ.
(ແຫຼ່ງຄັດຈາກ VOV)