• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເລຕຽນເຈົາ ຍົກອອກ 3 ບຸລິມະສິດຍຸດທະສາດຂອງ ອາຊີ

ໃນຂອບເຂດກອງປະຊຸມອະນາຄົດ ອາຊີ ຄັ້ງທີ 31 ທີ່ຈັດຂຶ້ນໃນວັນທີ 11 ມິຖຸນາ, ຢູ່ ໂຕກຽວ, ປະເທດ ຍີ່ປຸ່ນ, ທ່ານ ເລຕຽນເຈົາ, ຮອງນາຍົກລັດຖະມົນຕີ ຕາງໜ້າໃຫ້ ຫວຽດນາມ ໄດ້ມີບົດກ່າວປາໄສຢູ່ທີ່ນີ້.
  (ຢູ່ທີ່ກອງ​ປະ​ຊຸມ)  

ໃນ​ຂອບ​ເຂດກອງ​ປະ​ຊຸມ​ອະ​ນາ​ຄົດ ອາ​ຊີ ຄັ້ງ​ທີ 31 ທີ່ຈັດ​ຂຶ້ນ​ໃນ​ວັນ​ທີ 11 ມິ​ຖຸ​ນາ, ຢູ່ ໂຕ​ກຽວ, ປະ​ເທດ ຍີ່​ປຸ່ນ, ທ່ານ ເລ​ຕຽນ​ເຈົາ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕາງ​ໜ້າ​ໃຫ້ ຫວຽດ​ນາມ ໄດ​້​ມີ​ບົດ​ກ່າວ​ປາ​ໄສ​ຢູ່​ທີ່ນີ້.

ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ຕຽນ​ເຈົາ ຖື​ວ່າ ສາ​ມາດ​ຖອດ​ຖອນ​ໄດ້ 3 ບົດ​ຮຽນ​ໃຫຍ່, ລວມ​ມີ: ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແມ່ນ​ພື້ນ​ຖານ, ການ​ປະ​ຕິ​ຮູບ ແລະ ການ​ປ່ຽນ​ແປງ​ໃໝ່. ກ່ຽວ​ກັບ 3 ບຸ​ລິ​ມະ​ສິດ​ຍຸດ​ທະ​ສາດ​ຂອງ ອາ​ຊີ, ທ່ານ​ໃຫ້​ຮູ້​ວ່າ:

“ທີ​ໜຶ່ງ​ແມ່ນ, ອາ​ຊີ ເປັນ​ໃຈ​ກາງ​ການ​ຜະ​ລິດ ແລະ ລະ​ບົບ​ສະ​ໜອງ​ສຳ​ຄັນ​ຂອງ​ໂລກ. ທີ​ສອງ​ແມ່ນ, ອາ​ຊີ ມີ​ກຳ​ລັງ​ຄວາມ​ສາ​ມາດ​ເຕີບ​ໂຕ​ພາຍ​ໃນ​ຢ່າງ​ແຮງ, ມີ​ຕະ​ຫຼາດ​ບໍ​ລິ​ໂພກ​​ທີ່ໃຫຍ່​ໂຕ ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ພັດ​ທະ​ນາ​ຫຼາຍ​ຢ່າງ. ທີ​ສາມ​ແມ່ນ, ອາ​ຊີ​ ມີ​ໂອ​ກາດ​ນຳ​ໜ້າ​ກ່ຽວ​ກັບ “ການ​ຫັນ​ປ່ຽນ​ຄວບ​ຄູ່” - ຫັນ​ປຽນ​ດີ​ຈີ​ຕອນ ແລະ ຫັນ​ເປັນ​ສີ​ຂຽວ”.

(ແຫຼ່ງຄັດຈາກ VOV)

ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຍົກສູງກຳລັງຮັບມືກັບພະຍາດທີ່ຄະນະປະຕິບັດງານ UNMISS

ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຍົກສູງກຳລັງຮັບມືກັບພະຍາດທີ່ຄະນະປະຕິບັດງານ UNMISS

ຈຸດເດັ່ນຂອງບັນດາການເຄື່ອນໄຫວແມ່ນການຝຶກຊ້ອມລວມ ດ້ວຍການຕິດຕາມ ແລະ ແລກປ່ຽນວິຊາສະເພາະຂອງຜູ້ຕາງໜ້າບັນດາໂຮງໝໍກາງສະໜາມ ແລະ ຫົວໜ່ວຍສາທາລະນະສຸກສາກົນທີ່ພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ.

Top