• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ຕ້ອງ​ມີ​ຄວາມ​ຄາດ​ຫວັງ ແລະ ຕັດ​ສິນ​ໃຈ​ນຳ ຫວຽດ​ນາມ ກາຍ​ເປັນ​ສູນ logistics

ໃນ​ເງື່ອ​ນ​ໄຂ​ປະ​ຕິ​ບັດ​ເປົ້າ​ໝາຍ​ການ​ເຕີບ​ໂຕ 2 ຕົວ​ເລກ, logistics ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູນ​ສ້າງ​ການ​ເຕີບ​ໂຕ​ຢ່າງ​ແທ້​ຈິງ.
(ພາບປະກອບ: VNA)

​ຕ້ອງ ຫັນ​ປ່ຽນ​ຢ່າງ​ແຮງ ຈາກ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ​ການ​ບໍ​ລິ​ການ logistics ໄປ​ສູ່ ​ການ​ສ້າງ​ກຳ​ລັງ​ຄວາມ​ສ​າ​ມາດ logistics ແຫ່ງ​ຊາດ. ນີ້​ແມ່ນ​ການ​​ປ່ຽນແປງ​ອັນ​ເປັນ​ພື້ນ​ຖານ​ທີ່​ສຸດ​ກ່ຽວ​ກັບ​ສະ​ຕິ​ຄວາມ​ຮັບ​ຮູ້ ແລະ ວິ​ທີ​ເຂົ້າ​ເຖິງ. ນີ້​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ທີ່​ການ​ເຮັດ​ວຽກ​ກັບ​​ຄະ​ນະ​ພັກ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ logistics ແຫ່ງ​ຊາ​ດ ແລະ ພື້ນ​ຖານ​ໂຄງ​ລ່າງ logistics, ຈັດ​ຂຶ້ນ​ໃນ​ຕອນ​ເຊົ້​າວັນ​ທີ 2 ພະ​ຈິກ​ຢູ່ ຮ່າ​ໂນ້ຍ.

ຕາມ​ທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລີມ, ໃນ​ເງື່ອ​ນ​ໄຂ​ປະ​ຕິ​ບັດ​ເປົ້າ​ໝາຍ​ການ​ເຕີບ​ໂຕ 2 ຕົວ​ເລກ, logistics ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູນ​ສ້າງ​ການ​ເຕີບ​ໂຕ​ຢ່າງ​ແທ້​ຈິງ, ຍ​ົກ​ສູງ​ສະ​ມັດ​ຕະ​ພາບ, ຫລຸດ​ຜ່ອນ​ຄ່າ​ໃຊ້​ຈາຍ, ເປີດ​ກ້​ວາງ​ພື້ນ​ທີ່​ພັດ​ທະ​ນາ ແລະ ສ້າງແຫຼ່ງ​ການ​ເຕີບ​ໂຕ​ໃໝ່. ທ່ານເລຂາທິການໃຫຍ່ ປະທານປະເທດ ສະ​ເໜີ​ຕ້ອງ​ມີຄວາມ​ຄາດ​ຫວັງ ແລະ ຕັດ​ສິນ​ໃຈ​ນຳ ຫວຽດ​ນາມ ກາຍ​ເປັນ​ສູນ logistics, ເປັນ​ທາງ​ຜ່ານ ແລະ ແຈກ​ຢາຍ​ສິນ​ຄ້າສຳ​ຄັນ​ຂອງ​ພາກ​ພື້ນ ແລະ ໂລກ:

ຕ້ອງພັດ​ທະ​ນາ​ເຄືອ​ຂ່າຍ logistics ແຫ່ງ​ຊາດ​ເປັນ​ເອ​ກະ​ພາບ, ຄົບ​ຊຸດ, ທັນ​ສະ​ໄໝ ຕິດ​ພັນ​ກັບ​ການ​ຈັດ​ຕັ້ງ​ເຂດ​ເສດ​ຖະ​ກິດ​ຄືນ​ໃໝ່ ແລະ ເຊື່ອມ​ຕໍ່​ກັບ​ສາ​ກົນ. ຕ້ອງ​ຮັບ​ຮູ້​ວ່າ logistics ແມ່ນ​ລະ​ບົບ​ເອ​ກະ​ພາບ ຊື່ງ​ໃນ​ນັ້ນ ທ່າ​ກຳ​ປັ່ນ​ທະ​ເລ, ສະ​ໜາມບ​ິນ, ​ເສັ້ນ​ທາງລົດ​ໄຟ, ທາງ​ບົກ, ທາງ​ນ້ຳ, ດ່ານ​ຊາຍ​ແດນ, ສູນ logistics, ເຂດ​ອຸດ​ສາ​ຫະ​ກຳ ແລະ ບັນ​ດາ​ເຂດ​ຜະ​ລິດ​ໄດ້​ໄດ້​ຮັບ​ການ​ເຊື່ອມ​ຕໍ່, ເຄື່ອນ​ໄຫວ​ຢ່າງ​ຄົບ​ຊຸດ, ລຸ​ລ່ວງ, ບັນ​ລຸ​ປະ​ສິດ​ທິ​ຜົນ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ສອນ​ໄຊ ສີ​ພັນ​ດອນ ມາ​ຮອດ ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ສອນ​ໄຊ ສີ​ພັນ​ດອນ ມາ​ຮອດ ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ການ​ຢ້ຽ​ມ​ຢາມ​ຄັ້ງ​ນີ້ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ການ​ນຳ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ພ້ອມ​ກັນ​ແລກ​ປ່ຽນ ແລະ ຕີ​ລາ​ຄາ​ບັນ​ດາ​ໝາກ​ຜົນ​ການ​ຮ່ວມ​ມື​ທີ່​ບັນ​ລຸ​ໄດ້....

Top