ຕອນເຊົ້າວັນທີ 18 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ, ອາຣັບບິ ຊາອຸດິ ແລະ ໂດມີນິກາ ເຂົ້າຍື່ນສານຕາຕັ້ງຮັບດຳລົງໜ້າທີ່ຢູ່ ຫວຽດນາມ.
ທ່ານປະທານປະເທດ ເລືອງເກື່ອງໃຫ້ການຕ້ອນຮັບທ່ານນາງ Touch So Pharat ເອກອັກຄະລັດຖະທູດກຳປຸເຈຍປະຈຳ ຫວຽດນາມ ພ້ອມກັບຄະນະຜູ້ແທນ (ພາບ: VOV)
ທີ່ການຕ້ອນຮັບທ່ານນາງ Touch So Pharat ເອກອັກຄະລັດຖະທູດ ກຳປູເຈຍ, ທ່ານປະທານປະເທດ ເຊື່ອໝັ້ນວ່າ ດ້ວຍບົດຮຽນປະສົບການທາງການທູດ, ທ່ານເອກອັກຄະລັດຖະທູດ ຈະມີການປະກອບສ່ວນຕັ້ງໜ້າຫຼາຍຢ່າງ, ເພື່ອປະກອບສ່ວນຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງສອງປະເທດ.
ທີ່ການຕ້ອນຮັບທ່ານ Thammer Mohammed Al Gosaibi ເອກອັກຄະລັດຖະທູດ ອາຣັບບິ ຊາອຸດິ, ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງບົດບາດ ແລະ ທີ່ຕັ້ງບົດບາດຂອງ ອາຣັບບິ ຊາອຸດິ ຢູ່ພາກພື້ນ, ພິເສດໃນໂລກອາຣັບ ແລະ ອິດສະລາມ, ທ່ານມີຄວາມປາດຖະໜາ ແລະ ເຊື່ອໝັ້ນວ່າສັນຕິພາບ ແລະ ສະຖຽນລະພາບຢູ່ ອາຣັບບິ ຊາອຸດິດ ແລະ ພາກພື້ນຕາເວັນອອກກາງ ຈະໄດ້ຮັບການຟື້ນຟູໂດຍໄວ.
ໂດຍສະແດງຄວາມຊົມເຊີຍຕໍ່ທ່ານ Jean-Francois Harvey ທີ່ໄດ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ໂດມີນີກາ ຄົນທຳອິດຢູ່ ຫວຽດນາມ, ທ່ານປະທານປະເທດ ສະເໜີທ່ານເອກອັກຄະລັດຖະທູດ ຈົ່ງປະສານສົມທົບກັບຝ່າຍ ຫວຽດນາມ ເພື່ອເພີ່ມທະວີການພົວພັນສອງຝ່າຍໃຫ້ຫຼາຍກວ່າອີກ, ເປັນຕົ້ນແມ່ນໃນການຊຸກຍູ້ວົງເງິນການຄ້າສອງຝ່າຍ, ທ່ານສະເໜີ ໂດມີນີກາ ໜູນຊ່ວຍ ຫວຽດນາມ ເພີ່ມທະວີການພົວພັນກັບປະຊາຄົມບັນດາປະເທດ ກາຣີເບ (CARICOM).
ບັນດາເອກອັກຄະລັດຖະທູດ ໄດ້ສະແດງຄວາມຊົມເຊີຍຕໍ່ ຫວຽດນາມ ທີ່ໄດ້ປະຕິບັດສຳເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໃນວັນທີ 15 ມີນາຜ່ານມາ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດເຊິ່ງ ຫວຽດນາມ ບັນລຸໄດ້, ເປັນຕົ້ນແມ່ນໝາກຜົນຂອງການເຕີບໂຕທີ່ເປັນປົກກະຕິ, ປີ 2025 ບັນລຸກວ່າ 8% ແລະ ມຸ່ງໄປເຖິງເປົ້າໝາຍນຳການເຕີບໂຕບັນລຸລະດັບ 2 ຕົວເລກໃນຊຸມປີຕໍ່ໄປ.
(ແຫຼ່ງຄັດຈາກ VOV)