ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Guy Parmelin ໃນຄັ້ງນີ້ດຳເນີນໄປໃນຈຸດເວລາທີ່ມີຄວາມໝາຍ.
ທ່ານ Guy Parmelin, ປະທານາທິບໍດີ ສະວິດ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ສະວິດ ໄດ້ເດີນທາງມາຮອດ ຮ່າໂນ້ຍ (ພາບ: VNA)
ຕອນເຊົ້າວັນທີ 17 ຕຸລາ, ທ່ານ Guy Parmelin, ປະທານາທິບໍດີ ສະວິດ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ສະວິດ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 17 – 18 ຕຸລາ, ຕາມຄຳເຊີນຂອງທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ.
ຕາມທ່ານ ເຈົາມາຍແອັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ ແລ້ວ, ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Guy Parmelin ໃນຄັ້ງນີ້ດຳເນີນໄປໃນຈຸດເວລາທີ່ມີຄວາມໝາຍ. ປີ 2026 ສ້າງຂີດໝາຍ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ສະວິດ (11 ຕຸລາ 1971 – 11 ຕຸລາ 2026), ພ້ອມກັນນັ້ນ, 2 ປະເທດກໍ່ພວມຜັນຂະຫຍາຍຂອບເຂດຄູ່ຮ່ວມມືຮອບດ້ານເຊິ່ງໄດ້ສ້າງຕັ້ງຂຶ້ນໃນເດືອນ ມັງກອນ 2025.
ແຫຼ່ງຄັດຈາກ VOV)