• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ຢູແກຼນ ຮຽກຮ້ອງເຊື່ອມຕໍ່ການເຈລະຈາ 3 ຝ່າຍຄືນໃໝ່ Facebook Share Facebook

ຕາມການນຳ ຢູແກຼນ ແລ້ວ, ປະເທດນີ້ພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາດ້ວຍທຸກຮູບແບບ ແລະ ໃນບໍ່ວ່າຈຸດເວລາໃດ
  ທ່ານ Volodymyr Zelenskiy, ປະທານາທິບໍດີ ຢູແກຼນ (ພາບ: REUTERS/Valentyn Ogirenko)  

ວັນ​ທີ 22 ເມ​ສາ, ທ່ານ Volodymyr Zelenskiy, ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ໄດ້​ຮຽກ​ຮ້ອງ​ໃຫ້ເຊື່ອມ​ຕໍ່​ບັນ​ດາ​ການ​ເຈ​ລະ​ຈາ 3 ຝ່າຍ​ກັບ ລັດ​ເຊຍ ແລະ ອາ​ເມ​ລິ​ກາ ຄ​ືນ​ໃໝ່, ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ມາດ​ຕະ​ການ​ຢຸ​ດ​ຕິ​ການ​ປະ​ທະ​ກັນ​ທີ່​ແກ່​ຍາວ​ເປັນ​ເວ​ລາ​ເກືອບ 5 ປີ​ຜ່ານ​ມາ.

ຕາມ​ການ​ນຳ ຢູ​ແກຼນ ແລ້ວ, ປະ​ເທດນີ້​ພ້ອມ​ແລ້ວ​​ທີ່ຈະ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ດ້ວຍ​ທຸກ​ຮູບ​ແບບ ແລະ ໃນ​ບໍ່​ວ່າ​ຈຸດ​ເວ​ລາ​ໃດ, ແຕ່​ເລື່ອງ​ຈັດ​ການ​ເຈ​ລະ​ຈາ​ນັ້ນ​ແມ່ນ​ຂຶ້ນ​ກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ. ທ່ານກໍ່​ໃຫ້​ຮູ້​ວ່າ ມີ​ສະ​ຖານ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຈຳ​ນວນ​ໜຶ່ງ​ພວມ​ໄດ້​ຮັບ​ການ​ຄິດ​ໄລ່​ເຖິງ, ໃນ​ນັ້ນ, ​ມີ ຕວັກ​ກີ ແລະ ບັນ​ດາ​ປະ​ເທດ ຕາ​ເວັນ​ອອກ​ກາງ, ດ້ວຍ​ເງື່ອນ​ໄຂ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ.

ໃນ​ເຫດ​ການ​ທີ່​ກ່ຽວ​ຂ້ອງ, ບັນ​ດາ​ນັກ​ການ​ທູດ ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ໃຫ້​ຮູ້​ວ່າ, ວັນ​ທີ 22 ເມ​ສາ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສາ​ມາດ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ຮັບ​ຮອງ​ເອົາ​ບ້ວງ​ເງິນ​ກູ້​ຢຶມ 90 ຕື້ ເອີ​ໂລ (ເທົ່​າ​ກັບ 106 ຕື້ USD) ໃຫ້​ແກ່ ຢູ​ແກຼນ. ສະ​ເພາະ ຮຸງ​ກາຣີ ມີ​ເວ​ລາ 24 ຊົ່​ວ​ໂມງ​ເພື່ອ​ອອກ​ຄຳ​ຕັດ​ສິນ​ສຸດ​ທ້າຍ.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top