ານຢ້ຽມຢາມ ອີຕາລີ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ອີຕາລີ
ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ສິ້ນສຸດການຢ້ຽມຢາມ ສ.ອີຕາລີ ຢ່າງຈົບງາມ (ພາບປະກອບ)
ຕອນເຊົ້າວັນທີ 15 ເມສາ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ໂຣມ, ສິ້ນສຸດການຢ້ຽມຢາມ ສ.ອີຕາລີ ຢ່າງຈົບງາມ ແລະ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງທີ 152 (IPU – 152) ແລະ ດຳເນີນການເຄື່ອນໄຫວ 2 ຝ່າຍຈຳນວນໜຶ່ງຢູ່ ຕວັກກີ.
ດ້ວຍຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ, ຄື: ການພົບປະສົນທະນາກັບທ່ານປະທານາທິບໍດີ Sergio Mattarella, ໂອ້ລົມສົນທະນາກັບທ່ານປະທານສະພາຕ່ຳ Lorenzo Fontana, ພົບປະກັບສັນຕະປະປາ Leo XIV… ການຢ້ຽມຢາມ ອີຕາລີ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ອີຕາລີ, ຜ່ານນັ້ນ, ກໍ່ປັບປຸງ ແລະ ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ ໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນໃນທຸກຂົງເຂດ.
(ແຫຼ່ງຄັດຈາກ VOV)