• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ພົບປະສົນທະນາກັບນາຍົກລັດຖະມົນຕີ ມາເລເຊຍ

ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນ 2 ຝ່າຍໃນໄລຍະຈະມາເຖິງ; ເພີ່ມທະວີການຮ່ວມມືດ້ານການຄ້າ - ການລົງທຶນ, ມຸ່ງໄປເຖິງບັນລຸວົງເງິນການຄ້າ 2 ຝ່າຍ 18 ຕື້ USD ຕາມທິດດຸ່ນດ່ຽງ.
(ທີ່ການພົບປະສົນທະນາ)

ໃນຂອບເຂດການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ຕອນເຊົ້າວັນທີ 18 ກັນຍາ, ຢູ່ນະຄອນຫຼວງ ກົວລາລຳເປີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ພົບປະສົນທະນາກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim.

        ທີ່ການພົບປະສົນທະນາ, ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນ 2 ຝ່າຍໃນໄລຍະຈະມາເຖິງ; ເພີ່ມທະວີການຮ່ວມມືດ້ານການຄ້າ - ການລົງທຶນ, ມຸ່ງໄປເຖິງບັນລຸວົງເງິນການຄ້າ 2 ຝ່າຍ 18 ຕື້ USD ຕາມທິດດຸ່ນດ່ຽງ; ຍູ້ແຮງການຮ່ວມມືໃນຂົງເຂດພະລັງງານ, ນ້ຳມັນອາຍແກັດ, ວິທະຍາສາດ - ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ນະວັດຕະກຳ, ປັນຍາປະດິດ, ກໍຄືຕັ້ງໜ້າເຂົ້າຮ່ວມບັນດາເຄືອຂ່າຍໄຟຟ້າ ອາຊຽນ (APG).

        ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ, 2 ຝ່າຍຕ້ອງຮັບຮອງເອົາໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ມາເລເຊຍ ໄລຍະ 2025 – 2030 ແລະ ຕັ້ງໜ້າຜັນຂະຫຍາຍບັນດາໂຄງການພະລັງງານສີຂຽວ ແລະ ການຮ່ວມມື 3 ຝ່າຍກ່ຽວກັບການສົ່ງອອກໄຟຟ້າພະລັງງານທົດແທນຈາກ ຫວຽດນາມ ໄປ ມາເລເຊຍ, ສິງກະໂປ. ກ່ຽວກັບການຮ່ວມມືລັດຖະສະພາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢືນຢັນວ່າ, ສະພາແຫ່ງຊາດ ຫວຽດນາມ ຈະສົມທົບກັນຢ່າງແໜ້ນແຟ້ນ ພ້ອມກັບລັດຖະສະພາ ມາເລເຊຍ ແລະ ລັດຖະສະພາບັນດາປະເທດສືບຕໍ່ເສີມຂະຫຍາຍບົດບາດຂອງລັດຖະສະພາ ອາຊຽນ (AIPA) ໃນການຊຸກຍູ້ການຮ່ວມສຳພັນ ແລະ ການເຊື່ອມຕໍ່ພາກພື້ນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top