• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ໂຕເລິມ ເປັນປະທານງານລ້ຽງຕ້ອນຮັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢ່າງສົມກຽດ

ທ່ານປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ, ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິບໍດີ Vladimir Putin ກົງກັບໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນເຊັນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ.

ທ່ານປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ Vladimir Putin ໃນງານລ້ຽງຕອນຮັບ

ຕອນຄ່ຳວັນທີ 20 ມິຖຸນາ, ຢູ່ໂຮງລະຄອນໃຫຍ່, ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເປັນປະທານງານລ້ຽງຕ້ອນຮັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢ່າງສົມກຽດໃນຂອບເຂດການຢ້ຽມຢາມ ຫວຽດນາມ ທາງລັດຖະກິດ.

        ກ່າວຄຳເຫັນທີ່ງານລ້ຽງ, ທ່ານປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ, ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິບໍດີ Vladimir Putin ກົງກັບໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນເຊັນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ, ເປີດໄລຍະພັດທະນາໃໝ່ໃນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ຊົມເຊີຍບັນດາຜົນງານໃນການພັດທະນາສຳຄັນຂອງປະເທດ ລັດເຊຍ ພາຍໃຕ້ການຊີ້ນຳຂອງທ່ານປະທານາທິບໍດີ Vladimir Putin, ທ່ານປະທານປະເທດ ໂຕເລິມ ເຊື່ອໝັ້ນວ່າ, ປະເທດ ລັດເຊຍ ຈະສືບຕໍ່ພັດທະນາຢ່າງເຂັ້ມແຂງ, ການເມືອງ - ສັງຄົມມີຄວາມສະຖຽນລະພາບ, ເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນ, ພ້ອມກັນນັ້ນ, ບົດບາດ ແລະ ອິດທິພົນຊື່ສຽງຂອງປະເທດມະຫາອຳນາດກໍ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານາທິບໍດີ Vladimir Putin ໄດ້ສະແດງຄວາມນັບຖືຕໍ່ບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນຊຸມປີຜ່ານມາ, ພິເສດແມ່ນການພັດທະນາກະໂດດຂັ້ນໃນຂົງເຂດເສດຖະກິດ, ສັງຄົມ; ທ່ານຢືນຢັນວ່າ, ການຢ້ຽມຢາມຄັ້ງນີ້ຈະເປີດໜ້າປະຫວັດສາດໃໝ່, ຊ່ວຍເພີ່ມທະວີ ແລະ ປັບປຸງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດ, ມຸ່ງໄປເຖິງອະນາຄົດອັນດີງາມເພື່ອຜົນປະໂຫຍດຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ເຕືອນ​ຄວາມ​ເຄັ່ງ​ຕຶງ​ທົ່ວ​ໂລກ​ເພີ່ມ​ຂຶ້ນ, ຄວາມ​ສ່ຽງ​ແຜ່​​ຂະ​ຫຍາຍອາ​ວຸດ​ນິວ​ເຄຼຍເກີດ​ຂຶ້ນ​ຄືນ​ໃໝ່

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ເຕືອນ​ຄວາມ​ເຄັ່ງ​ຕຶງ​ທົ່ວ​ໂລກ​ເພີ່ມ​ຂຶ້ນ, ຄວາມ​ສ່ຽງ​ແຜ່​​ຂະ​ຫຍາຍອາ​ວຸດ​ນິວ​ເຄຼຍເກີດ​ຂຶ້ນ​ຄືນ​ໃໝ່

ການແບ່ງແຍກກ່ຽວກັບພູມີສາດການເມືອງ ແລະ ການເສຍຄວາມໄວ້ວາງໃຈທີ່ນັບມື້ນັບເພີ່ມຂຶ້ນໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ຊຸກຍູ້ການແຂ່ງຂັນດ້ານອາວຸດນິວເຄຼຍຄັ້ງໃໝ່.

Top