• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເລືອງເກື່ອງ ພົບປະຂັ້ນສູງຢູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ

ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ພົບປະກັບທ່ານນາງ Annalena Baerbock, ປະທານສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80 ແລະ ການນຳຫຼາຍປະເທດ.
ທີ່ການຕ້ອນຮັບທ່ານ Marco Rubio, ລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: TTXVN)

ໃນຂອບເຂດເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 80, ສົມທົບກັບການເຄື່ອນໄຫວ 2 ຝ່າຍຢູ່ ອາເມລິກາ, ວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ພົບປະກັບທ່ານນາງ Annalena Baerbock, ປະທານສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80 ແລະ ການນຳຫຼາຍປະເທດ.

        ທີ່ການພົບປະກັບທ່ານນາງ Annalena Baerbock, ປະທານສະມັດຊາໃຫຍ່ສະຫະປະຊາຊາດ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ແບ່ງປັນກ່ຽວກັບການກະກຽມເປັນເຈົ້າພາບພິທີເປີດການລົງນາມສົນທິສັນຍາສະຫະປະຊາຊາດກ່ຽວກັບການຕ້ານອາດຊະຍາກຳເຄືອຂ່າຍອິນເຕີເນັດຢູ່ ຮ່າໂນ້ຍ ໃນເດືອນ ຕຸລາ ຈະມາເຖິງ; ກະກຽມຮັບບົດບາດເປັນປະທານກອງປະຊຸມກວດກາຕີລາຄາຄັ້ງທີ 11 ສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍໃນປີ 2026, ກໍຄືອອກສະໜັກດຳລົງຕຳແໜ່ງໃນຫຼາຍອົງການ, ທີ່ຕັ້ງສຳຄັນອື່ນໆ ແລະ ສະເໜີໃຫ້ປະທານສະມັດຊາໃຫຍ່ສະຫະປະຊາຊາດຕັ້ງໜ້າໜູນຊ່ວຍໃຫ້ແກ່ຄວາມມານະພະຍາຍາມຂອງ ຫວຽດນາມ.

        ທີ່ການຕ້ອນຮັບທ່ານ Recep Tayyip Erdogan, ປະທານາທິບໍດີ ຕວັກກີ, ການນຳ 2 ທ່ານໄດ້ເປັນເອກະພາບເປົ້າໝາຍນຳວົງເງິນການຄ້າ 2 ຝ່າຍ ຫວຽດນາມ - ຕວັກກີ ໃຫ້ຂຶ້ນເຖິງ 4 ຕື້ USD, ພ້ອມກັນນັ້ນ, ກໍ່ຄົ້ນຄວ້າສ້າງບັນດາຂອບເຂດໃໝ່ເພື່ອສ້າງຄວາມສະດວກກວ່າໃຫ້ແກ່ການຄ້າ, ການລົງທຶນ.

ທີ່ການຕ້ອນຮັບທ່ານ Marco Rubio, ລັດຖະມົນຕີການຕ່າງປະເທດ ອາເມລິກາ, 2 ທ່ານໄດ້ແລກປ່ຽນຫຼາຍເນື້ອໃນຮ່ວມມືໃນທຸກຂົງເຂດເສົາຄ້ຳ, ຄື: ການເມືອງ - ການທູດ, ເສດຖະກິດ - ການຄ້າ - ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດເຕັກໂນໂລຊີ… ທ່ານປະທານປະເທດ ເລືອງເກື່ອງ ສະເໜີໃຫ້ລັດຖະບານ ອາເມລິກາ ມີແຜນການຢ່າງໄວເພື່ອຮັບຮອງເອົາ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດ ກໍຄືນຳ ຫວຽດນາມ ໃຫ້ອອກຈາກບັນຊີລາຍຊື່ຄວບຄຸມການສົ່ງອອກຍຸດທະສາດ.

        ນີ້ກໍ່ແມ່ນບັນດາການເຄື່ອນໄຫວສຸດທ້າຍຂອງທ່ານປະທານປະເທດ ເລືອງເກື່ອງ ໃນການໄປປະຕິບັດງານ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80, ສົມທົບກັບການເຄື່ອນໄຫວ 2 ຝ່າຍຢູ່ ອາເມລິກາ, ແຕ່ວັນທີ 21 – 24 ກັນຍາ. ຕອນບ່າຍວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ເລືອງເກື່ອງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ນິວຢອກ ກັບຄືນເມືອປະເທດ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມໃຫຍ່ອົງຄະນະພັກສະພາແຫ່ງຊາດຄັ້ງທີ 1 ອາຍຸການ 2025 – 2030

ໄຂກອງປະຊຸມໃຫຍ່ອົງຄະນະພັກສະພາແຫ່ງຊາດຄັ້ງທີ 1 ອາຍຸການ 2025 – 2030

ກອງປະຊຸມໃຫຍ່ຄັ້ງນີ້ໂດຍມີການເຂົ້າຮ່ວມຂອງຜູ້ແທນ 297 ທ່ານ ທີ່ຕາງໜ້າໃຫ້ສະມາຊິກພັກ 2.804 ຄົນທີ່ພວມດຳເນີນຊີວິດຢູ່ 11 ອົງຄະນະພັກຂຶ້ນກັບອົງຄະນະພັກສະພາແຫ່ງຊາດ.

Top