• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບຜູ້ປະສານງານປະຈຳສະຫະປະຊາຊາດ ແລະ ບັນດາຫົວໜ້າຜູ້ຕາງໜ້າອົງການຈັດຕັ້ງ ສປຊ ປະຈຳ ຫວຽດນາມ

ຫວຽດນາມ ພວມມານະພະຍາຍາມເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ, ການເຕີບໂຕສີຂຽວ, ພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ…
(ທີ່ການຕ້ອນຮັບ)

ຕອນບ່າຍວັນທີ 18 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ຕ້ອນຮັບຜູ້ປະສານງານປະຈຳສະຫະປະຊາຊາດ ທ່ານນາງ Pauline Tamesis, ພ້ອມກັບບັນດາຫົວໜ້າຜູ້ຕາງໜ້າອົງການຈັດຕັ້ງ ສປຊ ປະຈຳ ຫວຽດນາມ ເນືື່ອງໃນໂອກາດກະກຽມນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 80 ຢູ່ ນິວຢອກ, ປະເທດ ອາເມລິກາ.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ແລກປ່ຽນກ່ຽວກັບຈຸດສຸມການພັດທະນາຂອງ ຫວຽດນາມ, ຊີ້ແຈ້ງວ່າ ຫວຽດນາມ ພວມມານະພະຍາຍາມເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ, ການເຕີບໂຕສີຂຽວ, ພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ… ແລະ ປະຕິບັດກົດໝາຍ, ຊຸກຍູ້ເສດຖະກິດພາກເອກະຊົນ, ການສຶກສາ - ບຳລຸງສ້າງ, ສົ່ງເສີມສຸຂະພາບໃຫ້ແກ່ທົ່ວປວງຊົນ. ຈາກນັ້ນ, ທ່ານປະທານປະເທດກໍ່ສະເໜີໃຫ້ບັນດາອົງການຂອງສະຫະປະຊາຊາດ ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍໃຫ້ ຫວຽດນາມ ຢ່າງມີປະສິດທິນຜົນກວ່າ ໃນບັນດາຂົງເຂດດັ່ງກ່າວ.

        ສ່ວນທ່ານນາງ Pauline Tamesis, ຕີລາຄາສູງບົດບາດນຳພາ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍ ແລະ ສະຫະປະຊາຊາດ; ພ້ອມກັນນັ້ນ, ກໍ່ຮັບຮູ້ບັນດາຜົນງານທີ່ໜ້າປະທັບໃຈຂອງ ຫວຽດນາມ ໃນບັນດາຂົງເຂດດັ່ງກ່າວ, ໂດຍສະເພາະແມ່ນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດ - ສັງຄົມ, ປະຕິຮູບລະບອບລະບຽບການ, ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ການພັດທະນາກວມລວມ…

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top