• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ.ເກົາຫຼີ ປະ​ຈຳ ຫວຽດ​ນາມ

ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເນັ້ນ​ໜັກ​ວ່າ ສອງ​ຝ່າຍ​ຄວນ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ​ທາງ​ການ​ສະ​ຫະ​ພັນ​ລັດ​ເຊຍ​ຄັ້ງ​ທີ​ຜ່າ​ນ​ມາຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໂດຍ​ໄວ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບ ທ່ານ Choi Young Sam ເອກອັກະຄັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ. (ພາບ: VGP)

ຕອນບ່າຍວັນທີ 1 ເມສາຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Gennady Bezdetko ​ເອກອັກະຄັດຖະທູດ ລັດເຊຍ ປະຈຳ ຫວຽດນາມ ແລະ ທ່ານ Choi Young Sam ເອກອັກະຄັດຖະທູດ .ເກົາຫຼີ ປະຈຳ ຫວຽດນາມ.

ທີ່​ການ​ຕ້ອນ​ຮັບທ່ານ Gennady Bezdetko ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ ປະ​ຈຳ ຫວຽດ​ນາມ , ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເນັ້ນ​ໜັກ​ວ່າ ສອງ​ຝ່າຍ​ຄວນ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ​ທາງ​ການ​ສະ​ຫະ​ພັນ​ລັດ​ເຊຍ​ຄັ້ງ​ທີ​ຜ່າ​ນ​ມາຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໂດຍ​ໄວ. ໃນ​ນັ້ນ, ກ່ຽວ​ກັບ​ການ​ເມືອງ, ຄວນ​ຊຸກ​ຍູ້ ແລະ ກະ​ກຽມ​ບັນ​ດາ​ການ​ຢ້ຽມ​ຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ແລກ​ປ່ຽນ​ການ​ພົບ​ປະ​ທຸກ​ຂັ້ນ, ໃນ​ຊ່ອງ​ທາງ​ທີ່​ແຕກ​ຕ່າງ​ກັນ ແລະ ກະ​ກຽມ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ຕໍ່​ໄປ​ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ສອງ​ປະ​ເທດ ໃນ​ປີ 2026.

ທີ່​ການ​ຕ້ອນ​ຮັບທ່ານ ທ່ານ Choi Young Sam ເອກ​ອັກະ​ຄັດ​ຖະ​ທູດ ສ.ເກົາຫຼີ ປະ​ຈຳ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເນັ້ນ​ໜັກ​ວ່າ ເພື່ອ​ສືບ​ຕໍ່​ຊຸກ​ຍູ້ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ, ສອງ​ຝ່າຍ​ຄວນ​ຊຸກ​ຍູ້​ວົງ​ເງິນ​ການ​ຄ້າ​ບັນ​ລຸ​ລະ​ດັບ 100 ຕື້ USD ແລະ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ 150 ຕື້ USD ໃນ​ປີ 2030 ຕາມ​ທິດ​ດຸ່ນ​ດ່ຽງ​ໂດຍ​ໄວ, ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ສ.ເກົາ​ຫ​ລີ​ເປີດກວ້າງ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ຂົງ​ເຂດ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ເຕັກ​ໂນ​ໂລ​ຢີຫຼັກ, ພະ​ລັງ​ງານ​ທົດ​ແທນ… ພິ​ເສດ, ຕໍ່​ໜ້າ​ການ​ຜັນ​ແປ​ຄວາມ​ໝັ້ນ​ຄົງ​ທີ່​ສັບ​ສົນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ສອງ​ປະ​ເທດ ພ້ອມ​ກັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ປັດ​ຈຸ​ບັນ, ພິ​ເສດ​ແມ່ນ​ບັນ​ຫາ​ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​​ພະ​ລັງ​ງານ​ແຫ່ງ​ຊາດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ຝ​ລັ່ງ ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

ຫວຽດ​ນາມ ແລະ ຝ​ລັ່ງ ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຝ​ລັ່ງ​ຈິ້ງ​ດຶກ​ຫ໋າຍ ​ສະ​ເໜີນ ທ່ານ Michel Criaud ແລະ ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ສອງ​ຝ່າຍ​ສົມ​ຫັບ​ຂອບ​ຂະ​ໜາດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ.

Top