• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງບັນດາໂຄງການເຮືອນຢູ່ໃຫ້ເຊົ່າ ແລະ ເສັ້ນທາງລົດໄຟເຂດຕົວເມືອງ

ນີ້ແມ່ນເຫດການມີຄວາມໝາຍສຳຄັນພິເສດ ເພື່ອພັດທະນາລະບົບຄົມມະນາຄົມສາທາລະນະ ແລະ ພັດທະນາເຮືອນຢູ່ໃຫ້ເຊົ່າ ເພື່ອຮັບປະກັນຊີວິດສັງຄົມ
(ທີ່ພິທີ)

ຕອນ​ເຊົ້າ​ວັນ​ທີ 22 ມິ​ຖຸ​ນາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ຈັດ​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ 3 ໂຄງ​ການກໍ່​ສ້າງ​ເຮືອນ​ຢູ່​ໃຫ້​ເຊົ່າ ແລະ 5 ໂຄງ​ການກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ເຂດ​ຕົວ​ເມືອງ ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດ​ການ​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ ເພື່ອ​ພັດ​ທະ​ນາ​ລະ​ບົບ​ຄົມ​ມະ​ນາ​ຄົມ​ສາ​ທາ​ລະ​ນະ ແລະ ພັດ​ທະ​ນາ​ເຮືອນ​ຢູ່​ໃຫ້​ເຊົ່າ ເພື່ອ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ຍົກ​ສ​ູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ນະ​ຄອນ​ຫຼວງ. ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ.

5 ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟ​ເຂດ​ຕົວ​ເມືອງ​ທີ​້​ເລີ່ມ​ລົງ​ມືກ​ໍ່​ສ້າງ, ໃນ​ນັ້ນ​ມີ: ເສັ້ນທາງ​ລົດ​ໄຟ​ເລກ 1 (ສະ​ໜາມ​ກິ​ລາ ຮຸ່ງ​ເວືອງ - ສະ​ໜາມ​ບິນ ໂນ​້ຍ​ບາຍ): ນີ້​ແມ່ນ​ແນວ​ເສດ​ຖະ​ກິດ​ຫຼັກ ເໜືອ - ໃຕ້, ເຊື່ອມ​ຕໍ່​ໂດຍ​ກົງ​ບັນ​ດາ​ເສັ້ນ​ທາ​ງ​ຄົມ​ມະ​ນາ​ຄົມ​ແຫ່ງ​ຊາດ (ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ) ແລະ ສາ​ກົນ (ສະ​ໜາມ​ບິນ ໂນ້ຍ​ບ່າຍ). ເສັ້​ນ​ທາງ​ລົດ​ໄຟ​ທີ 2 (ສະ​ໜາມ​ບິນ ໂນ້ຍ​ບາຍ - ສະ​ໜາມ​ກິ​ລາ ຮຸ່ງ​ເວືອງ): ສວມ​ບົດ​ບາດ​ແມ່ນ​ປະ​ຕູ​ການ​ເຈ​ລ​ະ​ຈາ, ແມ່ນ​ສັນ​ຍາ​ລັກ, ເຊື່ອມ​ຕໍ່​ບັນ​ດາ​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ໂນ້ຍ​ບ່າຍ​ ກັບ​ເຂດ​ໃຈ​ກາງ​ດ້ານ​ເສດ​ຖະ​ກິດ - ວັດ​ທ​ະ​ນະ​ທຳ​ຢູ່​ເຂດ​ໃຈ​ກາງ, ຮັບ​ໃຊ້ຄວາມ​ຕ້ອງ​ການ​ແລກ​ປ່ຽນ​ການ​ຄ້າ​ສາ​ກົນ. ເສັ້ນ​ທາງ​ລົດ​ໄຟ​ເລກ 8 (ຮ່​ວາ​ລາກ - ເຢືອງ​ຊ໊າ): ນີ້​ແມ່ນ​ແນວ​ທິດ ຕາ​ເວັນ​ອອກ - ຕາ​ເວັນ​ຕົກ ຍຸດ​ທະ​ສາດ, ເຊື່ອມ​ຕໍ່​ກັບ​ເຂດ​ອຸດ​ສາ​ຫະ​ກຳ ຮ​ກວ່າ​ລາກ ກັບ​ບັນ​ດາ​ສູນ​ຜິ​ລິດ ແລະ logistics ຢູ່​ທາງ​ທິດ​ຕາ​ເວັນ​ອອກ…

3 ໂຄງ​ການ​ເຮືອນ​ຢູ່​ໃຫ້​ເຊົ່າ​ຢູ່ ຫວຽດ​ຮືງ, ລອງ​ບຽນ ແລະ ຟາບ​ເວີນ - ຕື​ຫ​ຽບ, ແມ່ນ​ບັນ​ດາ​ໂຄງ​ການ​ນຳ​ໜ້າ​ໃນ​ໂຄງ​ການ​ພັດ​ທະ​ນາ​ເຮືອນ​ຢູ່​ໃຫ້​ເຊົ່າ​ຂອງ ຮ່າ​ໂນ້ຍ.ນີ້​ແມ່ນ​ບາດ​ກ້າວ​ເດີນ​ທຳ​ອິດ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕະຫຼາດ​ເຮືອນ​ຢູ່​ໃຫ້​ເຊົ່າ​ທີ່​ມີຂອບ​ຂະ​ໜາດ​ໃຫຍ່, ສ້າງ​ຮູບ​ແບບ​ພັດ​ທະ​ນາ​ຕົວ​ເມືອງ​ແບບ​ຍືນ​ຍົງ ຕາມ​ທ່າ​ອ່ຽງ​ຂອງຫຼາຍ​ນະ​ຄອນ​ໃຫຍ່​ໃນ​ໂລກ. ທ່ານ ຫວູ​ດ້າຍ​ທັ້ງ ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

“ເປົ້າ​ໝາຍ​ຂອງ​ນະ​ຄອນ ຮ່າ​ໂນ້ຍ​ແມ່ນ​ສ້າງ​ຕະຫຼາດ​ເຮືອນ​ຢູ່​ໃຫ້​ເຊົ່າ​ທີ່​ເປັນ​ມື​ອາ​ຊີບ, ມີ​ຄຸນ​ນະ​ພາບ​ສູງ, ລາ​ຄາ​ເໝາະ​ສົມ​ເທື່ອ​ລະ​ກ້າວ, ພ້ອມ​ທັງ​ປະ​ກອບ​ສ່ວນຫຼຸດ​ຜ່ອນ​ກຳ​ລັງ​ດັນ​ກຳ​ມະ​ສິດ​ເຮືອນ​ຢູ່ ດ້ວຍ​ທຸກວິ​ທີ, ສ້າງ​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ພັດ​ທະ​ນາ​ຢ່າງ​ປອດ​ໃສ, ຍືນ​ຍົງ ແລະ ເໝ​າ​ສົມ​ກັບ​ທ່າ​ອ່ຽງ​ພັດ​ທະ​ນາ​ສາ​ກົນ. ໃນ​ອະ​ນາ​ຄົດ, ບັນ​ດາ​ເຂດ​ເຮືອນ​ຢູ່​ໃຫ້​ເຊົ່າ​ຈະ​ໄດ້​ຮັບ​ການ​ວາງ​ແຜນ​ກຳ​ນົດ​ຢ່າງ​ຄົບ​ຊຸດ ດ້ວຍ​ບັນ​ດາ​ເສັ້ນ​ທາງ​ລົດ​ໄຟ​ໃນ​ຕົວ​ເມືອງ, ບັນ​ດາ​ສູນ​ວຽກ​ເຮັດ​ງານ​ທຳ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ ແລະ ການ​ບໍ​ລິ​ການ​ສາ​ທາ​ລະ​ນະ, ສ້າງ​​ເຂດ​ຕົວ​ເມືອງ​ທັນ​ສະ​ໄໝ, ສີ​ວິ​ໄລ ແລະ ມີ​ຄວາມ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ.”

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ອາ​ເມ​ລິ​ກາ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອດ​ບ້ານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ພັດ​ທະ​ນາ​ນັບ​ມື້​ນັບ​ແທ້​ຈິງ, ເລິກ​ເຊິ​່ງກວ້າງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ

Top