ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຮຽກຮ້ອງວ່າ ການແຂ່ງຂັນແມ່ນເພື່ອແນໃສ່ຍູ້ແຮງການພັດທະນາວິທະຍາສາດ, ເຕັກໂນໂລຊີ, ສ້າງພື້ນຖານບໍລິຫານທີ່ທັນສະໄໝ, ເປັນມືອາຊີບ, ຮັບໃຊ້ປະຊາຊົນໃຫ້ເປັນຢ່າງດີກວ່າ, ມີປະສິດທິຜົນກວ່າ.
(ທ່ານ ເລມິນຮຶງ ນາຍົກລັດຖະມົນຕີ ຫວຽດນາມ, ກ່າວຄຳເຫັນທີ່ພິທີປຸກລະດົມ)
ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນ ປະທານ ໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11 ມິຖຸນາ 1948 – 11 ມິຖຸນາ 2026), ຕອນເຊົ້າວັນທີ 13 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ສະພາແຂ່ງຂັນ - ຍ້ອງຍໍສູນກາງ ໄດ້ຈັດພິທີປຸກລະດົມຂະບວນການແຂ່ງຂັນຮັກຊາດ “ຕັດສິນໃຈປະຕິບັດເປົ້າໝາຍເຕີບໂຕ 2 ຕົວເລກແບບຍືນຍົງ ໄລຍະ 2026 – 2030 ຢ່າງມີໄຊ”.
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານ ເລມິນຮຶງ ນາຍົກລັດຖະມົນຕີ ຫວຽດນາມ, ປະທານສະພາແຂ່ງຂັນ - ຍ້ອງຍໍສູນກາງ, ຖືວ່າ ການປະຕິບັດໜ້າທີ່ເຕີບໂຕ 2 ຕົວເລກຢ່າງມີໄຊນັ້ນ ຕ້ອງມີ “ວິໄສທັດຍຸດທະສາດ - ຈິນຕະນາການບຸກທະລຸ - ການກະທຳຢ່າງຂ້ຽວຂາດ - ການເຕີບໂຕແບບຍືນຍົງ - ປະຊາຊົນຜາສຸກ”. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:
“ຂ້າພະເຈົ້າປາດຖະໜາໃຫ້ປະຊາຊົນແຕ່ລະຄົນ ຈົ່ງຖືການແຂ່ງຂັນກາຍເປັນຄວາມຕ້ອງການຂອງຕົນເອງ ແລະ ເລີ່ມມາຈາກວຽກງານນ້ອຍສຸດ; ເພື່ອຈາກນັ້ນ, ແຕ່ລະບຸກຄົນຈະຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ. ຂ້າພະເຈົ້າເຊື່ອໝັ້ນວ່າ ຂະບວນການແຂ່ງຂັນຈະສ້າງບັນຍາກາດໃໝ່, ກຳລັງໜູນໃໝ່, ຈິດໃຈປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຄວາມຄາດຫວັງອຸທິດສ່ວນຂອງທົ່ວທັງຊາດ, ປະກອບສ່ວນສ້າງສາປະເທດຊາດໃຫ້ພັດທະນານັບມື້ນັບຮັ່ງມີເຂັ້ມແຂງ, ຮຸ່ງເຮືອງສິວິໄລ ແລະ ມີຄວາມຜາສຸກ”.
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຮຽກຮ້ອງວ່າ ການແຂ່ງຂັນແມ່ນເພື່ອແນໃສ່ຍູ້ແຮງການພັດທະນາວິທະຍາສາດ, ເຕັກໂນໂລຊີ, ສ້າງພື້ນຖານບໍລິຫານທີ່ທັນສະໄໝ, ເປັນມືອາຊີບ, ຮັບໃຊ້ປະຊາຊົນໃຫ້ເປັນຢ່າງດີກວ່າ, ມີປະສິດທິຜົນກວ່າ.
(ແຫຼ່ງຄັດຈາກ VOV)