• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມພິທີອັດງານຕະຫຼາດນັດລະດູບານໃໝ່

ງານຕະຫຼາດນັດແມ່ນຊ່ອງກະຕຸ້ນການບໍລິໂພກພາຍໃນປະເທດຢ່າງມີປະສິດທິຜົນ, ແມ່ນໜຶ່ງໃນບັນດາກຳລັງໜູນເຕີບໂຕສຳຄັນ
ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີອັດ. (ພາບ: Dương Giang-TTXVN)

ພາຍຫຼັງຈັດຂຶ້ນເປັນເວລາ 12 ວັນ (ແຕ່ວັນທີ 02 – 13 ກຸມພາ), ຕອນຄ່ຳວັນທີ 13 ກຸມພາ, ງານຕະຫຼາດນັດລະດູບານໃໝ່ ຄັ້ງທີ 1 ປີ 2026 ໄດ້ອັດລົງຢູ່ສູນວາງສະແດງ ຫວຽດນາມ, ທີ່ ຮ່າໂນ້ຍ. ດ້ວຍການເຂົ້າຮ່ວມຂອງຮ້ານວາງສະແດງກວ່າ 3.000 ຮ້ານ, ພ້ອມກັບຜະລິດຕະພັນ, ສິນຄ້າທີ່ຍອດຍິ່ງຂອງ ຫວຽດນາມ ນັບໝື່ນຢ່າງ. ມີແຂກເຂົ້າມາຢ້ຽມຊົມກວ່າ 500.000 ເທື່ອຄົນ, ຍອດລາຍຮັບການຂາຍເຄື່ອງຢູ່ກັບທີ່ຄາດວ່າກວ່າ 300 ຕື້ດົ່ງ (ກວ່າ 11,5 ລ້ານ USD). ມີຫຼາຍຂໍ້ຕົກລົງໄດ້ຮັບການລົງນາມຢູ່ທີ່ນີ້.

ກ່າວຄຳເຫັນທີ່ພິທີອັດ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ:

“ງານຕະຫຼາດນັດແມ່ນຊ່ອງກະຕຸ້ນການບໍລິໂພກພາຍໃນປະເທດຢ່າງມີປະສິດທິຜົນ, ແມ່ນໜຶ່ງໃນບັນດາກຳລັງໜູນເຕີບໂຕສຳຄັນ; ແມ່ນຂົວເຊື່ອມຕໍ່ທີ່ຂະຫຍັນຂັນເຄື່ອນລະຫວ່າງການຄ້າພາຍໃນປະເທດ ແລະ ສາກົນ; ແມ່ນສິ່ງພິສູດໃຫ້ເຫັນການຫັນປ່ຽນຢ່າງແຮງ, ຄວາມຄາດຫວັງ “ບືນຕົວຂຶ້ນ” ແລະ ລະດັບການ “ປົກຄຸມ” ຂອງສິນຄ້າ, ເຄື່ອງໝາຍການຄ້າ ຫວຽດນາມ ໃນທົ່ວໂລກ”.

ເພື່ອເສີມຂະຫຍາຍໝາກຜົນຂອງງານຕະຫຼາດນັດໃຫ້ໄດ້ສູງທີ່ສຸດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ກະຊວງອຸດສາຫະກຳການຄ້າ ຫວຽດນາມ ສ້າງສູນຍຸດທະສາດປະຕິບັດບັ້ນເຄືຶ່ອນໄຫວ “ຄົນຫວຽດ ໃຊ້ສິນຄ້າຫວຽດ”, ຫັນປ່ຽນພື້ນຖານແນວຄິດຈິດໃຈຂອງຜູ້ບໍລິໂພກຈາກ “ໃຫ້ບຸລິມະສິດ” ໄປສູ່ “ຮັກ ແລະ ເຊື່ອຖື” ແລະ ມີຄວາມເອກອ້າງທະນົງໃຈ ເມື່ອນຳໃຊ້ສິນຄ້າ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ນະຄອນ ໂຮ່ຈີມິນ ກະກຽມໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນ ອາຍຸການ 2026 – 2031 ຢ່າງລອບຄອບທີ່ຖ້ວນ

ນະຄອນ ໂຮ່ຈີມິນ ກະກຽມໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນ ອາຍຸການ 2026 – 2031 ຢ່າງລອບຄອບທີ່ຖ້ວນ

ມາຮອດປະຈຸບັນ, ວຽກງານໂຄສະນາ, ສ້າງບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ, ກະກຽມພື້ນຖານດ້ານວັດຖຸ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ… ຂອງນະຄອນ ໂຮ່ຈິມິນ ໄດ້ຮັບການຜັນຂະຫຍາຍຖືກຕາມຄວາມຄືບໜ້າ.

Top