• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງ ບົດລາຍງານທີ່ສົ່ງໃຫ້ ອີຊີ ຕ້ອງເປັນຄວາມຈິງ, ພາວະວິໄສ

ຈຳນວນກຳປັ່ນຫາປາທີ່ພວມມີຢູ່ຂອງບັນດາທ້ອງຖິ່ນໄດ້ຈົດທະບຽນ ແລະ ອັບເດດໃນ Vnfishbase ບັນລຸ 100% ແລ້ວ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ວາລະປະຊຸມ)

ຕອນຄ່ຳວັນທີ 30 ທັນວາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຄັ້ງທີ 28 ຂອງຄະນະຊີ້ນຳກ່ຽວກັບການ ຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU). ວາລະປະຊຸມໄດ້ເຊື່ອມຕໍ່ທາງໄກກັບ 22 ແຂວງ, ນະຄອນເຂດແຄມທະເລ.

        ໃນບົດລາຍງານອັບເດດສະພາບການ, ທ່ານ ເຈິ່ນດຶກທັງ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ, ທາງກະຊວງໄດ້ອັບເດດສຳເລັດຂໍ້ມູນລົບລ້າງຈົດທະບຽນກຳປັ່ນຫາປາ 18.024 ລຳເຂົ້າໃນຖານຂໍ້ມູນ ເພື່ອໃຫ້ບັນດາອົງການທີ່ມີໜ້າທີ່ເຂົ້າກວດກາ. ຈຳນວນກຳປັ່ນຫາປາທີ່ພວມມີຢູ່ຂອງບັນດາທ້ອງຖິ່ນໄດ້ຈົດທະບຽນ ແລະ ອັບເດດໃນ Vnfishbase ບັນລຸ 100% ແລ້ວ.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ:

        “ນີ້ແມ່ນເຮັດໃຫ້ຕົນເອງ, ເພື່ອສ້າງໂຄງປະກອບຂະແໜງສິນໃນນ້ຳຄືນໃໝ່ໃຫ້ໄປຖືກທິດ, ປອດໂປ່ງ, ພັດທະນາມີລັກສະນະຍາວນານ, ຍືນຍົງ. ສ້າງຂໍ້ມູນຢູ່ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນເປັນມາດຕະຖານ, ພິເສດແມ່ນບັນດາບັນຫາເຊິ່ງ ອີຊີ ກ່າວເຕືອນ. ຕິດຕາມເພື່ອບົນພື້ນຖານນັ້ນຈະໄດ້ລາຍງານໃຫ້ຖືກຕ້ອງ”.

        ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສ້າງບົດລາຍງານໃຫ້ສົມບູບແບບ ແລະ ສົ່ງໃຫ້ ອີຊີ ກ່ອນວັນທີ 05 ມັງກອນ 2026. ສືບຕໍ່ແລກປ່ຽນກັບ ອີຊີ ເປັນປະຈຳເພື່ອສະໜອງຂໍ້ມູນຢ່າງທັນການເມື່ອມີຄວາມຮຽກຮ້ອງ.

(ແຫຼ່ງຄັດຈາກ VOV)

 ເສີມຂະຫຍາຍພູມປັນຍາ ແລະ ຄຸນນະທາດ ຫວຽດນາມ, ກ້າວຂຶ້ນຢ່າງແຮງໃນສັງກາດພັດທະນາໃໝ່

ເສີມຂະຫຍາຍພູມປັນຍາ ແລະ ຄຸນນະທາດ ຫວຽດນາມ, ກ້າວຂຶ້ນຢ່າງແຮງໃນສັງກາດພັດທະນາໃໝ່

ກ່ອນທີ່ຈະຮອດປີໃໝ່ 2026, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ.

Top