• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະ​ຫານ​ຍິງ ຫວຽດ​ນາມ ຢັ້ງ​ຢືນ​ບົດ​ບາດ​ນຳ​ໜ້າ​ຂອງ​ແມ່​ຍິງ​ໃນ​ວຽກ​ງານ​ຮັກ​ສາ​ສັນ​ຕິ​ພາບ

ຜ່ານການພົບປະແລກປ່ຽນ, ເຂົາເຈົ້າບໍ່ພຽງແຕ່ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ຫວຽດນາມ ເທົ່ານັ້ນ, ຫາກຍັງເຫັນໄດ້ເຖິງ “ກຳລັງແຮງອ່ອນໂຍນ” ຂອງ ແມ່ຍິງ ຫວຽດນາມ ນຳມາໃຫ້.
ບັນດາທະຫານຍິງໂຮງໝໍກາງສະໜາມລະດັບ 2 ເລກ 7 ໃນວັນແມ່ຍິງ ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງ ຫວຽດນາມ ຄົບຮອບ 95 ປີ (20/10/1930 – 20/10/2025), ວັນປະກາດໃຊ້ມະຕິສະບັບເລກທີ 1325 ຂອງສະພາຄວາມໝັ້ນຄົງ ສປຊ ວ່າດ້ວຍ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົບ ຄົບຮອບ 25 ປີ (20/10/1930 – 20/10/2025), ວັນທີ 19 ຕຸລາ, ສະຫະພັນແມ່ຍິງຂັ້ນຮາກຖານໂຮງໝໍກາງສະໜາມລະດັບ 2 ເລກ 7 (BVDC 2.7) ໄດ້ຈັດການພົບປະແລກປ່ຽນວັດທະນະທຳ, ການໂອ້ລົມສົນທະນາຕາມຫົວເລືອ່ງສະເພາະ ຢູ່ Bentiu, ຊູດັງໃຕ້.

        ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານພົນຈັດຕະວາ ເຈືອງມາຍຮວາ, ປະທານສະຫະພັນແມ່ຍິງຂັ້ນຮາກຖານ BVDC 2.7 ໄດ້ຫວນຄືນມູນເຊື້ອທີ່ສະຫງ່າງາມຂອງແມ່ຍິງ ຫວຽດນາມ; ຢັ້ງຢືນຄວາມເອກອ້າງທະນົງໃຈ, ສະຕິຄວາມຮັບຜິດຊອບ ແລະ ນ້ຳໃຈອຸທິດສ່ວນຂອງທະຫານຍິງ ຫວຽດນາມ ແຕ່ລະຄົນທີ່ພວມປະຕິບັດໜ້າທີ່ຢູ່ຫ່າງໄກຈາກປະເທດຊາດ.

ລາຍການໄດ້ຊ່ວຍຮັດແໜ້ນສາຍພົວພັນ ແລະ ໂຄສະນາເຜີຍແຜ່ກ່ຽວກັບວັດທະນະທຳ ຫວຽດນາມ
ຜ່ານການພົບປະແລກປ່ຽນ, ເຂົາເຈົ້າບໍ່ພຽງແຕ່ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ຫວຽດນາມ ເທົ່ານັ້ນ, ຫາກຍັງເຫັນໄດ້ເຖິງ “ກຳລັງແຮງອ່ອນໂຍນ” ຂອງ ແມ່ຍິງ ຫວຽດນາມ ນຳມາໃຫ້. ທ່ານ ຮ້ອຍເອກ Muchayeverwa Dhabu, ຫົວໜ້າພາກສ່ວນນັກສັງເກດການທະຫານ, ເຂດ Unity, ຄະນະ UNMISS  (ຊູດັງໃຕ້), ແບ່ງປັນວ່າ:

        “ຂ້າພະເຈົ້າຂໍອວຍພອນໄຊທີ່ມດີງາມທີ່ສຸດໃນພາລະກິດຂອງພວກເພື່ອນ ແລະ ຂ້າພະເຈົ້າກໍຕີລາຄາສູງບັນດາຄວາມມານະພະຍາຍາມ ເຊິ່ງພວກເພື່ອນພວມປະຕິບັດຢູ່ທີ່ນີ້. ບັນດາການປະກອບສ່ວນຂອງພວກເພື່ອນມຸ່ງໄປເຖິງການມອບສິດໃຫ້ແກ່ແມ່ຍິງ, ຊຸກຍູ້ຄວາມຫຼາກຫຼາຍຂອງພາກສາອັງກິດຢູ່ບັນດາບ່ອນທີ່ຍັງມີຄວາມສ່ຽງຊ້ອນແຝງຍ້ອນການປະທະກັນການທະຫານ. ຂໍຊົມເຊີຍ ແລະ ຂອບໃຈພວກເພື່ອນ”.

        ການພົບປະແລກປ່ຽນ ຍັງມີຫຼາຍກິດຈະກຳທີ່ຫຼາກຫຼາຍຮູບແບບຄື ແບ່ງປັນບົດຮຽນປະສົບການຕົວຈິງຂອງບັນດາທະຫານຍິງໃນການເຄື່ອນໄຫວຮັກສາສັນຕິພາບ, ການສະແດງສິລະປະ ແລະ ຊິມບັນດາເຍື່ອງອາຫານພື້ນເມືອງຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top