ຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ, ຕາແສງ ໝີ້ລອງ-ແຂວງ ອານຢາງ ແມ່ນສະຖານທີ່ລະຫຼີ້ນບັນເທິງທີ່ສ້າງຄວາມປະທັບໃຈ ແລະ ແມ່ນສະຖານທີ່ດຳເນີນຊີວິດເຂດຊຸມຊົນຂອງຊາວທ້ອງຖິ່ນ. ແຫ່ງນີ້ໄດ້ກາຍເປັນໜຶ່ງໃນບັນດາສະຖານທີ່ດູດດື່ມໃຈແຂກທ່ອງທ່ຽວ.
ມູມໜຶ່ງໃນຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ (ພາບ: ງອກແອັງ)
ໃນໂອກາດທ້າຍອາທິດ ຫຼືງານບຸນຕ່າງໆ, ຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ ມີຄວາມຟົດຟື້ນຂຶ້ນແບບແຕກຕ່າງເລີຍ. ມາຮອດນີ້, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບເຂດສິລະປະວັດທະນະທຳທ້ອງຖະຫນົນ, ໄປຊື້ເຄື່ອງຂອງ ຫຼືຮັບຊົມບັນດາລາຍການສະແດງສິລະປະພິເສດສະເພາະ.
ອະນຸສາວະລີ ປະທານ ໂຕນດຶກທັງ ຢູ່ ຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ (ພາບ: ງອກແອັງ)
ຖະໜົນຍ່າງແຫ່ງນີ້ຍາວເກືອບ 1 ກມ, ກວ້າງເກືອບ 20 ແມັດ. ຖະໜົນໄດ້ປູດ້ວຍຫີນທຳມະຊາດ, ຕິດຕັ້ງລະບົບໄຟສະຫວ່າງດ້ວຍດອກໄຟ Led ຢູ່ເທິງເສົາ ແລະ ຢູ່ພື້ນດິນ, ດັ່ງນັ້ນ, ຍາມຄ່ຳຄືນ, ທົ່ວຖະໜົນພັດກາຍເປັນພາບແຕ້ມທີ່ມີສິສັນຫຼາກຫຼາຍ, ລະຍິບລະຍັບ. ຈຸດພົ້ນເດັ່ນຂອງກິດຈະກຳແມ່ນໜອງນ້ຳ ປະດັບດ້ວຍການສະແດງລະບຳນ້ຳພຸ, ຮູບປັ້ນນູນບູຮານ, ຕູບນັ່ງພັກຜ່ອນໄດ້ອອກແບບເປັນເຮືອນບູຮານທາງພາກໃຕ້ ຫວຽດນາມ. ຈຸດພົ້ນເດັ່ນອື່ນໃນຖະໜົນຍ່າງນີ້ແມ່ນອະນຸສາວະລີ ປະທານ ໂຕນດຶກທັງ (1888-1980) ຊື່ງເປັນປະທານປະເທດຜູ້ທຳອິດຂອງປະເທດ ສສ ຫວຽດນາມ, ລູກຜູ້ດີເດັ່ນບ້ານເກີດຢູ່ແຂວງ ອານຢາງ. ອ້າຍ ຫງວຽນແທັ່ງຈຸງ, ຊາວແຂວງ ອານຢາງ ໃຫ້ຮູ້ວ່າ:
ຫຼາຍຄົມມານີ້ກໍ່ມັກຖ່າຍຮູບຢູ່ເຂດອະນຸສາວະລີ ທ່ານປະທານປະເທດ ໂຕນດຶກທັງ. ລຸ້ນຫນຸ່ມຫຼາຍຄົນກໍ່ມັກມານີ້ຍ້ອນວ່າມີບັນດາລາຍການສະແດງສິລະປະ, ດົນຕີ, ງານບຸນ, ງານວາງສະແດງພາບຖ່າຍຕ່າງໆ…
ຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ ໄດ້ດຶງດູດໃຈແຂກທ່ອງທ່ຽວຍ້ອນມີເຂດອາຫາການກິນທ້ອງຖະໜົນທີ່ເຂັ້ມຂຸນໄປດ້ວຍສີສັນຕະຫຼາດເຂດບ້ານນາ. ນອກຈາກນັ້ນຍັງມີບັນດານ້ຳດື່ມຊະນິດພິເສດຂອງເຂດທາງທິດຕາເວັນຕົກສ່ຽງໃຕ້ຄື: ນ້ຳອ້ອຍ, ນ້ຳໝ!ກພ້າວ ແລະ ນ້ຳໝາກຕານ. ແຂກທ່ອງທ່ຽວ ແລະ ປຊຊ ຍັງສາມາດເຂົ້າຮ່ວມການລະຫຼີ້ນພື້ນເມືອງຕ່າງໆຄື: ຕີໝໍ້ດິນ, ເຕັ້ນເປົາປ່ານ, ໂຍນບ້ວງ… ຫຼິ້ນໝາກຮຸກດ້ວຍຄົນ. ແຂກທ່ອງທ່ຽວຍິງຜູ້ໜຶ່ງມາຈາກ ຮ່າໂນ້ຍ ໄດ້ໄປທ່ຽວຊົມຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ ແບ່ງປັນວ່າ:
ຖະໜົນຍ່າງ ມີສະຖານທີ່ກວ້າງຂວາງ, ສະຫວາດສະເຫວີຍ. ມີຫຼາຍຮ້ານອາຫານ, ຮ້ານກາເຟທີ່ສະດວກໃຫ້ສຳລັບແຂກທ່ອງທ່ຽວ ເມື່ອມີຄວາມຕ້ອງການກິນດື່ມ ຫຼືຊື້ເຄື່ອງຂອງທີ່ລະນຶກ. ຮອດຄ່ຳຄືນວັນເສົາວັນທິດກໍ່ມີບັນດາລາຍການສະແດງສິລະປະ, ສະແດງດົນຕີ ຊື່ງໄດ້ສ້າງເປັນບັນຍາກາດທີ່ຟົດຟື້ນມ່ວນຊື່ນ. ແຂກທ່ອງທ່ຽວມັກມານີ້ເພື່ອ check-in, ຖ່າຍຮູບເປັນທີ່ລະນຶກ.
ໃນວິວັດວັດການຄົ້ນຫາຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ, ແຂກທ່ອງທ່ຽວສາມາດແວ່ຢ້ຽມຢາມບັນດາສະຖານາທີ່ທີ່ມີຊື່ສຽງຢູ່ແຂວງ ອານຢາງ ຄື: ໜອງ ຫງວຽນຢູ; ໂບດ ລອງຊວຽນ; ຕະຫຼາດນ້ຳ ລອງຊວຽນ; ຫໍພິພິຕະພັນ ອານຢາງ; ວັດ ກວາງເຕ…
ຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ ຍັງແມ່ນສະຖານທີ່ຈັດບັນດາລາຍການສະແດງສິລະປະທ້ອງຖະໜົນທີ່ຟົດຟື້ນ. ອ້າຍ ຮິ່ງວັນຮຸ່ງ ເຈົ້າຂອງຮ້ານກາເຟແຫ່ງໜຶ່ງຢູ່ ຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ ໃຫ້ຮູ້ວ່າ:
ຖະໜົນຍ່າງແຫ່ງນີ້ໄດ້ເປີດທຸກມື້, ຖະໜົນໄດ້ຮັບການປະດັບປະດາຢ່າງສວຍງາມ. ໃນໂອກາດບຸນເຕັດກໍ່ໄດ້ຈັດງານຕະຫຼາດນັດດອກໄມ້, ຍິງບັ້ງໄຟດອກ. ວັນບຸນໃຫຍ່ກໍ່ມີງານວາງສະແດງຮູບແຕ້ມ, ງານຕະຫຼາດນັດ, ການສະແດງສິລະປະ ຊື່ງໄດ້ດຶງດູດແຂກທ່ອງທ່ຽວມາຫຼາຍທີ່ສຸດ.
ຫຼານ ເຈືອງເຈິ່ນບາວຮຸຍ ຢູ່ແຂວງ ອານຢາງ ໃຫ້ຮູ້ວ່າ:
ຢູ່ນີ້ກວ້າງ, ເຢັນສະບາຍ, ງາມຕາ, ດັ່ງນັ້ນ, ຍາມເຊົ້າຫຼາຍຄົນມັກມາແລ່ນ, ຫັດກາຍ, ຍາມແລງກໍ່ຫຼີ້ນກິລາ, ເຕະດອກຂົນໄກ່, ຫຼິ້ນສະເກັດ, ຕີບານ, ຕີດອກປິກໄກ່…
ຖະໜົນຍ່າງ ຮາຍບ່າຈຶງ-ຫງວຽນເຫ້ວ ແມ່ນສະຖານທີ່ດຳເນີນຊີວິດເຂດຊຸມຊົນທີ່ເປັນປະໂຫຍດສຳລັບຊາວທ້ອງຖິ່ນ ແລະ ແມ່ນສະຖານທີ່ຢ້ຽມຢາມທີ່ດູດດື່ມໃຈສຳລັບແຂກທ່ອງທ່ຽວ. ແຫ່ງນີ້ມີຄວາມຟົດຟື້ນ, ອຶກກະທຶກຄຶກໂຄມຂອງຊີວິດໃນເມືອງ ແຕ່ຍັງໄດ້ຮັກສາຈຸດຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອຂອງເຂດພາກຕາເວັນຕົກສ່ຽງໃຕ້ ຫວຽດນາມ ໄວ້ຢູ່.