• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ຕໍ່ສູ້ກັບຂີ້ເຫຍື້ອ ປຼາສຕິກ ຢູ່ແມ່ນຳ້ຂອງ

ເປັນແມ່ນຳ້ ໄຫຼຜ່ານ 6 ປະເທດຄື: ຈີນ, ມຽນມາ, ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ ກ່ອນ ຈະໄຫຼອອກສູ່ ທະເລຕາ ເວັນອອກ, ມີປະຊາກອນ ກວ່າ 70 ລ້ານຄົນ ດໍາລົງຊີວິດ ອາ ໄສ ສາຍນໍ້ານີ້. ແຕ່ວ່າ ການຖິ້ມຂີ້ເຫຍື້ອ ປຼາສຕິກ ຕາມລວງ ຍາວຂອງແມ່ນຳ້ ໄດ້ເຮັດໃຫ້ແມ່ນຳ້ຂອງ ກາຍເປັນໜຶ່ງ ໃນ 10 ແມ່ນຳ ້ທ່ີເປັນເປັນພິດຈາກຂີ້ເຫຍື້ອ ປຼາສຕິກ ຢ່າງ ໜັກໜ່ວງ ທີ່ສຸດໃນໂລກ. ປັດຈຸບັນ, ບັນດາປະເທດ ໃນອະນຸພາກພື້ນ ແມ່ນຳ້ຂອງ ໄດ້ຮ່ວມມືກັນ ເພື່ອເກັບມ້ຽນ ຂີ້ເຫຍື້ອ ປຼາສຕິກ ຕາມສອງຝ່ັງແມ່ນຳ້ຂອງ. 
ໃນເດືອນ ກຸມພາ ຜ່ານມາ, ໃນກອງປະຊຸມສຳມະນາ ຊຶ່ງໄດ້ ຈັດຂຶ້ນຢູ່ ນະຄອນຫຼວງ ວຽງຈັນ (ລາວ) ໂດຍກອງເລຂາຄະ ນະກໍາມາທິການ ແມ່ນຳ້ຂອງ (MRC) ແລະ ໂຄງການສິ່ງ ແວດລ້ອມ ສະຫະປະຊາຊາດ (UNEP) ພາກພື້ນອາຊີ-ປາຊີ ຟິກ ຮ່ວມກັນຈັດ, ມີເຈົ້າໜ້າທີ່ປະມານ 50 ຄົນ ແລະ ບັນດາ ນັກຄົ້ນຄວ້າ ທ່ີມາຈາກ 4 ປະເທດຄື: ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ ໄດ້ພ້ອມກັນ ປຶກສາຫາລື ກ່ຽວກັບວິທີການ ປະເມີນ ເພື່ອສຶກສາຄົ້ນຄວ້າ ພາວະເປັນພິດ​ຈາກຂີ້ເຫຍື້ອ ປຼາສຕິກ ຢູ່ແມ່ນຳ້ຂອງ. 

ກອງປະຊຸມສຳມະນາ ຄັ້ງນີ້ ໄດ້ຕົກລົງ ທ່ີຈະສືບຕໍ່ ຮ່ວມມື ກັນ ຕໍ່ໄປ ເພື່ອສະໜອງແຫຼ່ງຂໍ້ມູນຂ່າວສານລາຍລະອຽດ ແລະ ຫຼັກຖານດ້ານວິທະຍາສາດ ກ່ຽວກັບພາວະເປັນພິດຈາກ ຂີ້ ເຫຍື້ອ ປຼາສຕິກ ໃນພາກພື້ນ ກໍ່ຄືຜົນສະທ້ອນຂອງມັນ ຕໍ່ສິ່ງ ແວດລ້ອມ ແລະ ຜູ້ຄົນທີ່ອາໄສຕາມສອງຝັ່ງ ແມ່ນໍ້າຂອງ, ພ້ອມກັນນັ້ນ ກໍ່ສະເໜີອອກບັນດາຄຳເຕືອນ, ນະໂຍບາຍ ເພື່ອແກ້ໄຂບັນຫາດັ່ງກ່າວ. 


ຂົງເຂດທີ່ມີຂີ້ເຫຍື້ອຫຼາຍຢູ່ຕະຫຼາດເທິງໜ້ານຳ້ ກາຍຣັງ, ເມືອງ ນີງກ່ຽວ (ເກິ່ນເທີ). ພາບ: ແທງລຽມ/VNA


ແມ່ນຳ້ຂອງ ຕອນໄຫຼ່ຂ້າມຜ່ານ ກຳປູເຈຍ ເຕັມໄປດ້ວຍຂີ້ເຫຍື້ອ ປຼາສຕິກ. ພາບ: AFP/VNA


ເດັດນ້ອຍລອຍ ໃນສະລອຍນຳ້ ເຕັມໄປດ້ວຍກວດ ປຼາສຕິກ ໃນຂະບວນການຍົກສູງຄວາມຮັບຮູ້ ກ່ຽວກັບສິ່ງແວດ ລ້ອມ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນ ມະຫາສະໝຸດໂລກ ເຊ່ິງໄດ້ຈັດຂຶ້ນຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ. ພາບ: AFP/VNA


ກົມໃຫຍ່ສິ່ງແວດລ້ອມ, ສະຖາບັນການເຕີບໂຕສີຂຽວ, ກຸ່ມບໍລິສັດ Hanwha (ສ ເກົາຫຼີ) ໄດ້ຈັດພິທີປຸກລະດົມ ຂະ ບວນການ “ອະນາໄມ ແມ່ນຳ້ຂອງ ໃຫ້ສະອາດ” ຕອນໄຫຼຜ່ານແຂວງ ຫວີງລອງ. ເຂົ້າຮ່ວມຂະບວນການ ມີອາສາສະໝັກຫຼາຍພັນຄົນ ໄດ້ເກັບມ້ຽນຂີ້ເຫຍື້ອ ລຽບຕາມສອງຝັ່ງແມ່ ນຳ້, ແນໃສ່ຕ້ານມົນລະພິດທາງນໍ້າ ເນື່ອງຈາກສິ່ງເສດເຫຼືອ ທີ່ມີຢູ່ໃນແມ່ນຳ້ຂອງ. ພາບ: ເລຖຸຍຮັ່ງ/VNA


ກຸ່ມບໍລິສັດ Hanwha ໄດ້ມອບເຮືອເກັບມ້ຽນຂີ້ເຫຍື້ອ ທີ່ ແລ່ນດ້ວຍພະລັງງານແສງຕາເວັນ 2 ລຳ, ມີມູນຄ່າປະມານ 2,5 ຕື້ດົ່ງ ໃຫ້ແກ່ແຂວງ ຫວີງລອງ. ພາບ: ເລຖຸຍຮັ່ງ/VNA
ກ່ຽວກັບບັນຫາ ຂີ້ເຫຍື້ອ ປຼາສຕິດ ຢູ່ແມ່ນຳ້ຂອງ, ທ່ານນາງ Caitlin Wiesen, ຫົວໜ້າ ຜູ້ຕາງໜ້າປະຈໍາການ ໂຄງການ ພັດທະນາສະຫະປະຊາຊາດ (UNDP) ປະຈໍາ ຫວຽດນາມ ເຄີຍໄດ້ຮຽກຮ້ອງໃຫ້ລັດຖະບານ, ວິສາຫະກິດ ແລະ ປະຊາ ຊົນ ບັນດາປະເທດ ໃນອະນຸພາກພື້ນ ແມ່ນຳ້ຂອງ ຈົ່ງມີການ ເຄື່ອນໄຫວ ຢ່າງແທ້ຈິງ. ນັ້ນແມ່ນ ບໍ່ນຳໃຊ້ປຼາສຕິກ ໃຊ້ຄັ້ງ ດຽວ, ນຳໃຊ້ຜະລິດຕະພັນ ເປັນມິດກັບ ສິ່ງແວດລ້ອມ, ເກັບ ມ້ຽນ ແລະ ກຳຈັດຂີ້ເຫຍື້ອ ປຼາສຕິກ. 

ຕາມການສຶກສາຄົ້ນຄວ້າ ໃນວາລະສານ Environmental Science & Technology ອອກເດືອນ ພະຈິກ 2017, ແມ່ ນຳ້ຂອງ ເປັນໜ່ຶງໃນ 10 ແມ່ນຳ້ ລະບາຍ ຂີ້ເຫຍື້ອ ປຼາສຕິກ ອອກສູ່ມະຫາສະໝຸດເຖິງ 88-95%. ຕາມຜົນງານຈາກການ ຄົ້ນຄວ້າຂອງ ປອ. Christian Schmidt, ນັກຄົ້ນຄວ້າທໍລະ ນີສາດ ແລະ ອຸທົກກະສາດ ຢູ່ສູນກາງ ຄົ້ນຄວ້າ ສິ່ງແວດລ້ອມ Helmholtz (ສ.ເຢຍລະມັນ) ຊີ້ອອກ ໃຫ້ເຫັນວ່າ ແມ່ນຳ້ຂອງ ເປັນໜຶ່ງໃນ 10 ແມ່ນຳ້ ສ້າງພາວະເປັນພິດ ຈາກ ຂີ້ເຫຍື້ອ ປຼາສຕິດ ຢ່າງໜັກໜ່ວງທີ່ສຸດຂອງ ໂລກ.
ນັບແຕ່ທ້າຍປີ 2019, ລັດຖະບານ ຫວຽດນາມ ແລະ ປະຊາ ຊົນ ທ່ີອາໄສຢູ່ເຂດທົ່ງພຽງແມ່ນຳ້ຂອງ ໄດ້ມີບັນດາການ ເຄື່ອນໄຫວ ຕົວຈິງ. ຫວ່າງແລ້ວນີ້, ກົມໃຫຍ່ສິ່ງແວດລ້ອມ ຫວຽດນາມ ສົມທົບ ກັບກຸ່ມບໍລິສັດ Hanwha (ສ ເກົາຫຼີ) ໄດ້ປຸກລະດົມ ຂະບວນການ “ອະນາໄມ ແມ່ນຳ້ຂອງ ໃຫ້ສະ ອາດ”. ເນື່ອງໃນໂອກາດ ນີ້  Hanwha ໄດ້ມອບເຮືອເກັບ ມ້ຽນ ຂີ້ເຫຍື້ອ 2 ລຳໃຫ້ແຂວງ ຫວີງຟຸກ. ຈຸດພິເສດຂອງເຮືອ 2 ລຳດັ່ງກ່າວ ແມ່ນເຄື່ອນໄຫວ ດ້ວຍພະລັງງານແຮງແສງ ຕາເວັນ, ບໍ່ລະບາຍ ທາດອາຍເສຍ ຕໍ່ສິ່ງ ແວດລ້ອມ, ບໍ່ສ້າງ ຜົນສະທ້ອນຕໍ່ສັດທຸກປະເພດ. ຕາມທ່ານ Sun-Mok Choi, ປະທານ, ທັງເປັນຫົວ ໜ້າຄະນະສື່ສານຂອງ ກຸ່ມບໍລິສັດ Hanwha ໃຫ້ຮູ້ວ່າ ຖ້າການທົດລອງໄດ້ຮັບຜົນສຳເລັດ, Hanwha ຈະເປີດກວ້າງ ການເຄື່ອນໄຫວຂອງຕົນອອກ ສູ່ ບັນດາແຂວງ ຕ່າງໆ ອີກດ້ວຍ. 

ຄຽງຂ້າງນັ້ນ, ນະຄອນ ເກິ່ນເທີ ໄດ້ສົມທົບກັບອົງການ The Ocean Cleanup (TOC) ຂອງ ໂຮນລັງ ເພື່ອຕິດຕັ້ງລະບົບ ເກັບມ້ຽນຂີ້ເຫຍື້ອ ແບບອັດຕະໂນມັດ ເທິງແມ່ນຳ້ ຢູ່ນະຄອນດັ່ງກ່າວ. ນັ້ນແມ່ນເຮືອເກັບມ້ຽນຂີ້ເຫຍື້ອ ເທິງແມ່ນຳ້ ແບບ ອັດຕະໂນມັດ ໂດຍ TOC ຄົ້ນຄວ້າເອງ. ເຮືອປະເພດນີ້ ເຄື່ອນໄຫວດ້ວຍພະລັງງານແຮງແສງຕາເວັນ, ໄດ້ເຊື່ອມຕໍ່ກັບໂທລະສັບມືຖື ເພື່ອຕິດຕາມຈຳນວນຂີ້ເຫຍື້ອ ທີ່ເກັບມ້ຽນໄດ້. TOC ໄດ້ວາງເປົ້າໝາຍຈະເກັບມ້ຽນຂີ້ເຫຍື້ອເທິງແມ່ນໍ້າ ໄດ້ ປະມານ 90%. ຖ້າວ່າ ສະດວກ, TOC ຈະໃຫ້ຕິດຕັ້ງ ລະບົບ ເກັບມ້ຽນຂີ້ເຫຍື້ອ ແບບອັດຕະໂນມັດ ຫຼາຍຮ້ອຍແຫ່ງ ເທິງ ແມ່ນຳ້ຫຼາຍສາຍ ໃນທົ່ວໂລກ. 
 
ບົດ: ຟອງທູ - ພາບ: VNA

ຫັນເປັນ ດີຈີຕອນ ເພື່ອສ້າງປະຊາຄົມ ASEAN ແບບຍືນຍົງ

ຫັນເປັນ ດີຈີຕອນ ເພື່ອສ້າງປະຊາຄົມ ASEAN ແບບຍືນຍົງ

ໂດຍການຄວ້າໂອກາດ​ ໃນ​ຍຸກ ​ດີຈິີຕອນ​ ຈະ​ຊ່ວຍ​ໃຫ້​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ASEAN) ກາຍເປັນ​ຕົວ​ແບບ​ ໃນການ​ຫັນປ່ຽນ​ດ້ານ​ ດີຈີ​ຕອນ ​ລະດັບໂລກ. ການຫັນ ເປັນ ດີຈີຕອນ ຍັງເປັນ ຍຸດທະສາດ ມຸ່ງສູ່ການສ້າງປະຊາຄົມ ASEAN ແບບຍືນຍົງ, ມີຄວາມສະໜິດຕິດພັນ ທາງດ້ານການ ເມືອງ, ການເຊື່ອມໂຍງ ທາງດ້ານເສດຖະກິດ ແລະ ແບ່ງປັນ ຄວາມຮັບຜິດຊອບທາງສັງຄົມ ຮ່ວມກັນ, ຮັບ ປະກັນ ເປັນທີ່ຕັ້ງ ໃຈກາງ ຂອງ ອາຊີ ທີ່ຂະຫຍັນຂັນເຄື່ອນ.

Top