• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕ້ອນ​ຮັບ​ກອງ​ທັບ​ກຳ​ປູ​ເຈຍ ມາ​ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ເດີນ​ຂະ​ບວນສວນ​ສະ​ໜາມ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ຫວຽດ​ນາມ

ພາຍຫຼັງພິທີຕ້ອນຮັບ, ຄະນະຜູ້ແທນກຳປັງປະກອບອາວຸດກອງທັບ ລະຊາອານາຈັກ ກຳປູເຈຍ ສືບຕໍ່ເດີນທາງໄປຍັງນະຄອນໂຮ່ຈີມິນ ເພື່ອຂີ່ເຮືອບິນມາຍັງຮ່າໂນ້ຍ, ເພື່ອໄປຮອດສະຖານທີ່ເຕົ້າໂຮມ ກຽມພ້ອມເຂົ້າຮ່ວມລາຍການຝືກແອັບເດີນຂະບວນສວນສະໜາມໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາປະສົບຜົນສຳເລັດ ແລະ ວັນຊາດ ຫວຽດນາມ ທີ2 ກັນຍາ.
ກອງທັບ ລະຊະອານາຈັກ ກຳປູເຈຍ ເຂົ້າຮ່ວມພິທີເດີນຂະບວນສວນສະໜາມ (ພາບ: qdnd.vn)
ວັນທີ 15 ສິງຫາ, ຢູ່ດ່ານຊາຍແດນສາກົນ ມົກບ່າຍ, ກອງບັນຊາການທະຫານແຂວງ ໄຕນິງ ໄດ້ຈັດພິທີຕ້ອນຮັບຄະນະຜູ້ແທນກຳລັງປະກອບອາວຸດກອງທັບ ລະຊະອານາຈັກ ກຳປູເຈຍ ມາຫວຽດນາມປະຕິບັດໜ້າທີ່ຝືກແອັບ ແລະ ເຂົ້າຮ່ວມການເດີນຂະບວນສວນສະໜາມໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ  ແລະ ວັນຊາດທີ 2 ກັນຍາ (ໜ້າທີ່ A80), ກ້ອນກຳລັງ ກຳປູເຈຍລວມມີ ພະນັກງານ, ນັກຮົບ 120 ຄົນ. ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວພົບປະແລກປ່ຽນລະຫວ່າງກອງທັບເທົ່ານັ້ນ, ຫາກຍັງແມ່ນພະຍານຫຼັກຖານທີ່ມີຊີວິດຊີວາກ່ຽວກັບນ້ຳໃຈສາມັກຄີ, ການຮ່ວມມືຮອບດ້ານ ລະຫວ່າງກອງທັບປະຊາຊົນຫວຽດນາມ ແລະ ກອງທັບລາຊະອານາຈັກ ກຳປູເຈຍອີກດ້ວຍ. ພາຍຫຼັງພິທີຕ້ອນຮັບ, ຄະນະຜູ້ແທນກຳປັງປະກອບອາວຸດກອງທັບ ລະຊາອານາຈັກ ກຳປູເຈຍ ສືບຕໍ່ເດີນທາງໄປຍັງນະຄອນໂຮ່ຈີມິນ ເພື່ອຂີ່ເຮືອບິນມາຍັງຮ່າໂນ້ຍ, ເພື່ອໄປຮອດສະຖານທີ່ເຕົ້າໂຮມ ກຽມພ້ອມເຂົ້າຮ່ວມລາຍການຝືກແອັບເດີນຂະບວນສວນສະໜາມໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາປະສົບຜົນສຳເລັດ ແລະ ວັນຊາດ ຫວຽດນາມ ທີ2 ກັນຍາ.

(ແຫຼ່ງຄັດຈາກ VOV)

ຮ່າ​ໂນ້ຍ ຈາກ​ລະ​ດູ​ໃບ​ໄມ້ຫຼົ່ນ​ປະ​ຫວັດ​ສາດ​ປີ 1945 ແຜ່​ກະ​ຈາຍ​ຄວາມ​ຄາດ​ຫວັງ​ບືນ​ຕົວ​ຂຶ້ນ​ຂອງ​ທົ່ວ​ທັງ​ຊາດ

ຮ່າ​ໂນ້ຍ ຈາກ​ລະ​ດູ​ໃບ​ໄມ້ຫຼົ່ນ​ປະ​ຫວັດ​ສາດ​ປີ 1945 ແຜ່​ກະ​ຈາຍ​ຄວາມ​ຄາດ​ຫວັງ​ບືນ​ຕົວ​ຂຶ້ນ​ຂອງ​ທົ່ວ​ທັງ​ຊາດ

ຜ່ານໄລຍະ 80ປີ, ຮ່າໂນ້ຍໃນປັດຈຸບັນ ບໍ່ພຽງແຕ່ແມ່ນສູນການເມືອງ, ການປົກຄອງແຫ່ງຊາດ, ຫົວໃຈຂອງທົ່ວປະເທດເທົ່ານັ້ນ ຫາກຍັງແມ່ນສູນກາງໃຫຍ່ກ່ຽວກັບເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດເຕັກໂນໂລຢີ, ການເຊື່ອມໂຍງເຂົ້າກັບສາກົນອີກດ້ວຍ.

Top