• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຕ້ອນຮັບພວກອ້າຍກັບຄືນສູ່ບ້ານເກີດເມືອງນອນ

ໃນລະດູແລ້ງປີ 2025-2026, ໂດຍຕອບສະໜອງ “ຂະບວນການ 500 ວັນທັງກາງເວັນ ແລະກາງຄືນຍູ້ແຮງການຊອກຫາ, ຂຸດເອົາ ແລະຢັ້ງຢືນລາຍຊື່ຂອງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ”, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຂຶ້ນກັບກອງບັນຊາການທະຫານແຂວງເງະອານ ໄດ້ດຳເນີນການສຳຫຼວດ, ຊອກຫາ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ໄດ້ 80 ອັດຖິ ຢູ່ບໍລິເວນ 3 ແຂວງຂອງປະເທດເພື່ອນລາວ, ລວມມີ: ຊຽງຂວາງ, ວຽງຈັນ, ໄຊສົມບູນ.

ໃນຊຸມວັນທ້າຍເດືອນພຶດສະພາ, ຈາກປະເທດລາວ, ຜ່ານໄລຍະທາງກວ່າ 400 ກິໂລແມັດ ຂ້າມຜ່ານດ່ານສາກົນນໍ້າກັ໊ນ, ຂະບວນລົດ ໄດ້ນໍາສົ່ງອັດຖິຂອງພວກອ້າຍມາຮອດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫງີລົກ (ຕາແສງດົງລົກ, ແຂວງເງະອານ). ຄະນະພັກແຂວງ, ສະພາປະຊາຊົນແຂວງ, ຄະນະກຳມະການປະຊາຊົນແຂວງ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງເງະອານ ໄດ້ຈັດພິທີໄວ້ອາໄລ ແລະປົງສົບຢ່າງສົມກຽດ, ສະແດງຄວາມຮູ້ບຸນຄຸນ ແລະອາໄລຫາຢ່າງສຸດຊຶ້ງ. ແຕ່ລະອັດຖິທີ່ໄດ້ນໍາສົ່ົງກັບຄືນປະເທດແມ່ນຜົນການເດີນທາງທີ່ບໍ່ຮູ້ອິດຮູ້ເມື່ອຍຂອງຜູ້ຊອກຫາອັດຖິເພື່ອນຮ່ວມກົມກອງໃນທ່າມກາງພູຜາປ່າດົງ, ແມ່ນພະຍານຫຼັກຖານພິສູດໃຫ້ເຫັນເຖິງນໍ້າໃຈໄມຕີຈິດສາກົນອັນຊື່ສັດບໍລິສຸດ, ພ້ອມທັງສະແດງໃຫ້ເຫັນຄຸນຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ” ຂອງຊາດຫວຽດນາມ.

ຕາມແຜນການແລ້ວ, ໃນລະຫວ່າງວັນທີ 20-27 ພຶດສະພາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ ແລະຢັ້ງຢືນລາຍຊື່ຂອງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຈະປະສານສົທທົບຈັດພິທີໄວ້ອາໄລ ແລະປົງສົບອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ທີ່ເສຍສະຫຼະຊີວິດຢູ່ລາວ 153 ອັດຖິ, ຢູ່ບໍລິເວນ 6 ແຂວງ, ນະຄອນ, ຄື: ເງະອານ, ເຫວ້, ກວາງຈິ, ຮ່າຕິ໊ງ, ແທັງຮວ໋າ, ດ້ຽນບຽນ.

 

(ແຫຼ່ງຄັດຈາກ qdnd.vn)

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ດ້ວຍທິວທັດທໍາມະຊາດງົດງາມໃຫຍ່ໂຕມະໂຫຖານ ທີ່ເປັນເອກະລັກ ຢູ່ເຂດຊາຍແດນ ພາກຕາເວັນອອກສ່ຽງເໜືອ ຂອງ ຫວຽດນາມ, ນ້ຳຕົກຕາດ ບ້ານຢົກ ຢູ່ ແຂວງ ກາວບັ່ງ ກຳລັງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນັບມື້ນັບເພີ່ມຂຶ້ນ. ທາງທ້ອງຖິ່ນກຳລັງເພີ່ມທະວີ ການປັບປຸງພື້ນຖານໂຄງລ່າງ, ຫັນເປັນຫຼາກຫຼາຍ ຜະລິດຕະພັນການທ່ອງທ່ຽວ ແລະ ຍົກສູງຄຸນນະພາບການບໍລິການ, ດ້ວຍຄວາມມຸ່ງຫວັງທີ່ຈະເຮັດໃຫ້ນ້ຳຕົກຕາດແຫ່ງນີ້ ກາຍເປັນຈຸດໝາຍປາຍທາງທີ່ດຶງດູດໃຈ, ເປັນມິດ ແລະ ຍືນຍົງ.

Top