• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕາເວັນອອກກາງ: ບັນດາຝ່າຍເຂົ້າຮ່ວມການປະທະກັນໄດ້ບຸກໂຈມຕີໃສ່ກັນຢ່າງດຸເດືອດ

ບົດລາຍງານລວມກ່ຽວກັບຄວາມເສຍຫາຍຍ້ອນບັນດາການບຸກໂຈມຕີຂອງ ອີຣານ ຍັງບໍ່ທັນໄດ້ປະກາດເທື່ອ.

ວັນ​ທີ 04 ເມ​ສາ, ບັນ​ດາ​ຝ່າຍ​ເຂົ້າ​ຮ່ວ​ມ​ການ​ປ​ະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ ສືບ​ຕໍ່​ບຸກ​ໂຈມ​ຕີ​ໃສ່​ກັນ. ໃນ​ການ​ບຸກ​ໂຈມ​ຕີ​ໃນ​ຕອນ​ເຊົ້າ, ລູກ​ສອນ​ໄຟ​ຂອງ ອີ​ຣານ ໄດ້​ກໍ່​ຄວາມ​ເສຍ​ຫາຍ​ຢູ່​ເຂດ​ໃກ້​ກັບ​ສຳ​ນັກ​ງານ​ຂອງ​ກຳ​ລັງ​ປ້ອງ​ກັນ​ຕົວ​ ອິດ​ສະ​ຣາ​ແອັນ (IDF) ຢູ່ Tel Aviv, ທາງ​ພາກ​ກາງ ອິດ​ສະ​ຣາ​ແອັນ. ບົດ​ລາຍ​ງານ​ລວມ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ຍ້ອນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ຂອງ ອີ​ຣານ ​ຍັງ​ບໍ່​ທັນ​ໄດ້​ປະ​ກາດ​ເທື່ອ. ນອກ​ຈາກ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ອີ​ຣານ ແລ້ວ, ສື່ມວນ​ຊົນ ອິດ​ສະ​ຣາ​ແອັນ ກໍ​ຢັ້ງ​ຢືນ​ວ່າ ກຳ​ລັງ Houthi ຢູ່ ເຢ​ແມັນ ແລະ ຂະ​ບວນ​ການ Hezbollah ຢູ່ ລີ​ບັງ ໄດ້​ຍິງ​ລູກ​ສອນ​ໄຟ ແລະ ລູກ​ຈະ​ຫຼວດ​ໃສ່​ຜືນ​ແຜນ​ດິນ​ຂອງ ອິດ​ສະ​ຣາ​ແອັນ.

ກົງ​ກັນ​ຂ້າມ, ກອງ​ທັບ​ອາ​ກາດ ອິດ​ສະ​ຣາ​ແອັນ ໄດ້​ຖິ້ມ​ລະ​ເບີດ​ຢູ່​ຫຼາຍ​ເປົ້າ​ໝາຍ​ຂອງ​ອຳ​ນາດ​ການ​ປົກ​ຄອງ ອິດ​ສະ​ຣາ​ແອັນ ໃນ​ວັນ​ທີ 04 ເມ​ສາ, ໃນ​ນັ້ນ ​ມີ​ບັນ​ດາ​ໂຮງ​ງານ​ເຄ​ມີ​ຢູ່​ທາງ​ທິດ​ໃຕ້ ອີ​ຣານ. IDF ຢືນ​ຢັນ​ວ່າ ບັນ​ດາ​ການ​ບຸກ​ໂຈມ​ຕີ​ໄດ້​ເຮັດ​ໃຫ້​ສູນ​ຜ​ະ​ລິດ​ຍຸດ​ທະ​ສາດ​ຂອງ ອີ​ຣານ ຖືກ​ໂຈະ​ໄວ.

ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ການ​ປະ​ທະ​ກັນ, ຕອນ​ຄ່ຳ​ວັນ​ທີ 04 ເມ​ສາ, ທ່ານ Benjamin Netanyahu, ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ຖະ​ແຫຼງວ່າ ປະ​ເທດນີ້​ຈະ​ສືບ​ຕໍ່​ບຸກ​ໂຈມ​ຕີ ອີ​ຣານ ຢ່າງ​ແຮງ. 

(ແຫຼ່ງຄັດຈາກ VOV)

ພິ​ທີໂຮມ​ຊຸມ​ນຸມ​ມິດ​ຕິງ​ປຸກ​ລະ​ດົມ​ວັນ​ເພື່ອ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ 7 ເມ​ສາ

ພິ​ທີໂຮມ​ຊຸມ​ນຸມ​ມິດ​ຕິງ​ປຸກ​ລະ​ດົມ​ວັນ​ເພື່ອ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ 7 ເມ​ສາ

ເຫ​ດ​ການ​ໂດຍ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ປະ​ສານ​ສົມ​ທົບ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຈັດ​ຂຶ້ນ​ດ້ວຍ​ຫົວ​ຂໍ້ “ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ​ຕ້ານ​ພະ​ຍາດ - ເພື່ອ​ຫວຽດ​ນາມ​ເຂັ້ມ​ແຂງ”.

Top