• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕັດ​ສິນ​ຫຼາຍ​ບັນ​ຫາ​ຮີບ​ດ່ວນ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

ກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 12 ກຸມພາ, ຢູ່ຮ່າໂນ້ຍ. ຢູ່ກອງປະຊຸມຄັ້ງນີ້ (ດຳເນີນໃນລະຫວ່າງວັນທີ 12 – 19 ກຸມພາ), ສະພາແຫ່ງຊາດພິຈາລະນາ, ຕັດສິນຫຼາຍບັນຫາຮີບດ່ວນເພື່ອຮັບໃຊ້ການປະຕິວັດສັບຊ້ອນ, ປັບປຸງການຈັດຕັ້ງກົງຈັກ ໃຫ້ກະທັດລັດລົງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການສູງສຸດຂອງປະເທດຊາດໃນສັງກາດໃໝ່, ພ້ອມກັນນັ້ນແມ່ນການແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ແລະ ບັນດາກົນໄກ, ນະໂຍບາຍພິເສດສຳລັບບາງໂຄງການ, ກິດຈະກຳສຳຄັນຂອງຊາດ.
ກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn)

ກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ໄດ້ຈັດຂຶ້ນເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ຈຳເປັນໃນຕົວຈິງ, ກໍ່ຄືຫັນບັນດາມະຕິຂອງພັກຢູ່ທີ່ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມຊຸດທີ XIII ເປັນລະບອບລະບຽບການຢ່າງທັນການ. ບັນດາເນື້ອໃນສຳຄັນທີ່ຮັບການພິຈາລະນາ, ຕົກລົງຢູ່ກອງປະຊຸມໄດ້ສ້າງເງື່ອນໄຂ, ເປັນປະຖົມປັດໄຈເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ.

ຮັບປະກັນໃຫ້ແກ່ບັນດາອົງການມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ

ຢູ່ກອງປະຊຸມຄັ້ງນີ້, ມີຮ່າງກົດໝາຍ 4 ສະບັບຈະໄດ້ຮັບການພິຈາລະນາ, ຮັບຮອງເອົາລວມມີ: ກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ; ກົດໝາຍວ່າດ້ວຍການປະກາດໃຊ້ເອກະສານນິຕິກຳ (ສະບັບປັບປຸງ). ການປັບປຸງກົດໝາຍບາງສະບັບຄັ້ງນີ້ເພື່ອແນໃສ່ສ້າງກອບນິຕິກຳໃຫ້ແກ່ການດຳເນີນສັບຊ້ອນ, ປັບປຸງການຈັດຕັ້ງກົງຈັກ ຂອງສະພາບແຫ່ງຊາດ, ລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນໃຫ້ກະທັດລັດລົງ ຮັບປະກັນໃຫ້ແກ່ບັນດາອົງການນີ້ມີການເຄື່ອນໄຫວຢ່າ ມີປະສິດທິຜົນ, ປະສິດທິພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາໃນໄລຍະໃໝ່.

ໃນບັນດາຮ່າງກົດໝາຍຄັ້ງນີ້ມີກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ໄດ້ສະແດງໃຫ້ເຫັນຈິດໃຈຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນາດໃຫ້ແກ່ລັດຖະບານ ແລະ ທ້ອງຖິ່ນ. ທ່ານ ຫງວຽນເຈື່ອງຢາງ, ຮອງເລຂາທິການໃຫຍ່, ຮອງຫົວໜ້າກຳມາທິການກົດໝາຍ ຂອງສະພາແຫ່ງຊາດຖືວ່າ:

ບົດຈິດໃຈປ່ຽນແປງໃໝ່ໃນວຽກງານສ້າງກົດໝາຍ ແລະ ດ້ວຍຈິດໃຈເຮັດແຈ້ງຄວາມຮັບຜິດຊອບໃນແຕ່ລະຂັ້ນຕອນຕັດສິນຂອງນະໂຍບາຍ, ກົດໝາຍວ່າດ້ວຍການຈັດຕ້ັງລັດຖະບານ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ໄດ້ກຳນົດຢ່າງຈະແຈ້ງ, ໂປ່ງໃສໃນການແບ່ງຂັ້ນ, ແບ່ງສິດອຳນາດ. ເງື່ອນໄຂກ່ຽວກັບການແບ່ງຂັ້ນ, ແບ່ງສິດອຳນາດ.

ໃນຂະນະນັ້ນ, ການພິຈາລະນາ, ຮັບຮອງເອົາກົດໝາຍວ່າດ້ວຍການປະກາດໃຊ້ເອກະສານນິຕິກຳ (ສະບັບປັບປຸງ) ຢູ່ກອງປະຊຸມຄັ້ງນີ້ ກໍ່ມີຄວາມໝາຍສຳຄັນ. ນີ້ແມ່ນພື້ນຖານ, ສ້າງກອບນິຕິກຳໃຫ້ແກ່ການສ້າງ ແລະ ຈັດຕັ້ງປະຕິບັດລະບົບເອກະສານນິຕິກຳ, ຕອບສະໜອງຄວາມຮຽກຮ້ອງຕ້ອງການແກ້ໄຂຈຸດອຸດຕັນຂອງລະບອບລະບຽບການ. ທ່ານ ຫງວຽນເຈື່ອງຢາງ ຖືວ່າ:

ຕ້ອງຢັ້ງຢືນການປັບປຸງກົດໝາຍວ່າດ້ວຍການປະກາດໃຊ້ເອກະສານນິຕິກຳແມ່ນຫັນແນວຄວາມຄິດປ່ຽນແປງໃໝ່ໃນວຽກງານສ້າງກົດໝາຍໃຫ້ເປັນລະບອບລະບຽບການ. ຂ້າພະເຈົ້າຫວັງວ່າໃນກອງປະຊຸມວິສາມັນຄັ້ງນີ້, ບົນພື້ນຖານຕົວຈິງທີ່ເຂົ້າຮ່ວມຂັ້ນຕອນສ້າງກົດໝາຍໃນໄລຍະຜ່ານມາ, ບັນດາສະມາຊິກສະພາແຫ່ງຊາດ, ບັນດາອົງການ, ຫົວໜ່ວຍຕ່າງໆຂອງສະພາແຫ່ງຊາດຈະປະກອບຄຳເຫັນຫຼາຍຂໍ້ເພື່ອໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຮັບເອົາຄຳເຫັນ, ຍື່ນສະເໜີຕໍ່ສະພາແຫ່ງຊາດ ຮ່າງກົດໝາຍສະບັບໜຶ່ງຢ່າງມີປະສິດທິຜົນທີ່ສຸດເພື່ອໃຫ້ພວກເຮົາມີກົດໝາຍວ່າດ້ວຍການປະກາດໃຊ້ເອກະສານນິຕິກຳຢ່າງສົມບູນ, ຈາກນັ້ນຈະມີລະບົບກົດໝາຍຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ກໍ່ຄືຮັບໃຊ້ເປົ້າໝາຍລວມຂອງປະເທດຊາດ.

ປຸກລຸກບັນດາແຫຼ່ງກຳລັງ

ບັນດາບັນຫາທີ່ກ່ຽວຂ້ອງເຖິງການພັດທະນາເສດຖະກິດ - ສັງຄົມໃນປີ 2025 ກໍ່ໄດ້ຮັບການພິຈາລະນາ, ຕົກລົງຢູ່ກອງປະຊຸມວິສາມັນຄັ້ງນີ້. ໃນນັ້ນ, ມີແຜນຮ່າງເພີ່ມເຕີມກ່ຽວກັບການພັດທະນາເສດຖະກິດ - ສັງຄົມປີ 2025 ດ້ວຍເປົ້າໝາຍການເຕີບໂຕຢູ່ລະດັບ 8%ຂຶ້ນໄປ, ແຜນນະໂຍບາຍລົງທຶນໂຄງການກໍ່ສ້າງເສັ້ນທາງລົດໄຟລາວກາຍ - ຮ່າໂນ້ຍ - ຫ໋າຍຝ່ອງ… ພ້ອມກັບບາງເນື້ອໃນຕ່າງໆ. ທ່ານ ຫງວຽນເຈື່ອງຢາງ ໃຫ້ຮູ້ຕື່ມອີກວ່າ:

ຢູ່ກອງປະຊຸມຄັ້ງນີ້, ລັດຖະບານໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດແຜນຮ່າງກ່ຽວກັບການເຕີບໂຕເສດຖະກິດບັນລຸແຕ່ 8%ຂຶ້ນໄປ. ໃນແຜນການໄດ້ວາງອອກຫຼາຍວິທີການ, ນັບແຕ່ລະບອບລະບຽບການນະໂຍບາຍ, ບັນຫາລົງທຶນສາທາລະນະ, ວິທະຍາສາດ - ເຕັກໂນໂລຢີ, ແຫຼ່ງຊັບພະຍາກອນມະນຸດ… ບັນດາເນື້ອໃນນັ້ນລ້ວນແຕ່ຮັບໃຊ້ເປົ້າໝາຍເຕີບໂຕເສດຖະກິດ. ນອກຈາກນັ້ນ, ຍົກຕົວຢ່າງສຳລັບໂຄງການພັດທະນາໂຮງງານໄຟຟ້ານິວເຄຼຍ ນິງທ້ວນ, ເພື່ອພັດທະນາເສດຖະກິດ, ການຜະລິດນັ້ນ, ໜຶ່ງໃນບັນດາໜ້າທີ່ແມ່ນພວກເຮົາຕ້ອງມີພະລັງງານທີ່ພຽງພໍ. ເພື່ອຍູ້ໄວຄວາມຄືບໜ້າໃນການກໍ່ສ້າງ ແລະ ພັດທະນາໄຟຟ້ານິວເຄຼຍ, ຕ້ອງມີກົນໄກ, ນະໂຍບາຍທີ່ສອດຄ່ອງ.

ກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ໄດ້ຮັບຄວາມຫວັງແກ້ໄຂໃຫ້ໄດ້ບັນດາບັນຫາໃນຕົວຈິງຂອງປະເທດຊາດ ແລະ ແກ້ໄຂຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ຈາກນັ້ນ, ສ້າງເງື່ອນໄຂ, ປະຖົມປັດໄຈເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ຮອດ​ ສິງ​ກະ​ໂປ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​​ຢ້ຽມ​ຢາມ ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ຮອດ​ ສິງ​ກະ​ໂປ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​​ຢ້ຽມ​ຢາມ ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜຸ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Changi, ເລີ່ມຕົ້ນບັນດາການເຄື່ອນໄຫວຢ້ຽມຢາມ ສ.ສິງກະໂປ ແຕ່ວັນທີ 11 – 13 ມີນາ ຢ່າງເປັນທາງການ.

Top