• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ້ຽນບຽນ ເພີ່ມທະວີການເຊື່ອມຕໍ່ລົງທຶນກັບແຂວງ ຢຸນໜານ (ຈີນ) ແລະ ຫຼວງພະບາງ (ລາວ)

ສານທີ່ໄດ້ຍົກອອກໃນກອງປະຊຸມແມ່ນ “ດ້ຽນບຽນ - ຢຸນໜານ - ຫຼວງພະບາງ: ການເຊື່ອມຕໍ່ທ້ອງຖິ່ນ - ສ້າງສັນຄວາມວັດທະນາຖາວອນ”.
ທ່ານ ຫງວຽນມິງວູ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VNA)

ຕອນເຊົ້າວັນທີ 19 ຕຸລາ, ຢູ່ແຂວງ ດ້ຽນບຽນ, ກອງປະຊຸມສົ່ງ​ເສີມ​ການ​ລົງ​ທຶນສາກົນ ປີ 2026 ລະຫວ່າງແຂວງ ດ້ຽນບຽນ (ຫວຽດນາມ), ແຂວງ ຢຸນໜານ (ຈີນ) ແລະ ແຂວງຫຼວງພະບາງ (ລາວ) ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ດ້ຽນບຽນ - ປະຕູ​ແລກ​ປ່ຽນ​ການຄ້າ, ເຕົ້າ​ໂຮມໂອກາດລົງທຶນ”. ກອງປະຊຸມໄດ້ດຶງດູດຜູ້ແທນຫຼາຍກວ່າ 900 ຄົນຈາກສາມປະເທດ. ສານ​ທີ່​ໄດ້​ຍົກ​ອອກໃນກອງປະຊຸມແມ່ນ “​ດ້ຽນບຽນ - ຢຸນ​ໜານ - ຫຼວງພະບາງ: ການເຊື່ອມ​ຕໍ່ທ້ອງຖິ່ນ - ສ້າງ​ສັນ​ຄວາມ​ວັດ​ທະ​ນາ​ຖາ​ວອນ”.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນ​ມິງ​ວູ, ຮອງລັດຖະມົນຕີກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ແບ່ງປັນວ່າ:

"ພວກຂ້າ​ພະ​ເຈົ້າຫວັງວ່າ ບັນ​ດາອົງການ ແລະ ທ້ອງຖິ່ນຂອງຈີນ ແລະ ລາວ ຈະສືບຕໍ່ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ; ຫວັງວ່າ​ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຈະເປັນ​ເຈົ້າ​ການສະ​ເໜີ​ແນວຄິດ, ຊອກຫາຄູ່ຮ່ວມ​ມື ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ທີ່​ແທດ​ຈິງ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ດ້ວຍພື້ນຖານມິດຕະພາບລະຫວ່າງສາມປະເທດ ແລະ ຄວາມຕັດ​ສິນໃຈຂອງສາມທ້ອງຖິ່ນ, ຂ້າພະເຈົ້າເຊື່ອ​ໝັ້ນວ່າ ພວກເຮົາຈະ​ຮ່ວມ​ມື​ກັນ​ເພື່ອ​ສ້າງໂອກາດການພັດທະນາໃໝ່ໃຫ້​ແກ່​ເຂດຊາຍແດນ".

ທີ່ກອງປະຊຸມ, ແຂວງ ດ້ຽນບຽນ ໄດ້ມອບຂໍ້ຕົກລົງອະນຸມັດການລົງທຶນ 20 ສະບັບ, ດ້ວຍເງິນທຶນທັງໝົດເກືອບ 7.500 ຕື້ດົ່ງ (ປະມານ 287 ລ້ານ USD); ແລະ ມອບບົດບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມືລົງ​ທຶນ 6 ສະບັບ, ດ້ວຍ​ຄຳ​ໝັ້ນ​ສັນ​ຍາລົງ​ທຶນທັງໝົດ ກວ່າ 12.000 ຕື້ດົ່ງ (460 ລ້ານ USD)... ສິ່ງທີ່ໜ້າສົນ​ໃຈແມ່ນ, ລາຍ​ການ​ທ່ອງ​ທ່ຽວຂ້າມຊາຍແດນ ຢຸນ​ໜານ – ດ້ຽນບຽນ – ລາວ – ໄທ ກໍ່ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງການ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top