• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດົ່ງ​ທາບ ຮັບ​ຮູ້​ໝາກ​ຜົນ​ຕັ້ງ​ໜ້າ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ຂຸດ​ຄົ້ນ IUU

ປັດຈຸບັນ, ຢູ່ແຂວງ ດົ່ງທາບ ມີທ່າເຮືອຫາປາປະເພດ 2 ສອງແຫ່ງ, ນັ້ນແມ່ນ: ທ່າເຮືອ ໝີທໍ ແລະ ທ່າເຮືອ ວ່າມຫຼາງ.
ເຮືອຈັບຫາປາຂອງແຂວງ ດົ່ງທາບ ລ້ວນແຕ່ເຄື່ອນໄຫວຖືກຕ້ອງຕາມຂໍ້ກຳນົດ IUU (ພາບ: VOV)

ນັບແຕ່ປີ 2024 ມາຮອດປັດຈຸບັນ, ທ່າເຮືອຫາປາ 2 ແຫ່ງດັ່ງກ່າວໄດ້ເຮັດລະບຽບການໃຫ້ເຮືອຫາປາເຂົ້າທຽບທ່າກວ່າ 9.180 ເທື່ອ, ດ້ວຍປະລິມານສິນໃນນ້ຳຄ່ຽນຖ່າຍບັນລຸ 78.610 ໂຕນ. ປະລິມານທັງໝົດທີ່ໄດ້ຜ່ານທ່າເຮືອດັ່ງກ່າວ ລ້ວນແຕ່ອັບເດດຂໍ້ມູນຢ່າງຄົບຖ້ວນ, ທັນການ ແລະ ຖືກຕ້ອງຕາມຂໍ້ກຳນົດຂອງຂໍ້ຮຽກຮ້ອງຈາກກົມສິນໃນນ້ຳ ແລະ ກວດກາການປະມົງ. ກ່ຳປັ່ນຫາປາ 100% ເຂົ້າທຽບທ່າລ້ວນແຕ່ໄດ້ຮັບການຈົດທະບຽນກວດກາເຕັກນິກ, ໃບອະນຸຍາດໃຫ້ເຄື່ອນໄຫວ; ຕິດຕັ້ງອຸປະກອນຕິດຕາມໄລຍະການເຄື່ອນໄຫວ ແລະ ເປີດສັນຍານຕະຫຼອດ 24 ຊົ່ວໂມງ ນັບແຕ່ເມື່ອອກນອກຝັ່ງໄປຈົນຮອດເວລາເຂົ້າທຽບທ່າ.

        ຍ້ອນມີບັນດາມາດຕະການຄຸ້ມຄອງຢ່າງມີປະສິດທິຜົນ, ຂະແໜງສິນໃນນ້ຳແຂວງ ດົ່ງທາບ ສືບຕໍ່ຮັກສາໝາກຜົນອັນຕັ້ງໜ້າໃນການປ້ອງກັນ, ຕ້ານການຂຸດຄົ້ນ IUU. ນັບແຕ່ປີ 2024 ມາຮອດປັດຈຸບັນ, ທາງແຂວງ ບໍ່ມີເຮືອຫາປາລຳໃດລະເມີດການຂຸດຄົ້ນສິນທະເລຢູ່ເຂດທະເລຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ກວາງ​ນິງ ຮັບ​ກະ​ແສ​ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັ​ກ​ໂນ​ໂລ​ຢີ

ກວາງ​ນິງ ຮັບ​ກະ​ແສ​ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັ​ກ​ໂນ​ໂລ​ຢີ

ແຂວງ ກວາງນິງ ຫາກໍ່ມອບໃບຢັ້ງຢືນການລົງທຶນໃຫ້ແກ່ 7 ໂຄງການວິທະຍາສາດເຕັກໂນໂລຢີ ດ້ວຍມູນຄ່າການລົງທຶນທັງໝົດກວ່າ 16.000 ຕື້ດົ່ງ (ປະມານກວ່າ 607 ລ້ານ USD).

Top