• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດົ່ງທາບ ປະຕິບັດວຽກງານຕ້ານການຂຸດຄົ້ນ IUU, ກຽມພ້ອມຕ້ອນຮັບຄະນະກວດກາຂອງຄະນະກຳມະການ ເອີລົບ

ທາງແຂວງໄດ້ປະຕິບັດສະເລັດການອອກໜັງສືອະນຸຍາດໃຫ້ກອງກຳປັ່ນທີ່ພວມເຄື່ອນໄຫວ 100%, ດ້ວຍກຳປັ່ນທັງໝົດ 1.326 ລຳໄດ້ຮັບໜັງສືອະນຸຍາດທີ່ຖືກຕ້ອງຕາມກົດໝາຍ
(ຄະນະກວດກາລະຫວ່າງຂະແໜງຂອງສູນກາງ ກວດກາການປະຕິບັດວຽກງານຢູ່ແຂວງ ດົ່ງທາບ)

 ໂດຍແນໃສ່ຕ້ອນຮັບຄະນະກວດກາຂອງຄະນະກຳມະການ ເອີລົບ (ອີຊີ) ຈະມາກວດກາຢູ່ ຫວຽດນາມ ກ່ຽວກັບວຽກງານຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ໃນໄລຍະທີ່ຈະມາເຖິງນີ້, ຄະນະກວດກາລະຫວ່າງຂະແໜງຂອງສູນກາງ ຫາກໍ່ໄປກວດກາການປະຕິບັດວຽກງານຢູ່ແຂວງ ດົ່ງທາບ.

        ມາຮອດປະຈຸບັນ, ແຂວງ ດົ່ງທາບ ໄດ້ມີຄວາມເດັດດ່ຽວໃນວຽກງານປ້ອງກັນ, ຕ້ານການຂຸດຄົ້ນທີ່ລະເມີດ IUU. ທາງແຂວງໄດ້ປະຕິບັດສຳເລັດການອອກໜັງສືອະນຸຍາດໃຫ້ກອງກຳປັ່ນທີ່ພວມເຄື່ອນໄຫວ 100%, ດ້ວຍກຳປັ່ນທັງໝົດ 1.326 ລຳໄດ້ຮັບໜັງສືອະນຸຍາດທີ່ຖືກຕ້ອງຕາມກົດໝາຍ; ກຳປັ່ນ 100% ໄດ້ຕິດຕັ້ງເຄື່ອງຕິດຕາມການເດີນທາງ.

        ສະຫຼຸບການກວດກາ, ທ່ານ ຫງວຽນກວາງຮຸ່ງ, ຮອງຫົວໜ້າກົມສິນໃນນ້ຳ ແລະ ກວດກາການປະມົງ, ຕີລາຄາສູງວິທີເຮັດທີ່ເດັດດ່ຽວ, ມີແບບມີແຜນຂອງແຂວງ ດົ່ງທາບ ໃນວຽກງານປ້ອງກັນ, ຕ້ານການຂຸດຄົ້ນ IUU. ຄະນະປະຕິບັດງານກໍ່ຊີ້ອອກບັນດາສິ່ງທີ່ຍັງຄົງຄ້າງເພື່ອໃຫ້ທ້ອງຖິ່ນແກ້ໄຂ, ປະຕິບັດສຳເລັດໂດຍໄວ ກ່ອນທີ່ຄະນະກວດກາ ອີຊີ ຈະມາ ຫວຽດນາມ.

​(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ຕາມບົດລາຍງານແລ້ວ, ໃນຈຳນວນບັນດາປະເທດຖືກຜົນສະທ້ອນລວມມີ ໂຊມາລີ, ລັດເຊຍ, ອີຣານ, ອາບການິດສະຖານ, ບຣາຊິນ, ນີເຊລີ ແລະ ໄທ.

Top