• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ປະ​ສິດ​ທິ​ຜົນ, ປະ​ສິດ​ທິ​ພາບ​ໃນ​ການ​ປະ​ຕິ​ບັດ​ ສິດຊັບ​ສິນ​ທາງ​ປັນ​ຍາ

ໃນ​ 1 ເດືອນ​ແຫ່ງ​ການ​ປະ​ຕິ​ບັດ​ໂທ​ລະ​ເລກ​ທີ 38 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຈົນ​ຮອດ​ວັນ​ທີ 30 ພຶດ​ສະ​ພາ, ທົ່ວ​ປະ​ເທດ​ໄດ້​ຄົ້ນ​ພົບ ກວ່າ 2000​ ກໍລະ​ນີ, ແກ້​ໄຂ​ກວ່າ 1.6000 ​ກໍ​ລະ​ນີ​ກ່ຽວ​ກັບ​ການ​ລະ​ເມີດ ​ສິດ​ຊັບ​ສິນ​ທາງ​ປັນ​ຍາ.
  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ກວັກຢຸງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VGP)  

ຕອນ​ເຊົ້າ​ວັນ​ທີ 2 ມິ​ຖຸ​ນາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໂຮ່ກວັກ​ຢຸງ ເປັນ​ປະ​ທານກອງ​ປະ​ຊຸມ​ສະຫຼຸບ​ເບື້ອງ​ຕົ້ນ​ສະ​ພາບ​ການ​ປະ​ຕິ​ບັດ​ໂທ​ລະ​ເລກ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ສຸມ​ໃສ່​ຊີ້​ນຳ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຕໍ່​ສູ້, ສະ​ກັດ​ກັ້ນ, ແກ້​ໄຂການ​ກະ​ທຳ​ລະ​ເມີດ​ສິດຊັບ​ສິນ​ທາງປັນ​ຍາ​ຈົນ​ຮອດ​ວັນ​ທີ 30 ພຶດ​ສະ​ພາ. ກອງ​ປະ​ຊຸມ​ໄດ້​ເຊື່ອມ​ຕໍ່​ແບບ​ທາງ​ໄກ ກັບ 34 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ.

ໃນ​ 1 ເດືອນ​ແຫ່ງ​ການ​ປະ​ຕິ​ບັດ​ໂທ​ລະ​ເລກ​ທີ 38 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຈົນ​ຮອດ​ວັນ​ທີ 30 ພຶດ​ສະ​ພາ, ທົ່ວ​ປະ​ເທດ​ໄດ້​ຄົ້ນ​ພົບ ກວ່າ 2000​ ກໍລະ​ນີ, ແກ້​ໄຂ​ກວ່າ 1.6000 ​ກໍ​ລະ​ນີ​ກ່ຽວ​ກັບ​ການ​ລະ​ເມີດ ​ສິດ​ຊັບ​ສິນ​ທາງ​ປັນ​ຍາ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ໄດ້​ເນັ້ນ​ໜັກ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຕ້ອງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ຊັບ​ສິນ​ທາງ​ປັນ​ຍາ ຂອງຫຼາຍ​ວິ​ສາ​ຫະ​ກິດ, ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ:

ຂ້າ​ພະ​ເຈົ້າ​ສະ​ເໜີ​ ຫົວ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ອົງ​ການ​ທຽບ​ເທົ່າ​ກະ​ຊວງ, ພິ​ເສດ​ແມ່ນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ ບັນ​ດາ​ມາດ​ຕະ​ການ ​ຢ່າງ​ຂ້ຽວ​ຂາດເພື່ອ​ແນ​ໃສ່​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ປະ​ຕິ​ບັດສິດ​ຊັບ​ສິນ​ທາງ​ປັນ​ຍາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ສິດ​ທິ​ພາບ. ພິ​ເສດ, ຕໍ່​ສູ້, ສະ​ກັດ​ກັ້ນ​ບັນ​ດາ​ການ​ກະ​ທຳ​ລະ​ເມີດ​ສິດ​​ຊັບ​ສິນ​ທາງ​ປັນ​ຍາ​ຢ່າງ​ຂ້ຽວ​ຂາດກວ່າ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຊຸກ​ຍູ້​ ທົ່ວ​ໂລກ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງອິນ​ເຕີ​ເນັດ

ຫວຽດ​ນາມ ຊຸກ​ຍູ້​ ທົ່ວ​ໂລກ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງອິນ​ເຕີ​ເນັດ

ຫວຽດ​ນາມ ຢັ້ງ​ຢືນ​ວ່າ​ການ​​ລົງ​ນາມ​ສົນ​ທິ​ສັນ​ຍາ​ຢູ່ ຮ່າ​ໂນ້ຍ​ໃນ​ເດືອນ​ຕຸ​ລາ 2025 ແມ່ນ​ຂີດ​ໝາຍ​ສຳ​ຄັນ​​ຕໍ່​ການ​ຮ່ວ​ມ​ມື​ສາ​ກົນ ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ.

Top