• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊ່ວຍ​ເຫຼືອ​ລົບ​ລ້າງ​ເຮືອນ​ຢູ່​ຊົ່ວ​ຄ​າວ, ເຮືອ​ນ​ຮົ່ວ​ເພ ກວ່າ 100.000 ຫຼັງ

ໄລ່ຮອດວັນທີ 07 ກຸມພາ, ທົ່ວປະເທດໄດ້ໃຫ້ການໜູນຊ່ວຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ 100.637 ຫຼັງ.
ການປະຕິບັດການລົບລ້າງເຮືອນຢູ່ຊົ່ວຄາວຢູ່ແຂວງ ບັກຢາງ (ພາບ: baotintuc.vn)

ຕາມກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 07 ກຸມພາ, ໄດ້ມີ 58/63 ທ້ອງຖິ່ນ ສ້າງຕັ້ງຄະນະຊີ້ນຳຂັ້ນແຂວງ ກ່ຽວກັບການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ. 5 ທ້ອງຖິ່ນທີ່ຍັງເຫຼືອ, ລວມມີ: ຮ່າໂນ້ຍ, ຫາຍຟ່ອງ, ກວ໋າງນິງ, ຫວິງຟຸກ, ບ່າເຣ້ຍ - ຫວູງເຕົາ ແມ່ນບໍ່ສ້າງຕັ້ງຄະນະຊີ້ນຳ ຍ້ອນປະຕິບັດສຳເລັດເປົ້າໝາຍດັ່ງກ່າວແລ້ວ. ໄລ່ຮອດວັນທີ 07 ກຸມພາ, ທົ່ວປະເທດໄດ້ໃຫ້ການໜູນຊ່ວຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ 100.637 ຫຼັງ. ໄລ່ຮອດເດືອນ ມັງກອນ ປີ 2025, ທ່ານນາຍົກລັດຖະມົນຕີ, ບັນດາກະຊວງ, ຂະແໜງການຂັ້ນສູນກາງ ໄດ້ປະກາດໃຊ້ເອກະສານ 16 ສະບັບເພື່ອຊີ້ນຳ, ແນະນຳການຈັດຕັ້ງຜັນຂະຫຍາຍເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນຂອບເຂດທົ່ວປະເທດ.

ມີຫຼາຍທ້ອງຖິ່ນໄດ້ວາງເປົ້າໝາຍປະຕິບັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃຫ້ສຳເລັດກ່ອນວັນທີ 31 ທັນວາ 2025 ເຊິ່ງເປັນກຳນົດເວລາທີ່ໄດ້ວາງອອກ.  ໃນນັ້ນ, ມີ 7 ທ້ອງຖິ່ນຢັ້ງຢືນປະຕິບັດສຳເລັດໃນໄຕມາດທີ II/2025, 12 ທ້ອງຖິ່ນຢັ້ງຢືນປະຕິບັດສຳເລັດໃນໄຕມາດທີ III/2025. ໃນວິວັດການຜັນຂະຫຍາຍ, ມີຫຼາຍທ້ອງຖິ່ນໄດ້ມີວິທີເຮັດທີ່ມີຫົວຄິດປະດິດສ້າງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ຮອດ​ ສິງ​ກະ​ໂປ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​​ຢ້ຽມ​ຢາມ ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ຮອດ​ ສິງ​ກະ​ໂປ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​​ຢ້ຽມ​ຢາມ ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜຸ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Changi, ເລີ່ມຕົ້ນບັນດາການເຄື່ອນໄຫວຢ້ຽມຢາມ ສ.ສິງກະໂປ ແຕ່ວັນທີ 11 – 13 ມີນາ ຢ່າງເປັນທາງການ.

Top