ບັນດາວາລະປຶກສາຫາລືສຸມໃສ່ຫຼາຍຫົວຂໍ້ສຳຄັນຄື: ການຮ່ວມມືໃນຂະແໜງເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, Bigdata, Clouthing Computer, ຄວາມປອດໄພທາງໄຊເບີ.
ທ່ານ ຫງວຽນກວັກຢຸງ ເອກອັກະຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ກ່າວຄຳເຫັນທີ່ເວທີປາໄສ (ພາບ: VOV)
ວັນທີ 11 ມີນາ, ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ (ອາເມລິກາ), ໄດ້ດຳເນີນເວທີປາໄສການນຳຂັ້ນສູງດ້ວຍຫົວຂໍ້ “ເພີ່ມທະວີການພົວພັນ ອາເມລິກາ - ຫວຽດນາມ ຮັບຮອງເອົາການຮ່ວມມື ແລະ ຄູ່ຮ່ວມມືເຕັກໂນໂລຢີ”. ເຫດການໂດຍສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ປະສານສົມທົບກັບສະຖາບັນຄົ້ນຄ້ວາອາຊີຕາເວັນອອກ ຂຶ້ນກັບມະຫາວິທະຍາໄລ ໂກລົມເບຍ ແລະ ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ຈັດຂັ້ນ. ບັນດາວາລະປຶກສາຫາລືສຸມໃສ່ຫຼາຍຫົວຂໍ້ສຳຄັນຄື: ການຮ່ວມມືໃນຂະແໜງເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, Bigdata, Clouthing Computer, ຄວາມປອດໄພທາງໄຊເບີ. ໄປຄຽງຄູ່ກັນນັ້ນ, ບັນດາຜູ້ແທນກໍ່ໄດ້ແລກປ່ຽນກ່ຽວກັບພື້ນຖານໂຄງລ່າງເຕັກໂນໂລຢີຍຸດທະສາດ ແລະ ບັນດາແຫຼ່ງກຳລັງດ້ານການເງິນເພື່ອແນໃສ່ໜູນຊ່ວຍບັນດາໂຄງການຮ່ວມມືເຕັກໂນໂລຢີລະຫວ່າງສອງປະເທດ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກຸ່ມບໍລິສັດຄື: Intel, Qualcomm ພ້ອມກັບບັນດາອົງການການເງິນພັດທະນາຂອງ ອາເມລິກາ.
ຕາມທ່ານ ຫງວຽນກວັກຢຸງ ເອກອັກະຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາແລ້ວ, ຫວຽດນາມ ໄດ້ກຳນົດ 11 ຂົງເຂດເຕັກໂນໂລຢີຍຸດທະສາດເພື່ອແນໃສ່ຊຸກຍູ້ການເຕີບໂຕ ແລະ ຍົກສູງຖານະບົດບາດໃນລະບົບມູນຄ່າທົ່ວໂລກ, ດັ່ງນັ້ນ ການຮ່ວມມືກັບ ອາເມລິກາ ມີຄວາມໝາຍສຳຄັນເມື່ອປະເທດນີ້ແມ່ນສູນເຕັກໂນໂລຢີ ແລະ ນະວັດຕະກຳແຖວໜ້າໂລກ, ໃນຂະນະທີ່ ຫວຽດນາມ ມີພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ, ກຳລັງແຮງງານໜຸ່ມ ແລະ ລະບົບນິເວດນະວັດຕະກຳພວມພັດທະນາໂດຍໄວ.
(ແຫຼ່ງຄັດຈາກ VOV)