• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ເບ​ລາ​ຣຸດ

ຕອນເຊົ້າວັນທີ 20 ຕຸລາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນເອກ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເປັນປະທານພິທີຕ້ອນຮັບ, ພົບປະເຈລະຈາກັບທ່ານຮອງລັດຖະມົນຕີຜູ້ທີ 1 ກະຊວງປ້ອງກັນປະເທດ ສ. ເບລາຣຸດ, ທີ່ພວມຢ້ຽມຢາມ ຫວຽດນາມ.
ທ່ານພົນເອກ ຫງວຽນເຕິນເກືອງ ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ມອບຊໍ່ດອກໄມ້ຕ້ອນຮັບທ່ານ ພົນຈັດຕະວາ Muraveiko Pavel Nikolaevich ຮອງລັດຖະມົນຕີຜູ້ທີ 1 ກະຊວງປ້ອງກັນປະເທດ ສ. ເບລາຣຸດ

ໃນການພົບປະເຈລະຈາ, ທ່ານພົນເອກ ຫງວຽນເຕິນເກືອງ ຢັ້ງຢືນວ່າ ຫວຽດນາມ ປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ; ຢຶດໝັ້ນນະໂຍບາຍປ້ອງກັນປະເທດ “4 ບໍ່” ເພື່ອຜົນປະໂຫຍດລວມ, ພັດທະນາແບບຍືນຍົງ ແລະ ວັດທະນາຖາວອນໃນພາກພື້ນ ແລະ ໃນໂລກ. ທ່ານພົນເອກ ຫງວຽນເຕິນເກືອງ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ກຳນົດໃນເອກະສານທີ່ໄດ້ລົງນາມແລ້ວຢ່າງມີປະສິດທິຜົນ; ພ້ອມກັນຄົ້ນຄວ້າບັນດາຂົງເຂດຮ່ວມມືອື່ນທີ່ມີກຳລັງບົ່ມຊ້ອນຄື ວິທະຍາສາດການທະຫານ, ເສນາຮັກ.

ບັນຍາກາດການພົບປະເຈລະຈາ

ສ່ວນທ່ານພົນຈັດຕະວາ Muraveiko Pavel Nikolaevich ເຫັນດີຕໍ່ທັດສະນະຂອງ ຫວຽດນາມ ກ່ຽວກັບສະພາບການໂລກ, ພາກພື້ນ, ຢັ້ງຢືນ ສ. ເບລາຣຸດ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດທີ່ມີນະໂຍບາຍມິດຕະພາບ, ພ້ອມກັນພັດທະນາເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ. ທ່ານພົນຈັດຕະວາ Pavel Muraveiko ໄດ້ສະແດງຄວາມຂອບໃຈມາຍັງກະຊວງປ້ອງກັນປະເທດ ຫວຽດນາມ ທີ່ໄດ້ຮັບທະຫານ ເບລາຣຸດ ມາຮຽນພາສາ ຫວຽດນາມ, ຜ່ານນັ້ນ ເພີ່ມທະວີຄວາມເຂົ້າໃຈກ່ຽວກັບວັດທະນະທຳ, ປະເທດຊາດ, ຊາວ ຫວຽດນາມ, ປະກອບສ່ວນຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ.  

ກໍໃນວັນດຽວກັນ, ທ່ານພົນຈັດຕະວາ Muraveiko Pavel Nikolaevich ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ./.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top