ວັນທີ 17 ກຸມພາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ຮ່າໂນ້ຍ, ທ່ານນາງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໄດ້ມີການໂອ້ລົມສົນທະນາກັບທ່ານຮອງລັດຖະມົນຕີການຕ່າງປະເທດ ສ. ກຽກກີສະຖານ Abakirov Meder.
ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ ໂອ້ລົມສົນທະນາກັບທ່ານຮອງລັດຖະມົນຕີການຕ່າງປະເທດ ສ. ກຽກກີສະຖານ Abakirov Meder (ພາບ:ttdn.vn)
ໃນການໂອ້ລົມທາງໂທລະສັບ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພນັມິດຕະພາບກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນ ມີ ກຽກກີກິດສະຖານ; ສະເໜີໃຫ້ສອງກະຊວງການຕ່າງປະເທດຂອງ 2 ປະເທດ ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ, ກະກຽມຢ່າງລອບຄອບຖີ່ຖ້ວນ, ຮັບປະກັນດ້ານເນື້ອໃນຮັບໃຊ້ການຢ້ຽມຢາມຄັ້ງຕ່າງໆ; ເພີ່ມທະວີການພົວພັນຮ່ວມມືໃນບັນດາຂົງເຂດເຊິ່ງສອງຝ່າຍມີທ່າແຮງ ແລະ ກຳລັງບົ່ມຊ້ອນ.
ຮອງລັດຖະມົນຕີສອງທ່ານເຫັນດີຊຸກຍູ້ການຜັນຂະຫຍາຍສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີຣົບ (EAEU) ເຊິ່ງ ກຽກກີສະຖານ ເປັນສະມາຊິກໃຫ້ມີປະສິດທິຜົນ; ສົມທົບກັນ ແລະ ໜູນຊ່ວຍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດສອງປະເທດສ້າງສາຍພົວພັນໂດຍກົງ, ແລກປ່ຽນ, ເປັນເອກະພາບກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ, ລວມທັງການເຈລະຈາ, ລົງນາມໃນບັນດາເອກະສານ, ຂໍ້ຕົກລົງຮ່ວມມືສ້າງກອບນິຕິກຳທີ່ອຳນວຍຄວາມສະດວກເພື່ອພັດທະນາການພົວພັນຮ່ວມມື ຕ່າງຝ່າຍຕ່າງມີຜົນປະໂຫຍດໃນແຕ່ລະຂົງເຂດລະອຽດ.
(ແຫຼ່ງຄັດຈາກ VOV)