• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ໃຫ້ພັດທະນາຢ່າງເຂັ້ມແຂງ, ແທ້ຈິງ, ມີປະສິດທິຜົນ

ການຢ້ຽມຢາມຄັ້ງນີ້ແມ່ນບາດກ້າວຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ
  ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບປະກອບ: TTXVN)  

ໂດຍຕອບຮັບຄຳເຊີນຂອງ ທ່ານ Mikhail Mishustin, ນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ແຕ່ວັນທີ 22 – 25 ມີນາ. ຕາມທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລ້ວ, ການຢ້ຽມຢາມຄັ້ງນີ້ແມ່ນບາດກ້າວຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍຂອງ ຫວຽດນາມ ຢ່າງແທ້ຈິງ.

“ການຢ້ຽມຢາມຄັ້ງນີ້ມີຄວາມໝາຍຢ່າງຮອບດ້ານ ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ ໃຫ້ສືບຕໍ່ພັດທະນາຢ່າງເຂັ້ມແຂງ, ແທ້ຈິງ, ມີປະສິດທິຜົນ ແລະ ຍືນຍົໃນໄລຍະຈະມາເຖິງ. 2 ຝ່າຍຈະແລກປ່ຽນບັນດາການກຳນົດທິດໃຫຍ່ໃນໄລຍະຈະມາເຖິງ, ໃນນັ້ນມີການເປີດ ແລະ ເລີ່ມເຄື່ອນໄຫວບັນດາໂຄງການຮ່ວມມືລະອຽດ ຮັບໃຊ້ເປົ້າໝາຍການພັດທະນາໃນປະຈຸບັນຂອງ ຫວຽດນາມ, ຄື: ພະລັງງານໃໝ່, ພື້ນຖານໂຄງລ່າງ ແລະ ເຊື່ອມຕໍ່ທາງຄົມມະນາຄົມ, ເຕັກໂນໂລຊີສູງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ…”

(ແຫຼ່ງຄັດຈາກ VOV)

ອາເມລິກາ ຜ່ອນຜັນຄຳສັ່ງລົງໂທດຕໍ່ກັບນ້ຳມັນເຊື້ອເພີງ ອິຣານ ຢູ່ທະເລໂດຍຊົ່ວຄາວ

ອາເມລິກາ ຜ່ອນຜັນຄຳສັ່ງລົງໂທດຕໍ່ກັບນ້ຳມັນເຊື້ອເພີງ ອິຣານ ຢູ່ທະເລໂດຍຊົ່ວຄາວ

ເຕເຮຣານ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ກຳປັ່ນ ຍີ່ປຸ່ນ ໄປຜ່ານຊ່ອງແຄບທະເລ Hormuz.

Top