• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການທູດເສດຖະກິດ, ເພີ່ມທະວີການເຊື່ອມຕໍ່ດ້ານການຄ້າ - ການລົງທຶນລະຫວ່າງ ຫວຽດນາມ - ອີຕາລີ

ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ ອີຕາລີ ແບ່ງປັນບົດຮຽນໃນການພັດທະນາບັນດາຂະແໜງອຸດສາຫະກຳປະດິດຜະລິດ, ອຸດສາຫະກຳສະໜັບສະໜູນ ແລະ ການຜະລິດອັດສະລິຍະ
  ທ່ານ ຫງວຽນຈິຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Adolfo Urso, ລັດຖະມົນຕີກະຊວງວິສາຫະກິດ ແລະ ການຜະລິດ ອີຕາລີ (ພາບ: VGP)  

ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ອີຕາລີ, ຕອນບ່າຍວັນທີ 19 ມີນາ (ຕາມເວລາທ້ອງຖິ່ນ), ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Adolfo Urso, ລັດຖະມົນຕີກະຊວງວິສາຫະກິດ ແລະ ການຜະລິດ ອີຕາລີ, ທ່ານ ຫງວຽນຈິຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ຕ້ອງຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າລະຫວ່າງ 2 ປະເທດ. ໃນຂົງເຂດການລົງທຶນ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ ອີຕາລີ ແບ່ງປັນບົດຮຽນໃນການພັດທະນາບັນດາຂະແໜງອຸດສາຫະກຳປະດິດຜະລິດ, ອຸດສາຫະກຳສະໜັບສະໜູນ ແລະ ການຜະລິດອັດສະລິຍະ; ຜັນຂະຫຍາຍບັນດາໂຄງການໜູນຊ່ວຍການພັດທະນາຂອງນັກສະໜອງ, ນຳວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບມູນຄ່າຂອງບັນດາວິສາຫະກິດ ອີຕາລີ ຢ່າງເລິກເຊິ່ງກວ່າ.

ສ່ວນທ່ານລັດຖະມົນຕີ Adolfo Urso, ປາດຖະໜາໃຫ້ວິສາຫະກິດ ຫວຽດນາມ ລົງທຶນເຂົ້າ ອີຕາລີ ໃຫ້ຫຼາຍກວ່າອີກ; ທ່ານເນັ້ນໜັກວ່າ ບັນດາວິສາຫະກິດ ອີຕາລີ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ອາເມລິກາ ຜ່ອນຜັນຄຳສັ່ງລົງໂທດຕໍ່ກັບນ້ຳມັນເຊື້ອເພີງ ອິຣານ ຢູ່ທະເລໂດຍຊົ່ວຄາວ

ອາເມລິກາ ຜ່ອນຜັນຄຳສັ່ງລົງໂທດຕໍ່ກັບນ້ຳມັນເຊື້ອເພີງ ອິຣານ ຢູ່ທະເລໂດຍຊົ່ວຄາວ

ເຕເຮຣານ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ກຳປັ່ນ ຍີ່ປຸ່ນ ໄປຜ່ານຊ່ອງແຄບທະເລ Hormuz.

Top