• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຊີ້້ນໝູ ພັນໄມ້ປີ້ງ ໝູ່ບ້ານ ເດື່ອງເລີມ

ໝູ່ບ້ານບູຮານ ເດື່ອງເລີມ (ເທດສະບານ ເຊີນໄຕ, ຮ່າໂນ້ຍ) ຍັງ ຄົງຮັກສາໄວ້ ລາຍການອາຫານ ຊີ້້ນໝູພັນໄມ້ປີ້ງ ຊຶ່ງຕິດພັນ ກັບ ເລື່ອງລາວ ປະຫວັດສາດ ສະໄໝ ເຈົ້າຊີວິດ ໂງກວ່ຽນ (939 – 944) ທ່ີຂັບໄລ່ທະຫານ ນາມຫ໋ານ ສ້າງຄວາມ ເອກະລາດ ໃຫ້ ແກ່ປະເທດຊາດ. 
ປັດຈຸບັນ ໝູ່ບ້ານບູຮານ ເດື່ອງເລີມ ຍັງຄົງຮັກສາໄວ້ໄດ້ ລາຍ ການ ອາຫານ ຂອງ ພື້ນບ້ານທີ່ແຊບ ເຊັ່ນ: ໄກ່ “ເມ໋ຍ: ແນວໄກ່ ພື້ນເມືອງ ຫວຽດນາມ”, “ແບ໋ັງ ແຕ໊” (ເຮັດຈາກແປ້ງເຂົ້າຈ້າວ, ຫໍ່ ດ້ວຍໃບຕອງ ແລະ ລວກສຸກ), ເຂົ້າໜົມ “ໂຢ່ຍ” (ເຮັດຈາກແປ້ງ ເຂົ້າ, ນໍ້າຕານ, ມີໃຈໝາກງາ ຫຼື ຖົ່ວດິນ) ແລະ ພິເສດແມ່ນ ລາຍ ການອາຫານ ຊີ້້ນໝູພັນໄມ້ປີ້ງ. ຕາມເລື່ອງເລົ່າ ສືບທອດ ກັນມາ ວ່າ ຫຼັງຈາກໄດ້ຮັບ ໄຊຊະນະທະຫານ ນາມຫ໋ານ ຢູ່ເທິງແມ່ນຳ້ ແບັກດັ່ງ, ເຈົ້າຊີວິດ ໂງກວ່ຽນ ໄດ້ເຮັດລາຍການ ອາຫານ ຊີ້້ນໝູ ພັນໄມ້ປີ້ງ ເພື່ອ ລ້ຽງໄພ່ພົນ. ມາຮອດປັດຈຸບັນ, ລາຍການອາ ຫານດັ່ງກ່າວ ຍັງຄົງ ເປັນລາຍການອາຫານ ເທິງ ພາເຂົ້າ ຂອງ ຊາວທ້ອງຖິ່ນ ໃນໂອກາດ ລ້ຽງໝູ່ເພື່ອນ, ຕ້ອນຮັບແຂກທາງໄກ ໄທຕ່າງແດນ ທີ່ມາ ຢ້ຽມຢາມໝູ່ບ້ານບູຮານ ເດື່ອງເລີມ. 


ຊີ້ນໝູນສາມຊັ້ນ ໄດ້ຮັບການເລືອກເຟັ້ນຢ່າງລະອຽດ ເພື່ອການປຸງແຕ່ງລາຍການອາຫານ ຊີ້້ນໝູ ພັນໄມ້ປີ້ງ. 


ເຄື່ອງເທດໃຊ້ໃນການເອືອບລາຍການອາຫານນີ້ປະກອບດ້ວຍ ຫົວຜັກບົ່ວ, ຫົວຜັກທຽມ...


ຊີ້ນໄດ້ປິ້ງດ້ວຍຖ່ານໄມ້ ກັບໄຟຄ່ອຍໆ ໃນເວລາແຕ 3-5 ຊົ່ວໂມງຈຶ່ງສຸກ. ​


ລາຍການອາຫານ ຊີ້້ນໝູ ພັນໄມ້ປີ້ງ ທີ່ມີຊື່ສຽງ ຂອງ ໝູ່ບ້ານ ເດື່ອງເລີມ. 

ພວກຂ້າພະເຈົ້າໄປຍັງ ຄອບຄົວ ທ່ານ ເລືອງ ແລະ ທ່ານນາງ ເຮືອງ, ເປັນຄອບຄົວ ປຸງແຕ່ງສະເພາະ ລາຍການອາຫານ ຊີ້້ນ ໝູພັນໄມ້ປີ້ງ ຢູ່ໝູ່ບ້ານບູຮານ ເດື່ອງເລີມ. ທ່ານນາງ ເຮືອງ ໃຫ້ ຮູ້ວ່າ ຢາກໄດ້ລາຍການອາຫານ ທີ່ແຊບ ຕ້ອງເລືອກ ຊີ້ນໝູ ສາມ ຊັ້ນສົດ. ເຄື່ອງເທດ ໃຊ້ໃນການ ເອືອບຊີ້ນລວມມີ: ນຳ້ປາ, ແປ້ງ ນົວ, ພິກໄທ, ຜັກບົ່ວແຫ້ງ ພ້ອມກັບໃບສີດາບົດ. ຫຼັງຈາກ ເອືອບ ແລ້ວ ຊີ້ນຈະໄດ້ ກ້ຽວໃສ່ແທງໄມ້ໄຜ່ (ຄ້າຍໆ ຄືໄມ້ຫາບ) ມີໃບ ກ້ວຍຮອງ ຢູ່ທາງນອກ. ຊີ້ນປິ້ງດ້ວຍຖ່ານ ໃຊ້ເວລາ ປະມານ 10 ນາທີ ແລ້ວຕ້ອງໃຊ້ເຄື່ອງແຫຼມ ແທງເຂົ້າໜັງ ເພື່ອໃຫ້ນຳ້ມັນ ໄຫຼ ອອກ.  ຈາກນັ້ນ ນຳຊີ້ນໄປລ້າງ ດ້ວຍນໍ້າເກືອ ແລະ ນໍ້າໝາກ ນາວ ເພື່ອໃຫ້ ໜັງສະອາດ ແລະ ມີຄວາມກອບ. ຫຼັງຈາກນັ້ນ ປີ້ງຊີ້ນ ດ້ວຍຖ່ານອີກ ປະມານ 3-5 ຊົ່ວໂມງຊີ້ນກໍ່ຈະສຸກ.

ມາຍັງ ໝູ່ບ້ານບູຮານ ເດື່ອງເລີມ, ນັກທ່ອງທ່ຽວ ບໍ່ພຽງໄດ້ ຮັບ ການຕ້ອນຮັບ ຈາກ ຊາວທ້ອງຖິ່ນ ທີ່ເຕັມໄປດ້ວຍ ຄວາມຮັກ ແຂກແພງຄົນເທົ່ານັ້ນ, ແຕ່ຍັງໄດ້ຊີມ ລາຍການອາຫານ ຊີ້້ນໝູ ພັນໄມ້ປີ້ງ ແລະ ຮັບຟັງເລື່ອງລາວ ປະຫວັດສາດ ທີ່ສະຫງ່າ ອົງ ອາດ ຂອງ ຊາວ ຫວຽດນາມ ເມື່ອພັນປີ ກ່ອນໜ້ານີ້ອີກດ້ວຍ.


ທີ່ຢູ່ຮ້ານອາຫານ:
ຮ້ານອາຫານ ຊີ້້ນໝູ ປິ່ນ ຄອບຄົວທ່ານ ເລືອງ ແລະ ທ່ານນາງ ເຮືອງ (ຕັ້ງຢູ່ໝູ່ບ້ານບູຮານ ເດື່ອງເລີມ). ໂທລະສັບ: 0379064874
ຮ້ານອາຫານ ຊີ້້ນໝູ ປິ່ນ (ຕັ້ງຢູ່ເຮືອນເລກທີ 100 ຖະໜົນ ເຕ້ວ ຕີ໊ງ, ຮ່າໂນ້ຍ). ໂທລະສັບ: 0978399983
 
ບົດ ແລະ ພາບ: ເຈິ່ນແທງຢາງ

ເຄົາຍຸກ ກາວບັ່ງ

ເຄົາຍຸກ ກາວບັ່ງ

ເປັນອາຫານພື້ນເມືອງ ທີ່ມີມາແຕ່ດົນນານ ຂອງ ຊາວເຜົ່າ ໄຕ່ ຢູ່ແຂວງ ກາວບັ່ງ, ເຄົາຍຸກ (ອ່ອມຊີ້ນໝູ) ບໍ່ພຽງແຕ່ດຶງດູດໃຈ ນັກຊີມ ດ້ວຍລົດຊາດ ທ່ີແຊບຊ້ອຍເທົ່ານັ້ນ, ແຕ່ຍັງ ມີຄຸນຄ່າ ວັດທະ ນະທຳ ອັນເລິກເຊິ່ງ ທີ່ເຊື່ອງໄວ້ ຢູ່ໃນຊີ້ນໝູ ແຕ່ລະຕ່ອນ.

Top