• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຊີ້ນງົວນ້ອຍ ພັນກັບ ເຂົ້າຂຽບ

ມີນັກຊີມຫຼາຍຄົນໄດ້ໃຫ້ຂໍ້ສັງເກດວ່າ ໃນບັນດາ ລາຍການອາຫານ ທີ່ໄດ້ປຸງແຕ່ງຈາກຊີ້ນງົວ, ລາຍການອາຫານ ຊີ້ນງົວນ້ອຍ ພັນກັບ ເຂົ້າຂຽບ ແມ່ນແຊບທີສຸດ. 

ລາຍການອາຫານ ຊີ້ນງົວນ້ອຍ ພັນກັບ ເຂົ້າຂຽບ ໄດ້ຮັບການປຸງ ແຕ່ງຈາກ ຊີ້ນງົວນ້ອຍ ສົດໆ ສາມຊັ້ນ, ຊອຍຊີ້ນງົວ ຕາມເສັ້ນ ຂອງ ມັນ ແລ້ວພັນດ້ວຍເສັ້ນດ້າຍ, ນໍາໄປລວກສຸກ ໃນເວລາ ປະ ມານ 30 ນາທີ ເພື່ອໃຫ້ຊີ້ນນຸ້ມ, ແຕ່ບໍ່ຍາບ. ຫຼັງຈາກນັ້ນ ຊອຍຊີ້ນ ທ່ີສຸກ ແລ້ວເປັນປ່ຽງບາງໆ ແລ້ວວາງໃສ່ ໃບຕອງກ້ວຍສົດ. ຜັກ ຊະນິດຕ່າງໆ ທີ່ຈະໃຊ້ພັນກັບ ຊິ້ນງົວນ້ອຍ ຄື: ໝາກນັດ, ໝາກ ແຕງ, ກາຣົດ ຊອຍເປັນເສັ້ນໆ, ຜັກສະຫຼັດ ແລະ ຜັກຫອມ ທຸກຊະ ນິດ. ຜູ້ຮັບປະທານ ຈະເອົາເຝີ ແຜ່ນໜຶ່ງ ວາງໃສ່ແຜ່ນເຂົ້າຂຽບ ແລະ ເອົາຊີ້ນ ງົວສອງ ປ່ຽງຈັດວາງໃສ່ເທິງ, ຕໍ່ຈາກນັ້ນແມ່ນ ໝາກ ນັດ, ໝາກແຕງ, ກາຣົດ ແລະ ຜັກຫອມທຸກຊະນິດ ກໍໄດ້ຈັດ ວາງ ຕາມລຳດັບ ແລ້ວ ພັນເຂົ້າເປັນຮູບທໍ່. 


ວັດຖຸປະກອບເພື່ອການປຸງແຕ່ງ ລາຍການອາຫານ ຊີ້ນງົວນ້ອຍ ພັນກັບເຂົ້າຂຽບ. 



ສ່ວນໃຈຂອງລາຍການອາຫານ ຊີ້ນງົວນ້ອຍ ພັນກັບເຂົ້າຂຽບ ລວມມີຊີ້ນງົວນ້ອຍ ແລະ ຜັກຫອມທຸກຊະນິດ. 


ໃນບັນດາ ລາຍການອາຫານ ທີ່ໄດ້ປຸງແຕ່ງຈາກຊີ້ນງົວ, ລາຍການ ອາຫານ ຊີ້ນງົວນ້ອຍ ພັນກັບ ເຂົ້າຂຽບໄດ້ຖືວ່າ ແມ່ນແຊບທີສຸດ.

ລາຍການອາຫານ ຊີ້ນງົວນ້ອຍ ພັນກັບເຂົ້າຂຽບ ນິຍົມ ຮັບປະ ທານ ຫຼາຍໃນລະດູແລ້ງ  ຍ້ອນນຳມາຊຶ່ງ ຄວາມຮູ້ສຶກ ເຢັນສະບາຍ ໃຫ້ ແກ່ຜູ້ຮັບປະທານ. ນອກຈາກການຈັດວາງ ລາຍການອາຫານ ທີ່ ສວຍງາມ ຢ່າງຈັບຕາຈັບໃຈແລ້ວ, ມີຮ້ານອາຫານຫຼາຍແຫ່ງ ມັກ ອອກແບບ ບ່ອນຮັບປະທານ ຢູ່ໃຕ້ຮົ່ມຂອງຕົ້ນໄມ້ ກຳລັງອອກ ດອກ ເບັ່ງບານ ເພື່ອສ້າງຄວາມປະທັບໃຈ ຍິ່ງຂຶ້ນໃຫ້ແກ່ແຂກຄົນ ທີ່ເຂົ້າ ມາຮັບປະທານ ອີກດ້ວຍ. 

ທີ່ຢູ່ຮ້ານອາຫານ ໃນ ຮ່າໂນ້ຍ:
ເຮືອນເລກທີ 102 ຖະໜົນ ຖ໋າຍຖິ້ງ, ບ້ານ ຈຸງລຽດ, ເມືອງ ໂດ໋ງດາ
ໂທລະສັບ: 094.195.8899
ເຮືອນວິນລາ D17, ໝູ່ບ້ານສາກົນ ທັງລອງ (ເຮືອນເລກທີ 3, ຖະໜົນ ຫງວຽນໂດ໊ກຸງ)
ໂທລະສັບ: 094.165.3399  
ເລກທີ B52 ຖະໜົນ ຫງວຽນທິດິ້ງ, ເມືອງ ແທງຊວນ
ໂທລະສັບ: 094.165.3399   

ບົດ: ບິກເວິນ - ພາບ: ເຈິ່ນແທງຢາງ

ເຄົາຍຸກ ກາວບັ່ງ

ເຄົາຍຸກ ກາວບັ່ງ

ເປັນອາຫານພື້ນເມືອງ ທີ່ມີມາແຕ່ດົນນານ ຂອງ ຊາວເຜົ່າ ໄຕ່ ຢູ່ແຂວງ ກາວບັ່ງ, ເຄົາຍຸກ (ອ່ອມຊີ້ນໝູ) ບໍ່ພຽງແຕ່ດຶງດູດໃຈ ນັກຊີມ ດ້ວຍລົດຊາດ ທ່ີແຊບຊ້ອຍເທົ່ານັ້ນ, ແຕ່ຍັງ ມີຄຸນຄ່າ ວັດທະ ນະທຳ ອັນເລິກເຊິ່ງ ທີ່ເຊື່ອງໄວ້ ຢູ່ໃນຊີ້ນໝູ ແຕ່ລະຕ່ອນ.

Top