• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຊີິ້ນງົວນ້ອຍ ຈຸ່ມນຳ້ມັນ ມົກເຈົາ

ມີຕົ້ນກຳເນີດ ຈາກແຖບດິນ ມົກເຈົາ (ແຂວງ ເຊີນລາ), ລາຍການ ອາຫານ ຊີ້ນງົວນ້ອຍ ຈຸ່ມນໍ້າມັນ ໄດ້ມີຊື່ສຽງໂດ່ງດັງໄປທົ່ວ ຫວຽດນາມ ແລະ ກາຍເປັນລາຍການອາຫານທົ່ວໄປ ຊຶ່ງ ພຽງ ຍິນຊື່ ເທົ່ານັ້ນ ກໍ່ສາມາດຮູ້ສຶກໄດ້ ລົດຊາດ ຫອມແຊບຂອງມັນ. 
ຊາວເມືອງ ມົກເຈົາ ເລົ່າສູ່ຟັງວ່າ ມົກເຈົາ ເປັນດິນແດນ ທ່ີອຸດົມ ສົມບູນ ໄປດ້ວຍທຳມະຊາດ, ມີພູມອາກາດທີ່ສົດໃສ, ມີທົ່ງຫຍ້າ ຫຼາຍແຫ່ງ ທີ່ຂຽວສະອຸ່ມ, ມີທ່າແຮງ ໃນອາຊີບ ລ້ຽງງົວພັນນົມ. ງົວນ້ອຍ ເມື່ອເກີດມາ, ຫຼັງຈາກໄດ້ຈຳແນກເພດ, ຖ້າເປັນ ໂຕແມ່ ຈະເອົາໄວ້ລ້ຽງ ເພື່ອເປັນງົວພັນນົມ, ສ່ວນໂຕຜູ້ ບໍ່ໃຫ້ແຜ່ພັນ ຈະ ຖືກແຍກອອກ. ສຳລັບໂຕຜູ້ ທ່ີຖືກແຍກອອກນັ້ນ, ຊາວບ້ານ ໄດ້ ນໍາໄປປຸງແຕ່ງເປັນລາຍການອາຫານ ງົວນ້ອຍຈຸ່ມນໍ້າມັນ ທີ່ແຊບ ຊ້ອຍ ແລະ ເຕັມໄປດ້ວຍທາດບຳລຸງ.

ເມື່ອເວົ້າເຖິງວິທີການປຸງແຕ່ງລາຍການອາຫານ ງົວນ້ອຍຈຸ່ມນໍ້າ ມັນ ແມ່ນງ່າຍ ພໍຄວນ, ພ້ອມກັບນໍາໃຊ້ເຄື່ອງປຸງ ທີ່ມີທົ່ວໄປ ຈຳ ນວນໜຶ່ງເຊັ່ນ: ຂີງ, ຫົວສີໄຄ ແລະ ໝາກເຜັດ. ຊີ້ນງົວນ້ອຍ ເຮັດ ໃຫ້ສະອາດ, ຊອຍເປັນຕ່ອນບາງໆ ແລ້ວເອືອບ ກັບ ເຄື່ອງເທດ . ພໍ່ຄົວ ຈະຈຽວຂີງ, ຫົວສີໄຄແລ້ວເອົາຊີ້ນງົວນ້ອຍ ທີ່ເອືອບໄວ້ນັ້ນ ລົງໝໍ້ ກະທະນໍ້າມັນ ກຳລັງຟົດ. ລົດຊາດຫອມຈາກຂີງ, ຫົວສີໄຄ ແລະ ຊີ້ນງົວນ້ອຍ ເຈືອປົນເຂົ້າກັນ ສ້າງເປັນຄວາມກອບ ໃຫ້ ລາຍການອາຫານຊີ້ນງົວນ້ອຍ ຈຸ່ມນໍ້າມັນ. ຊີ້ນງົວນ້ອຍ ມີສີເຫຼືອງ, ສ່ວນໜັງກອບ ແລະ ມີກິ່ນຫອມຢ່າງຈັບອົກຈັບໃຈ ເຮັດໃຫ້ ບໍ່ວ່າໃຜເຫັນແລ້ວ ກໍ່ຢາກ ຮັບປະທານ.



ຕາມປົກກະຕິ ເມື່ອໄປທ່ອງທ່ຽວ ມົກເຈົາ, ນັກທ່ອງທ່ຽວ ຈະໄດ້ ຮັບປະທານລາຍການອາຫານນີ້ ທ່າມກາງ ບັນຍາກາດ ທ່ີຮົ່ມເຢັນ ຂອງ ເຂດທົ່ງຫຍ້າທີ່ກວ້າງໃຫຍ່. ສ່ວນຢູ່ບັນດານະຄອນ ໃຫຍ່ ເຊັ່ນ ຮ່າໂນ້ຍ ແລະ ໄຊງ່ອນ, ຊີ້ນງົວນ້ອຍ ຈຸ່ມນໍ້າມັນ ຂອງ ມົກເຈົາ ຖືວ່າ ເປັນລາຍການອາຫານ ພິເສດ ຢູ່ໃຈກາງຕົວເມືອງ. 

ທີ່ຢູ່ຮ້ານອາຫານ ໃນຮ່າໂນ້ຍ
ຊີ້ນງົວນ້ອຍ ຮ້ານອາຫານ ມົກ
- D17, ຮ່ອມນ້ອຍ 76, ຖະໜົນ ຫງວຽນຟອງສັກ, ຮ່າໂນ້ຍ
- ໂທລະສັບ: 0941653399
- ເວັບໄຊ: www.botoquanmoc.com

ບົດ: ບິກເວິນ - ພາບ: ແທງຢາງ

ເຄົາຍຸກ ກາວບັ່ງ

ເຄົາຍຸກ ກາວບັ່ງ

ເປັນອາຫານພື້ນເມືອງ ທີ່ມີມາແຕ່ດົນນານ ຂອງ ຊາວເຜົ່າ ໄຕ່ ຢູ່ແຂວງ ກາວບັ່ງ, ເຄົາຍຸກ (ອ່ອມຊີ້ນໝູ) ບໍ່ພຽງແຕ່ດຶງດູດໃຈ ນັກຊີມ ດ້ວຍລົດຊາດ ທ່ີແຊບຊ້ອຍເທົ່ານັ້ນ, ແຕ່ຍັງ ມີຄຸນຄ່າ ວັດທະ ນະທຳ ອັນເລິກເຊິ່ງ ທີ່ເຊື່ອງໄວ້ ຢູ່ໃນຊີ້ນໝູ ແຕ່ລະຕ່ອນ.

Top