• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ຊາວຖ໋າຍເຢືອງ ບົນເສັ້ນທາງສ້າງເຄື່ອງໝາຍການຄ້າ ລະດັບໂລກ

ຊາວຖ໋າຍເຢືອງ ບໍ່ພຽງແຕ່ແມ່ນເຄື່ອງໝາຍການຄ້ານຳໜ້າ ໃນ ຕະຫຼາດ ຫວຽດນາມ ກ່ຽວກັບການຜະລິດ, ດຳເນີນ ທຸລະກິດ ການຄ້າ ເຄື່ອງສຳອາງ ທີ່ປຸງແຕ່ງຈາກຮາກໄມ້ເປັນຢາ ເທົ່ານັ້ນ, ແຕ່ ຍັງມີບາດກ້າວກະໂດດ ບົນເສັ້ນທາງສ້າງເຄື່ອງໝາຍການ ຄ້າລະດັບໂລກ ຂອງ ຕົນອີກດ້ວຍ. 
ວັນທີ 22 ມັງກອນ 2020, ບໍລິສັດຫຸ້ນສ່ວນ ຊາວຖ໋າຍເຢືອງ ໄດ້ຈັດພິທີ ເປີດຕົວຜະລິດຕະພັນ Nature Queen ທີ່ ຮ້ານ ຊັບພະສິນຄ້າ ລອງດ່ານ, ລະບົບຮ້ານຊັບພະສິນຄ້າ ຂະໜາດ ໃຫຍ່ສຸດຂອງຄົນ ຫວຽດ ຢູ່ນະຄອນຫຼວງ ລອນດອນ, ປະເທດ ອັງກິດ. ເຫດການດັ່ງກ່າວ ໄດ້ສ້າງຂີດໝາຍ ຕໍ່ເລື່ອງບັນດາ ຜະ ລິດຕະພັນເຄື່ອງສຳອາງ ທີ່ປຸງແຕ່ງຈາກ ຮາກໄມ້ເປັນຢາ ຂອງ ຫວຽດນາມ ໄດ້ມີຂາຍຢ່າງເປັນທາງການ ຢູ່ທ້ອງຕະຫຼາດ ຂອງ ປະເທດ ອັງກິດ. 

ເຖິງວ່າ ຫາກໍ່ໄດ້ຂາຍຢູ່ທ້ອງຕະຫຼາດເມື່ອປີ 2017,  ຜະລິດຕະ ພັນ Nature Queen ໄດ້ສົ່ງອອກໄປຍັງ 12 ປະເທດ, ໃນນັ້ນ ມີບັນດາຕະຫຼາດທີ່ເອົາໃຈຍາກຄື: ສ ອາເມລິກາ ແລະ EU. ນີ້ ແມ່ນປະເພດຜະລິດຕະພັນລະດັບສູງ ຊຶ່ງ ຊາວຖ໋າຍເຢືອງ ຈົດ ທະບຽນ ເຄື່ອງໝາຍສິນຄ້າ ໃນຫຼາຍສິບປະເທດດ້ວຍ ການກຳ ນົດທິດກາຍເປັນເຄື່ອງໝາຍການຄ້າໂລກ. 

ທ່ານນາງ ຫງວຽນທິເຮືອງລຽນ, ຜູ້ຮ່ວມສ້າງຕັ້ງ, ທັງເປັນ ຮອງ ອຳນວຍການບໍລິສັດ ຊາວຖ໋າຍເຢືອງ ໃຫ້ຮູ້ວ່າ ປີ 2015, ເທື່ອ ທຳອິດບໍລິສັດ ໄດ້ນຳບັນດາຜະລິດຕະພັນ ຖືເຄື່ອງໝາຍການ ຄ້າ ຖ໋າຍເຢືອງ ໄປເຂົ້າຮ່ວມງານຕະຫຼາດນັດ ເຄື່ອງສຳອາງ ສາ ກົນ. ເພິ່ນຫວນຄືນວ່າ: “ເມື່ອມາເຂົ້າຮ່ວມໃນງານຕະຫຼາດນັດ ດັ່ງກ່າວ, ໄດ້ເຫັນລູກຄ້າມີຄວາມສົນໃຈຕໍ່ຜະລິດຕະພັນ ຢາສະ ຫົວເປັນຢ່າງຍິ່ງ. ພິເສດ, ມີລູກຄ້າບາງຄົນ ກັບມາຊື້ຜະລິດຕະ ພັນ 3 ເທື່ອໃນ 3 ມື້ຢ່າງຕໍ່ເນື່ອງຫຼັງຈາກທີ່ ໄດ້ໃຊ້ທົດລອງ”. 


ທິດພັດທະນາຂອງບໍລິສັດໃນປັດຈຸບັນ ແມ່ນຮ່ວມມືກັບຊາວກະສິກອນ ເພື່ອປູກ, ເກັບຊື້ວັດຖຸຜະລິດຢາ ທີ່ມີຄຸນນະພາບ.


ການພັດທະນາແຫຼ່ງວັດຖຸຜະລິດຢາສະອາດ ເປັນປັດໄຈສຳຄັນ ເພື່ອຜະລິດອອກມາບັນດາຜະລິດຕະພັນມີຄຸນນະພາບສູງ


ພິທີລົງນາມມອບຮັບເຕັກໂນໂລຊີ Beta-White ລະຫວ່າງ ສະຖາບັນຄົ້ນຄວ້າ Lucas Meyer ແລະ ຊາວຖ໋າຍເຢືອງ ໄດ້ ຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ.


ຕອນເຊົ້າວັນທີ 3 ສິງຫາ 2020, ທີ່ກະຊວງສາທາລະນະ ສຸກ, ຮອງລັັດຖະມົນຕີ ໂດ໋ຊວນຕວຽນ ໄດ້ຮັບການສະໜັບ ສະໜູນຊຸດວິເຄາະ ໄວຣັດ SARS-COV-2 ຈໍານວນ 50.000ຊຸດ ໂດຍບໍລິສັດຫຸ້ນສ່ວນ ຊາວຖ໋າຍເຢືອງ ມອບໃຫ້ເພື່ອຮັບໃຊ້ໃຫ້ ແກ່ວຽກງານປ້ອງກັນ ແລະ ຕ້ານໂຄວິດ-19.

Nature Queen ໄດ້ສ້າງຕັ້ງຂຶ້ນມາຫຼັງຈາກນັ້ນ 2 ປີ. ນີ້ແມ່ນ ຜະລິດຕະພັນ ລະດັບສູງທຳອິດ ຂອງ ບໍລິສັດ ເຊິ່ງໄດ້ຜະລິດ ຕາມມາດຕະຖານ organic ທີ່ເຄັ່ງຂັດຂອງ ສ ອາເມລິກາ ແລະ ເອີຣົບ. 

ຕາມການແບ່ງປັນຂອງທ່ານນາງ ເລືອງລຽນ, ແນວຄວາມຄິດ ການເຄື່ອນໄຫວຂອງ ຊາວຖ໋າຍເຢືອງ ແມ່ນ: “ຕ້ອງມີວິທີເຂົ້າ ເຖິງ ລະດັບໂລກ ກ່ຽວກັບຢາພື້ນເມືອງ”. ເພິ່ນຫວນຄືນເມື່ອ20 ປີ ຜ່ານມາແຫ່ງການສ້າງເຄື່ອງໝາຍການຄ້າ ຊາວຖ໋າຍເຢືອງ. ປີ 2002, EU ໄດ້ຜັນຂະຫຍາຍໂຄງການຊ່ວຍເຫຼືອອາຊຽນ ສ້າງຕັ້ງສະມາຄົມຜູ້ຜະລິດເຄື່ອງສຳອາງ ອາຊຽນ. ເມື່ອເຂົ້າ ຮ່ວມງານສຳມະນາ, ທ່ານນາງ ເຮືອງລຽນ ໄດ້ຮູ້ວ່າ ຊາວຕ່າງ ປະເທດມີຄວາມສົນໃຈ ຕໍ່ຮາກໄມ້ເປັນຢາ ຢ່າງຍິ່ງ, ແຕ່ໄລຍະ ນັ້ນ, ຂະແໜງອຸດສາຫະກຳ ເຄື່ອງສຳອາງ ຂອງ ຫວຽດນາມ ຍັງບໍ່ທັນມີຫຍັງ. 

ເພາະສະນັ້ນ ເມື່ອ EU ສະໜັບສະໜູນໃຫ້ ອາຊຽນ ຊຸດຮຽນ ໜຶ່ງກ່ຽວກັບເຄື່ອງສຳອາງ ຕາມມາດຕະຖານ ເອີຣົບ ໃນກອບ ຂອງແຜນການຮ່ວມມື, ທ່ານນາງ ເຮືອງລຽນ ຈຶ່ງມາລົງທະ ບຽນ ເຂົ້າຮ່ວມໃນຊຸດຮຽນດັ່ງກ່າວ. ນີ້ແມ່ນຊຸດຮຽນ ກ່ຽວກັບ ເຄື່ອງສຳອາງ ຕາມມາດຕະຖານ ເອີຣົບ ທຳອິດໃຫ້ແກ່ບັນດາ ວິສາຫະກິດ ອາຊຽນ. ບໍລິສັດ ຊາວຖ໋າຍເຢືອງ ເປັນ 1 ໃນ 2 ວິ ສາຫະກິດ ຫວຽດນາມ ແຫ່ງທຳອິດໄດ້ເຂົ້າຮ່ວມໃນຊຸດຮຽນ.


ເຂດວາງສະແດງວັດຖຸຜະລິດຢາຂອງບໍລິສັດຫຸ້ນສ່ວນ ຊາວຖ໋າຍເຢືອງ


ວັດຖຸຜະລິດຢາໄດ້ວາງທີ່ເຂດວາງສະແດງຂອງບໍລິສັດຫຸ້ນສ່ວນ ຊາວຖ໋າຍເຢືອງ


ເຖິງວ່າ ຫາກໍ່ໄດ້ຈຳໜ່າຍອອກສູ່ຕະຫຼາດເມື່ອປີ 2017, ແຕ່ຜະລິດຕະພັນ Nature Queen ຂອງ ບໍລິສັດຫຸ້ນສ່ວນ ຊາວຖ໋າຍ ເຢືອງ ໄດ້ສົ່ງອອກໄປຍັງ 12 ປະເທດໃນໂລກ, ໃນນັ້ນມີ ຕະ ຫຼາດ ສ ອາເມລິກາ ແລະ EU.


ຜະລິດຕະພັນ Nature Queen ໄດ້ສົ່ງອອກໄປຍັງ 12ປະເທດ ໃນໂລກ, ໃນນັ້ນມີຕະຫຼາດ ສ ອາເມລິກາ ແລະ EU


ທັນຍາຫານປົກປັກ ຮັກສາສຸຂະພາບ Collagen ໄຕທີຂອງ ບໍລິສັດຫຸ້ນສ່ວນ ຊາວຖ໋າຍເຢືອງ


ທັນຍາຫານປົກປັກ ຮັກສາສຸຂະພາບ Nobel ຂອງ ບໍລິສັດຫຸ້ນສ່ວນ ຊາວຖ໋າຍເຢືອງ


ຢາສະຜົມປຸງແຕ່ງ ຈາກຮາກໄມ້ ຖ໋າຍເຢືອງ 3 ຂອງ ບໍລິສັດຫຸ້ນສ່ວນ ຊາວຖ໋າຍເຢືອງ


ຜະລິດຕະພັນບຳລຸງຜິວໃນຊຸດຜະລິດ ຕະພັນ Nature Queen ຂອງ ບໍລິສັດຫຸ້ນສ່ວນ ຊາວຖ໋າຍເຢືອງ


ຄຣິມບຳລຸງຜິວຂອງ ບໍລິສັດຫຸ້ນສ່ວນ ຊາວຖ໋າຍເຢືອງ

ຫຼັງຈາກສືບຕໍ່ເຂົ້າຮ່ວມໃນຊຸດຮຽນໜຶ່ງກ່ຽວກັບເຄື່ອງສຳອາງຄັ້ງທີສອງ ໂດຍ WB ສະໜັບສະໜູນໃຫ້ ອາຊຽນ, ທ່ານນາງ ເຮືອງລຽນ ໄດ້ຮັບການແນະນຳ ຈາກບັນດາຜູ້ຊ່ຽວຊານ ເອີຣົບໃນການສ້າງ, ອອກແບບສ້າງຕັ້ງໂຮງງານຜະລິດ, ແຕ່ການ ຄົ້ນ ຄວ້າ ຈົນເຖິງການຄຸ້ມຄອງຄຸນນະພາບຜະລິດຕະພັນ ລ້ວນແຕ່ ຕາມມາດຕະຖານ ຂອງ ເອີຣົບ. 

ເພາະສະນັ້ນ, ຊາວຖ໋າຍເຢືອງ ເປັນບໍລິສັດແຫ່ງທຳອິດ ມີໂຮງ ງານຜະລິດຢູ່ ຫວຽດນາມ ບັນລຸມາດຕະຖານ GMP ASEAN ກ່ຽວກັບການຜະລິດເຄື່ອງສຳອາງ, ບັນລຸມາດຕະຖານ GMP ການຢາ, ມາດຕະຖານ ISO 14000, ໃບຮັບຮອງ FDA ສົ່ງ ອອກໄປຍັງຕະຫຼາດ ສ ອາເມລິກາ. 

ທ້າຍປີ 2019, ຊາວຖ໋າຍເຢືອງ ໄດ້ຕ້ອນຮັບທ່ານນາງ Cathy Berx, ເຈົ້າຄອງລັດ Antwerp, ປະເທດ ແບນຊິກ ແລະ ຄະ ນະ 37 ຄົນມາຢ້ຽມຢາມ, ສ້າງພື້ນ ຖານໃຫ້ແກ່ການສົ່ງ ອອກ ຜະລິດຕະພັນ ຂອງ ຊາວຖ໋າຍເຢືອງ ໄປຍັງປະເທດ ແບບຊິກ, ໂຮງລັງ ແລະ ລຸກຊຳບວກ. 
 
ບົດ: ຖາວວີ - ພາບ: ກົງດາດ ແລະ ເອກະສານ

Doveco Gia Lai-ວິສາຫະກິດປຸງແຕ່ງ ຜະລິດຕະພັນກະເສດສົ່ງອອກ ຊັ້ນນໍາຂອງ ໄຕງວຽນ

Doveco Gia Lai-ວິສາຫະກິດປຸງແຕ່ງ ຜະລິດຕະພັນກະເສດສົ່ງອອກ ຊັ້ນນໍາຂອງ ໄຕງວຽນ

Doveco ​ແມ່ນ​ວິ​ສາ​ຫະກິດ​ແຖວໜ້າໃນ​ຂົງ​ເຂດ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຢູ່ ຫວຽດນາມ. ດ້ວຍ​ການ​ກໍ່ສ້າງ​ໂຮງ ງານ​ປຸງ​ແຕ່ງ​ຂະໜາດ​ໃຫຍ່ ​ແລະ ທັນ​ສະໄໝ​ທີ່​ສຸດ​ ​ຫວຽດນາມ ຢູ່ ຢາລາຍ, Doveco ບໍ່​ພຽງ​ແຕ່​ມີ​ຄວາມ​ຫວັງ​ຈະ​ເປີດ​ກວ້າງ​ຕະຫຼາດ, ​ຍົກສູງວົງເງິນການ​ສົ່ງ​ອອກ​ເທົ່າ​ນັ້ນ, ແຕ່​ຍັງ​ສ້າງ​ວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງ​ໃຫ້​ແກ່​ຊາວ​ກະສິກອນ​ ນັບ​ໝື່ນ​ຄົນ​ຢູ່​ ໄຕງວຽນ ເມື່ອ​ເຂົ້າ​ຮ່ວມ​ລະບົບຕ່ອງໂສ້ ການຜະລິດ ແລະ ສະໜອງຜະລິດຕະພັນກະເສດ ໃຫ້ແກ່ ໂຮງງານ.

Top