• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຈ໊າເຣືອຍ ຮ່າໂນ້ຍ

ສຳນັກຂ່າວສານ AFP ໄດ້ມີບົດຂຽນ ແນະນຳ ກ່ຽວກັບ ລາຍການອາຫານ ຈ໊າເຣືອຍ ແລະ ແນະນໍາ ໃຫ້ ນັກທ່ອງທ່ຽວ ຄວນຊີມ ເມື່ອມີໂອກາດ ມາ ຮ່າໂນ້ຍ. 
ເຣືອຍ ເປັນປະເພດສິນທະເລ ທີ່ອຸດົມໄປດ້ວຍ ທາດບຳລຸງ ແລະ ສາມາດປຸງແຕ່ງເປັນ ລາຍການອາຫານຫຼາຍເຍື່ອງ ທີ່ ແຕກຕ່າງກັນເຊ່ັນ: ຈ໊າເຣືອຍ, ນຳ້ປາເຣືອຍ ຫຼື ທໍາອາຫານ ເຣືອຍໜຶ້ງ, ຕົ້ມ, ຂົ້ວ... ແຕ່ວ່າ ລາຍການອາຫານ ທີ່ໄດ້ຮັບຄວາມນິຍົມ ຈາກລູກຄ້າຫຼາຍທີສຸດ ນັ້ນຄື ຈ໊າ ເຣືອຍ.

ຊາວຮ່າໂນ້ຍ ເຄີຍເຮັດອາຫານ ຈ໊າເຣືອຍ ດ້ວຍວັດຖຸປະ ກອບເຊ່ັນ: ຊີ້ນໝູບົດ, ເປືອກໝາກກ້ຽງນ້ອຍ ຊອຍເປັນ ເສັ້ນນ້ອຍໆ, ຜັກຊີ, ຜັກບົ່ວ ຕັດເປັນເສັ້ນສັ້ນໆແລ້ວປະ ສົມ ກັບໄຂ່, ພິກໄທ, ນຳ້ປາ ແລະ ໝາກເຜັດ. ຫຼັງຈາກນັ້ນ ປັ້ນເປັນ ກ້ອນກົມໆ ຫຼື ຕາມຄວາມມັກ ແລ້ວນຳລົງ ໄປຈືນ ໃນໝໍ້ນຳ້ມັນຟົດ ດ້ວຍໄຟອ່ອນ, ເມື່ອເຫັນມີສີເຫຼືອງ ສະເໝີກັນຈຶ່ງຕັກອອກ.




ຈ໊າເຣືອຍ ຄວນກິນເວລາຍັງຮ້ອນ, ຈຳ້ກັບນຳ້ປາ ສົ້ມຫວານ, ກິນກັບ ເຂົ້າປຸ້ນ ແລະ ຜັກຫ້ອມ ຊະນິດຕ່າງໆ.

ຊາວຮ່າໂນ້ຍຫຼາຍຄົນມັກຊວນກັນໄປກິນ ຈ໊າເຣືອຍ ຢູ່ຄຸ້ມ ຖະໜົນ ໂອກວານເຈື໊ອງ ຍ້ອນນີ້ແມ່ນຮ້ານອາຫານ ທີ່ມີຊື່ສຽງ ມາຫຼາຍເຊັ່ນຄົນ ດ້ວຍລາຄາ 15.000 ດົ່ງ/ກ້ອນ. ມີ ລູກຄ້າ ໜຸ່ມຈຳນວນໜຶ່ງ ນິຍົມຮັບປະທານ ຈ໊າເຣືອຍ ຢູ່ຄຸ້ມຖະໜົນ ນາມງື ຍ້ອນມີຫຼາຍຄົນ ໃຫ້ ຄະແນນ 5 ດາວ ຢູ່ເທິງບັນດາເວັບໄຊ ກ່ຽວກັບ ອາຫານການກິນ. ນອກ ຈາກນັ້ນ ລູກຄ້າ ກໍສາມາດ ຊອກຫາ ຮ້ານອາຫານ ຈ໊າເຣືອຍ ຢູ່ທ້າຍຄຸ້ມຖະໜົນ ຫຼໍ່ດຸກ ຫຼື ຄຸ້ມຖະໜົນແຮ່ວຍາຍ, ເດື່ອງແທ່ງ ເພື່ອ ຊີມລົດຊາດ ຂອງ ຈ໊າເຣືອຍ ດ້ວຍລາຄາ ແຕ່ 20.000-50.000 ດົ່ງ.


ບັນດາຮ້ານອາຫານຈ໊າເຣືອຍ ຢູ່ ຮ່າໂນ້ຍ
1. ເຮືອນເລກທີ 1 ຄຸ້ມຖະໜົນ ຮ່າງຈ໋ຽວ, ຮ່າໂນ້ຍ.
ເວລາ ເປີດຮ້ານ: 10 ໂມງ-22 ໂມງ
2. ເຮືອນເລກທີ 25 ຄຸ້ມຖະໜົນ ຢາງື, ຮ່າໂນ້ຍ.
ເວລາ ເປີດຮ້ານ: 10 ໂມງ-23 ໂມງ
3. ເຮືອນເລກທີ 244 ຄຸ້ມຖະໜົນ ຫຼໍ່ດຸກ, ຮ່າໂນ້ຍ.ເວລາເປີດຮ້ານ: 10 ໂມງ-22 ໂມງ
 
ບົດ: ເງິນຮ່າ - ພາບ: ແຄ໋ງລອງ

ເຄົາຍຸກ ກາວບັ່ງ

ເຄົາຍຸກ ກາວບັ່ງ

ເປັນອາຫານພື້ນເມືອງ ທີ່ມີມາແຕ່ດົນນານ ຂອງ ຊາວເຜົ່າ ໄຕ່ ຢູ່ແຂວງ ກາວບັ່ງ, ເຄົາຍຸກ (ອ່ອມຊີ້ນໝູ) ບໍ່ພຽງແຕ່ດຶງດູດໃຈ ນັກຊີມ ດ້ວຍລົດຊາດ ທ່ີແຊບຊ້ອຍເທົ່ານັ້ນ, ແຕ່ຍັງ ມີຄຸນຄ່າ ວັດທະ ນະທຳ ອັນເລິກເຊິ່ງ ທີ່ເຊື່ອງໄວ້ ຢູ່ໃນຊີ້ນໝູ ແຕ່ລະຕ່ອນ.

Top