• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈາກ​ຄຸນ​ນະ​ທາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໄປ​ສູ່​ຄວາມຄາດ​ຫວັງ​ບືນ​ຕົວ​ຂຶ້ນ​ ​ໃນ​ສັງ​ກາດໃໝ່

ສະໄໝກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນໃນສະພາບການພິເສດ, ເມື່ອປະເທດຊາດ ແລະ ໂລກ ຕ້ອງປະເຊີນໜ້າກັບການຜັນແປໃຫຍ່ຫຼາຍຢ່າງ, ເປັນຕົ້ນແມ່ນໂລກລະບາດໂຄວິດ - 19 ແລະ ບັນດາບັນຫາຂາດສະຖຽນລະພາບທົ່ວໂລກ. ຕໍ່ໜ້າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ບໍ່ເຄີຍມາມາກ່ອນນັ້ນ, ຄຸນນະທາດ, ພູມປັນຍາ ແລະ ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ສືບຕໍ່ໄດ້ຮັບການຢັ້ງຢືນ. ພາຍໃຕ້ການຊີ້ນຳຢ່າງສະຫຼາດສ່ອງໄສຂອງພັກ, ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ບັນລຸໄດ້ຜົນສຳເລັດສຳຄັນຫຼາຍຢ່າງ, ສ້າງພື້ນຖານອັນໝັ້ນແກ່ນເພື່ອກ້າວເຂົ້າສູ່ໄລຍະພັດທະນາໃໝ່ຢ່າງໝັ້ນແກ່ນ.
ພາບປະກອບ: ພິທີສະເຫຼີມສະຫຼອງ ການເດີນກ້ອນກຳລັງສວນສະໜາມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາຢູ່ ຮ່າໂນ້ຍ (ພາບ: VOV)

ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ດ້ວຍຈິດໃຈຫັນຄວາມສ່ຽງກາຍເປັນໂອກາດ, ພາຍໃຕ້ການນຳພາຢ່າງຮອບດ້ານຂອງພັກ, ການບໍລິຫານຢ່າງຂ້ຽວຂາດຂອງ ລັດຖະບານ ແລະ ການຮ່ວມແຮງຮ່ວມໃຈຂອງປະຊາຊົນ, ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດສຳເລັດບັນດາຄາດໝາຍ, ໜ້າທີ່ພັດທະນາເສດຖະກິດ ສັງຄົມ ແລະ ບັນລຸໄດ້ໝາກຜົນຢ່າງຮອບດ້ານໃນຫຼາຍຂົງເຂດດ້ວຍ 10 ຈຸດພົ້ນເດັ່ນ.

ບັນດາຜົນງານທີ່ພົ້ນເດັ່ນ.

ຕາມທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮວ່າບິ່ງ ແລ້ວ, ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ XIII, ເສດຖະກິດມະຫາພາກເປັນປົກກະຕິ, ການເຕີບໂຕບຸກທະລຸ, ບັນດາຄວາມດຸ່ນດ່ຽງໃຫຍ່ໄດ້ຮັບການຮັບປະກັນ. ປີ 2025, GDP ເພີ່ມຂຶ້ນເປັນໜ້າປະທັບດ້ວຍລະດັບ 8,02%, ນຳລະດັບສະເລ່ຍທັງໄລຍະບັນລຸໄດ້ລະດັບສູງແຖວໜ້າພາກພື້ນ (6,3%). ຂອບຂະໜາດເສດຖະກິດຈັດຢູ່ອັນດັບທີ 32 ຂອງໂລກ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸລະດັບ 5000 USD. ໃນສະໄໝນີ້, ຫວຽດນາມ ໄດ້ປະຕິບັດສຳເລັດການປະຕິວັດກ່ຽວກັບການສັບຊ້ອນກົງຈັກຄືນໃໝ່, ສັບຊ້ອນບັນດາອົງການບໍລິຫານ, ຮັບປະກັນລັກສະນະກະທັດລັດ, ມີປະສິດທິພາບ, ປະສິດທິຜົນ. ທ່ານ ຫງວຽນຮວ່າບິ່ງໃຫ້ຮູ້ວ່າ:

ຈຸດພົ້ນເດັ່ນທີສອງແມ່ນການປະຕິວັດສັບຊ້ອນປະເທດຊາດຄືນໃໝ່. ຜົນສຳເລັດຂອງການປະຕິວັດກ່ຽວກັບດ້ານຈັດຕັ້ງນີ້ແມ່ນພວກເຮົາ ໄດ້ສັບຊ້ອນກົງຈັກຢ່າງມີວິທະຍາສາດ ກວ່າ. ຈຸດພົ້ນເດັ່ນທີ 3, ພວກເຮົາມີບາດກ້າວບຸກທະລຸກ່ຽວກັບລະບອບລະບຽບການ. ນີ້ແມ່ນໜຶ່ງໃນສາມບຸກທະລຸຍຸດທະສາດໂດຍກອງປະຊຸມໃຫຍ່ຄັ້ງທີ 13 ກຳນົດ.

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮວ່າບິ່ງ (ພາບ: TTXVN)

ວຽກງານສ້າງກົດໝາຍໄດ້ຫັນປ່ຽນຢ່າງແຮງຈາກຈິດຕະນາການຄຸ້ມຄອງໄປເປັນສ້າງສັນ, ແກ້ໄຂຈຸດອຸດຕັນ. ພື້ນຖານໂຄງລ່າງຍຸດທະສາດ ມີບາດກ້າວພັດທະນາກະໂດດຂັ້ນ.  ກໍ່ສ້າງສຳເລັດ ເສັ້ນທາງຄວາມໄວສູງ3.345 ກີໂລແມັດ, ເສັ້ນທາງແຄມທະເລກ່ວາ 1.700 ກີໂລແມັດ, ລື່ນກາຍຄາດໝາຍ ໂດຍກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກວາງອອກ, ສ້າງກະດູກສັນຫຼັງ ເໜືອ - ໃຕ້. ຄ່ອຍໆປະຕິບັດສຳເລັດເຄືອຂ່າຍໂທລະຄົມມະນາຄົມ, ພື້ນຖານໂຄງລ່າງດີຈີຕອນສຳຄັນ ແລະ ບັນດາພື້ນຖານໂຄງລ່າງເສດຖະກິດອື່ນ, ກະກຽມເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ໃນສະໄໝຈະມາເຖິງ. ຕາມທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ຫງວຽນຮວ່າບິ່ງແລ້ວ, ຫວຽດນາມ ກໍ່ໄດ້ປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງສັນບັນດາກຳລັງໜູນໃໝ່ໃຫ້ແກ່ສັງກາດບືນຕົວຂຶ້ນ. ພື້ນຖານເສດຖະກິດພວມມີການຫັນປ່ຽນຢ່າງແຮງ ກ່ຽວກັບຄຸນນະພາບ, ຈາກລວງກວ້າງ ໄປຍັງລວງເລິກ. ເສດຖະກິດສີຂຽວ ແລະ ຫັນປ່ຽນພະລັງງານກາຍເປັນທ່າອ່ຽງຫຼັກແຫຼ່ງດ້ວຍຄຳໝັ້ນສັນຍາຢ່າງແຮງກ່ຽວກັບ Net Zero.

ປະຖົມປັດໄຈ ໃຫ້ແກ່ໄລຍະພັດທະນາໃໝ່

ໂດຍມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແລະ ວິໄສທັດຮອດປີ 2030 ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ ແລະ ປີ 2045 - ສະເຫຼີມສະຫຼອງ 100 ປີແຫ່ງວັນສະຖາປະນາປະເທດຊາດ, ຕາມທ່ານ ຫງວຽນຮວ່າບິ່ງຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ແລ້ວ, ລັດຖະບານໄດ້ກຳນົດ 10 ກຸ່ມໜ້າທີ່ຈຸດສຸມ. ໃນນັ້ນ, ເນັ້ນໜັກເຖິງການເພີ່ມຄວາມໄວໃນການພັດທະນາເສດຖະກິດແບບຍືນຍົງ, ສ້າງພື້ນຖານຢ່າງໝັ້ນແກ່ນ ໃຫ້ແກ່ສັງກາດໃໝ່.

ທີ່ໜຶ່ງພວກເຮົາຍັງສຸມໃສ່ເຕີບໂຕ. ແລະການເຕີບໂຕຄັ້ງນີ້ແມ່ນການເຕີບໂຕກະໂດດຂັ້ນ. ກ່ອນອື່ນໝົດພວກເຮົາຕ້ອງວາງການເຕີບໂຕບັນລຸລະດັບ 6% - 8% ແລະ ຄັ້ງນີ້ທຸກທ້ອງຖິ່ນກໍ່ຄືທົ່ວພັກໄດ້ວາງເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກ. ທີສອງອີກແມ່ນພວກເຮົາຕ້ອງສຸມໃສ່ໃຫ້ແກ່ການສ້າງລະບອບລະບຽ-ການກາຍເປັນກຳລັງໜູນຂອງການເຕີບໂຕຢ່າງແທ້ຈິງ.

ຫວຽດນາມ ກໍ່ຈະສຸມໃສ່ລົງທຶນ ແລະ ປະຕິບັດສຳເລັດ, ນຳບັນດາໂຄງການພື້ນຖານໂຄງລ່າງເຊື່ອມຕໍ່ເຂດ, ພາກພື້ນເຂົ້າເຄື່ອນໄຫວນຳໃຊ້. ສຸມແຫຼ່ງກຳລັງເພື່ອເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ເໜືອ - ໃຕ້. ການພັດທະນາວິທະຍາສາດ ເຕັກໂນໂລຢີ ແລະ ນະວັດຕະກຳ ໄດ້ຮັບຖືວ່າແມ່ນລັດຖະນະໂຍບາຍແຖວໜ້າ.

ຊຸກຍູ້ຮູບແບບຄົ້ນຄ້ວາ ແລະ ພັດທະນາ. ສ້າງບັນດາສູນຂໍ້ມູນ, ບັນດາສູນນະວັດຕະກຳແຫ່ງຊາດ ລະດັດພາກພື້ນ. ຄົ້ນຄ້ວກົນໄກພິເສດ, ກະໂດດຂັ້ນ, ດຶງດູດ ແລະ ຮັກສາບັນດາກຸ່ມບໍລິສັດເຕັກໂນໂລຢີແຖວໜ້າໂລກມາ ຫວຽດນາມ. ຊຸກຍູ້ການ Startup ນະວັດຕະກຳ ໃນທົ່ວສັງຄົມ, ສົ່ງເສີມບັນດາວິສາຫະກິດລົງທຶນພັດທະນາ ແລະ ໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ ເປັນຕົ້ນແມ່ນເຕັກໂນໂລຢີໃໝ່, ເຕັກໂນໂລຢີສູງ.

ລັດຖະບານກໍ່ຈະສ້າງບາດກ້າວບຸກທະລຸກ່ຽວກັບແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສືບຕໍ່ປັບປຸງກົງຈັກໃຫ້ກະທັດລັດລົງ ແລະ ປະຕິຮູບການບໍລິຫານ, ຖືການພັດທະນາວັດທະນະທຳທຽບເທົ່າກັບການພັດທະນາເສດຖະກິດ, ພັດທະນາວັດທະນະທຳ ແລະ ຊາວຫວຽດນາມ ຢ່າງຮອບດ້ານ. ພ້ອມກັນນັ້ນແມ່ນພັດທະນາສັງຄົມແບບຍືນຍົງ, ຮັບປະກັນສະຫວັດດີການສັງຄົມ, ຍົກລະດັບການພົວພັນຕ່າງປະເທດ ແລະ ປັບປຸງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ພ້ອມທັງເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທ້ຈິງ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ການເມືອງເປັນປົກກະຕິເພື່ອພັດທະນາເສດຖະກິດ, ພ້ອມທັງເດັດດ່ຽວປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.  

​(ແຫຼ່ງຄັດຈາກ VOV)

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ.

Top