ນະຄອນ ໂຮ່ຈີມິນ ກໍ່ຈັດການຍິງບັ້ງໄຟດອກຢູ່ 16 ຈຸດແຕ່ເວລາ 21 ໂມງ ຮອດ 21 ໂມງ 15 ນາທີ.
ພາບໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນນະຄອນ ໄຊງ່ອນ - ຢາດິ້ງ (ພາບ:VNA)
ວັນທີ 02 ກໍລະກົດ, ໄດ້ຈັດຫຼາຍການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນນະຄອນ ໄຊງ່ອນ - ຢາດິ້ງ ເປັນກຽດໄດ້ໃສ່ຊື່ປະທານ ໂຮ່ຈີມິນ (02 ກໍລະກົດ 1976 – 02 ກໍລະກົດ 2026).
ລະອຽດແມ່ນ, ໃນເວລາ 7 ໂມງ 30 ນາທີ, ຕອນເຊົ້າວັນທີ 02 ກໍລະກົດ, ພິທີສະເຫຼີມສະຫຼອງໄດ້ໄຂຂຶ້ນຢ່າງເປັນທາງການຢູ່ຫໍປະຊຸມ ທົງເຍິດ, ຕາແສງ ເບັນແທັ່ງ, ນະຄອນ ໂຮ່ຈີມິນ. ຕອນຄ່ຳວັນດຽວກັນ, ໄດ້ຈັດລາຍການຖ່າຍທອດສົດພິເສດດ້ວຍ 2 ຈຸດເຊື່ອມຕໍ່ຫຼັກແມ່ນຢູ່ ຫໍປະຊຸມ ທົງເຍິດ (ນະຄອນ ໂຮ່ຈີມິນ) ແລະ ສະໜາມຫຼວງ ບາດິ່ງ - ເຂດສຸສານປະທານ ໂຮ່ຈີມິນ (ຮ່າໂນ້ຍ), ນະຄອນ ໂຮ່ຈີມິນ ກໍ່ຈັດການຍິງບັ້ງໄຟດອກຢູ່ 16 ຈຸດແຕ່ເວລາ 21 ໂມງ ຮອດ 21 ໂມງ 15 ນາທີ.
ມີຈຸດພົ້ນເດັ່ນໜຶ່ງອີກແມ່ນ ບັນດາສາກການສະແດງ 3D Mapping ສາກົນຈັດຂຶ້ນແຕ່ວັນທີ 01 ຮອດວັນທີ 05 ກໍລະກົດ. ໃນຕອນຄ່ຳວັນທີ 01 ກໍລະກົດ, ມີປະຊາຊົນນະຄອນ ໂຮ່ຈິມິນ ແລະ ແຂກທ່ອງທ່ຽວນັບພັນຄົນໄດ້ຮັບຊົມການສະແດງແສງສີ ສິລະປະ 3D Mapping ສົມທົບກັບການສະແດງດົນຕີ, ເປິດສາກໃຫ້ການເຄື່ອນໄຫວສະເຫຼີມສະຫຼອງ.
(ແຫຼ່ງຄັດຈາກ VOV)