• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ບຸນດອກບານ ປີ 2026

ຈຸດພົ້ນເດັ່ນຂອງງານບຸນປີນີ້ແມ່ນການເປີດກວ້າງຂອບຂະໜາດບັນດາກິດຈະກຳລົງຕົວຈິງວັດທະນະທຳການທ່ອງທ່ຽວຕິດພັນກັບຊຸມຊົນ ແລະ ສະຖານທີ່ມໍລະດົກ.
  ຢູ່ເມືອງດ້ຽນບຽນຝູ, ການກະກຽມໄດ້ປະຕິບັດຢ່າງຮີບດ່ວນ (ພາບ: VOV)  

ນັບແຕ່ວັນທີ 6 – 12 ມີນາ, ຢູ່ແຂວງດຽນບຽນ ໄດ້ດຳເນີນງານບຸນດອກບານ 2026 ເຊິ່ງແມ່ນງານບຸນໃຫຍ່ທີ່ສຸດໃນປີ ດ້ວຍຫຼາຍກິດຈະກຳວັດທະນະທຳ, ການທ່ອງທ່ຽວທີ່ພົ້ນເດັ່ນ. ຈຸດພົ້ນເດັ່ນຂອງງານບຸນປີນີ້ແມ່ນການເປີດກວ້າງຂອບຂະໜາດບັນດາກິດຈະກຳລົງຕົວຈິງວັດທະນະທຳການທ່ອງທ່ຽວຕິດພັນກັບຊຸມຊົນ ແລະ ສະຖານທີ່ມໍລະດົກ. ໃນນັ້ນ, ຫໍພິພິທະພັນ ໄຊຊະນະ ດ້ຽນບຽນຝູ ແມ່ນບ່ອນຈັດຫຼາຍກິດຈະກຳວາດພາບບັນຍາກາດບັ້ນຮົບດ້ຽນບຽນຝູໃນເມື່ອກ່ອນ. ທ່ານນາງ ຫວູ້ທິຕວຽດງາ, ຜູ້ອຳນວຍການຫໍພິພິທະພັນ ໄຊຊະນະ ດ້ຽນບຽນຝູ ໃຫ້ຮູ້ວ່າ:

ຫໍພິພິທະພັນ ໄຊຊະນະ ດ້ຽນບຽນຝູປາດຖະໜາຢາກນຳມາໃຫ້ແຂກທ່ອງທ່ຽວຄວາມຮູ້ສຶກຫຼາຍຢ່າງ, ບໍ່ພຽງແຕ່ຜ່ານບັນດາວັດຖຸພັນ, ເລື່ອງລາວ ໂດຍບັນດາຜູ້ນຳທ່ຽວສະເໜີເທົ່ານັ້ນ ຫາກຍັງໄດ້ລົງຕົວຈິງບັນດາການສະແດງວາດພາບປະຫວັດສາດຢ່າງໃກ້ຊິດຕົວຈິງທີ່ສຸດ, ມີຊີວິດຊີວາທີ່ສຸດ. ຜ່ານນັ້ນ, ຊ່ວຍແຂກທ່ອງທ່ຽວ ແລະ ຊາວດ້ຽນບຽນຝູມີຄວາມເຂົ້າໃຈແຈ້ງກ່ຽວກັບຄວາມລຳບາກກາກກຳ, ເຈດຈຳນົງຂອງທະຫານ ແລະ ປະຊາຊົນຫວຽດນາມ ເມື່ອປີ 1954.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ມີ​ລາງວັນ​ເຊີດ​ຊູ​ແມ່​ຍິງ ຫວຽດ​ນາມ ຕື່ມ​ອີກ

ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ມີ​ລາງວັນ​ເຊີດ​ຊູ​ແມ່​ຍິງ ຫວຽດ​ນາມ ຕື່ມ​ອີກ

ຕອນເຊົ້າວັນທີ 6 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ພົບປະກັບການນຳ, ຜູ້ບໍລິຫານບັນດາອົງການສູນກາງ ແລະ ມອບລາງວັນ Kovalevskaia ປີ 2025.

Top